ລັດຖະບານ​ມຽນມາ​ຮຽກຮ້ອງ​ໃຫ້​ປະຊາຊົນ​ຈົ່ງ​ປ້ອງ​ກັນ​ບໍ່​ໃຫ້​ເຫດ​ຈະ​ລາ​ຈົນ​ເກີດ​ຂຶ້ນ​ອີກ

(GMT+08:00) 2013-10-03 16:23:56     cri
ວິທະຍຸ​ແຫ່ງ​ຊາດ​ມຽນມາ​ໄດ້​ລາຍ​ງານ​ໃນ​ວັນ​ທີ 2 ຕຸລາ​ນີ້​ວ່າ, ວັນ​ທີ 2 ຕຸລາ​ນີ້,ລັດຖະບານ​ມຽນມາ​ໄດ້​ອອກ​ປະກາດ​ແຈ້ງ​ຂ່າວ​ກ່ຽວ​ກັບ​ເຫດ​ຈະລາຈົນ​ທີ່​ເກີດ​ຂຶ້ນ​ຢູ່​ເຂດ​ທານ​ດະ​ວີ​ລັດ​ຍະ​ໄຂ່​ແຕ່​ວັນ​ທີ 29 ກັນຍາ​ຜ່ານ​ມາ, ​ໂດຍ​ຮຽກຮ້ອງ​ໃຫ້​ປະຊາຊົນ​ຈົ່ງ​​ໃຫ້ການ​ຮ່ວມ​ມື​ເພື່ອ​ປົກ​ປັກ​ຮັກສາ​ລະບຽບ​ກົດໝາຍ, ປ້ອງ​ກັນ​ບໍ່​ໃຫ້​ເຫດ​ຈະລາຈົນ​ເກີດ​ຂຶ້ນ​ອີກ.

ປະກາດ​ແຈ້ງ​ຂ່າວ​ຂຽນ​ວ່າ, ​ເຫດ​ຈະລາຈົນ​ໄດ້​ສົ່ງ​ຜົນ​ສະທ້ອນ​ຕໍ່​ພາບ​ພົດ​ຂອງ​ລັດ​ຍະ​ໄຂ່​ແລະ​ມຽນມາ. ປະທານາທິບໍດີ​ຮູ້ສຶກ​ຜິດ​ຫວັງ​ຕໍ່​ເລື່ອງ​ນີ້, ລັດຖະບານ​ຈະ​ຄວບ​ຄຸມ​ສະຖານະ​ການ​ໃຫ້​ໄດ້​ໂດຍ​ໄວ, ຈັບ​ກຸມຜູ້​ກໍ່​ເຫດ​ມາ​ລົງ​ໂທດ​ຕາມ​ກົດໝາຍ, ປຸກ​ສ້າງ​ເຮືອນ​ທີ່​ຖືກ​ທຳລາຍ​ນັ້ນ​ຄືນ​ໃໝ່.

ວັນ​ທີ 29 ກັນຍາ​ຜ່ານ​ມາ​ນີ້, ​ເຂດ​ທານ​ດະ​ວີ​ຂອງ​ລັດ​ຍະ​ໄຂ່​ໄດ້​ເກີດ​ການ​ປະ​ທະ​ກັນ​ລະຫວ່າງ​ນິກາຍ​ສາສະໜາ, ວັນ​ທີ 30 , ​ເຫດການ​ມີ​ຄວາມ​ຮຸນ​ແຮງ​ຂຶ້ນ​ຕື່ມ, ຊຶ່ງ​​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 1 ຄົນ, ​ເຮືອນ​ຫຼາຍ​ແຫ່ງ​ຖືກ​ຈູດ​ເຜົາ​ທຳລາຍ. ວັນ​ທີ 1 ຕຸລາ​ນີ້, ອົງການ​ປົກຄອງ​​ເຂດ​ທານ​ດະ​ວີ ​ຄວບ​ຄຸມ​ສະຖານະ​ການ​​ໄດ້ໃນ​ເບື້ອງຕົ້ນ. ທ່ານ​ເທັນ​ເຊັນ ປະທານາທິບໍດີ​ມຽນມາ​ໄດ້​ເດີນທາງ​ລົງ​ເຮັດ​ວຽກ​ກວດກາ​ຢູ່​ລັດ​ຍະ​ໄຂ່​ໃນ​ວັນ​ທີ 1 ຫາ​ວັນ​ທີ 2ຕຸລາ​ນີ້.