ສປປ ​ເກົາຫຼີ​ກ່າວ​ປະນາມ​​ສ ​ເກົາຫຼີ​ແລະ​ອາ​ເມ​ລິ​ກາທີ່​ວາງ​ແຜນຍຸດ​ທະ​ສາດສະກັດ​ກັ້ນ​ທີ່​ມີ​ເປົ້າ​ໝາຍ

(GMT+08:00) 2013-10-03 16:27:01     cri
ວັນ​ທີ 2 ຕຸລາ​ນີ້, ຄະນະ​ກຳມະການ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເຂົ້າ​ເປັນ​ເອກະ​ພາບ​ຂອງ​ສປປ ​ເກົາຫຼີ​ໄດ້​ກ່າວ​ປະ​ນາມ​ແຜນ​ຍຸດ​ທະ​ສາດ​ສະ​ກັດ​ກັ້ນ​ທີ່​ມີ​ເປົ້າ​ໝາຍ ທີ່​ໄດ້​ວາງ​ອອກ​ຢູ່​ໃນ​ກອງ​ປະຊຸມ​ປ້ອງ​ກັນ​ຄວາມ​ປອດ​ໄພ​ລະ​ຫວ່າງ​ສ ​ເກົາ​ຫຼີ​ກັບ​ອາ​ເມ​ລິ​ກາ​ຄັ້ງ​ທີ 45 ​ແລະ​ຖ້ອຍ​ຄຳ​ຂອງ​ທ່ານ​ນາງ​ປັກ​ຈຸນ​ເຮ ປະທານາທິບໍດີ​ສ ​ເກົາຫຼີ​ທີ່​ເວົ້າ​ກ່ຽວ​ກັບ​ບັນຫາ​ນີວ​ເຄຼຍຂອງ​ແຫຼມ​ເກົາຫຼີ.​ ​ຄະ​ນະ​ກຳມະການ​ດັ່ງກ່າວ​ຂອງ​ສປປ ​ເກົາຫຼີ​ຍັງ​ກ່າວ​ຕື່ມ​ອີກ​ວ່າ, ຂໍ​ແຕ່​ໄພຂົ່ມ​ຂູ່​ດ້ານ​ນີວ​ເຄຼຍຂອງ​ອາ​ເມ​ລິ​ກາ​ຍັງ​ມີ​ຢູ່, ກຳລັງ​ຕໍ່ຕ້ານ​ດ້ວຍ​ອາວຸດ​ນີວ​ເຄຼຍຂອງ​ສປປ ​ເກົາຫຼີ​ກໍ່​ຈະ​ເພີ່ມ​ທະວີ​ຂຶ້ນ​ຢ່າງ​ບໍ່​ຢຸດຢັ້ງ.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ຂອງ​ສ ​ເກົາຫຼີ​ແລະ​ອາ​ເມ​ລິ​ກາ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ປ້ອງ​ກັນ​ຄວາມ​ປອດ​ໄພ​ລະຫວ່າງ​ສ ​ເກົາຫຼີ​ກັບ​ອາ​ເມ​ລິ​ກາ​ຄັ້ງ​ທີ 45 ທີ່​ຈັດ​ຂຶ້ນ​​ໃນວັນ​ທີ 2 ຕຸລາ​ນີ້ ຢູ່​ນະຄອນຫຼວງ​ເຊ​ອູ​ນຂອງ​ສ ​ເກົາຫຼີ,ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ແຜ​ນຍຸດ​ທະ​ສາດ​ສະ​ກັດ​ກັ້ນ​ທີ່​ມີ​ເປົ້າ​ໝາຍ​ເພື່ອ​ຮັບ​ມື​ກັບ​ໄພ​ຂົ່ມ​ຂູ່​ດ້ານ​ນີວ​ເຄຼຍຂອງ​ສປປ ​ເກົາຫຼີ ນັ້ນ​ຢ່າງ​ເປນ​ທາງ​ກນ, ​ແຜນການ​ສະບັບ​ນີ້​ມີ​ເນື້ອ​ໃນ​ຈິດ​ໃຈ​ທີ່​ວ່າ, ​ເມື່ອ​ພົບ​ວ່າ​ສປປ​ເກົາ​ຫຼີມີ​ປະກົດ​ການ​ນຳ​ໃຊ້​ອາວຸດ​ນີວ​ເຄຼຍ, ກອງທັບ​ສ ​ເກົາຫຼີ​ແລະ​ອາ​ເມ​ລິ​ກາ​ຈະ​ຮ່ວມ​ກັນ​ນຳ​ໃຊ້​ກຳລັງ​ທະຫານ​ເຮືອ,ທະຫານ​ບົກ​ແລະ​ທະຫານ​ອາກາດ, ປະຕິບັດ​ຍຸດ​ທະ​ສາດ​ເກງ​ຂາມ​ທີ່​​ເປັນ​ຜູ້ລົງມື​ໂຈມ​ຕີ​ກ່ອນ.

ນອກ​ນີ້, ​ໃນ​ພິທີ​ເດີນ​ສວນສະໜາມ​ສະ​ແດງ​ກຳລັງ​ສະຫຼອງວັນ​ສ້າງ​ຕັ້ງ​ກອງທັບ​ສ ​ເກົາຫຼີ​ຄົບຮອບ 65ປີ, ທ່ານ​ນາງ​ປັກ​ຈຸນ​ເຮ ປະທານາ​ທິບໍດີ​ສ ​ເກົາຫຼີ​ໄດ້​ກ່າວວ່າ, ລັດຖະບານ​ສ ​ເກົາຫຼີ​ຈະ​ສຸ​ມກຳ​ລັງ​ເຂົ້າ​ໃນ​ການ​ຮັກສາ​ລະບົບ​ປ້ອງ​ກັນ​ຮ່ວມ​ຂອງ​ສ​ ​ເກົາຫຼີ​ແລະ​ອາ​ເມ​ລິ​ກາ​ຢ່າງ​​ແຂງ​ແຮງ, ​ເພີ່ມ​ຄວາມ​ສາມາດ​ຂອງ​ກອງທັບ​ໃນ​ການ​ຮັບ​ມື​ກັບ​ອາວຸດ​ນີວ​ເຄຼຍ​ແລະ​ອາວຸດ​ລ້າງຜານ​ຂະໜາດ​ໃຫຍ່​ຂອງ​ສປປ​ ​ເກົາຫຼີ