ທ່ານ​ສີ​ຈີ້​ນຜິ​ງກ່າວ​ວ່າ, ຈີນຍິນ​ດີຮ່ວມ​ທຸກຮ່ວມສຸກ​​​ນຳ​ກັນກັບ​ອາ​ຊຽນ

(GMT+08:00) 2013-10-03 15:10:42     cri
ຕອນ​ເຊົ້າ​ວັນ​ທີ 3 ຕຸລານີ້, ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ, ທ່ານ​ສີ​ຈີ້​ນຜິ​ງ, ປະທານ​ປະ​ເທດ​ຈີນ​ໄດ້​ກ່າວປາຖະກະຖາຢູ່​ສະພາ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ, ກາຍ​ເປັນ​ປາ​ມຸກ​ລັດ​ຕ່າງປະ​ເທດ​ຜູ້​ທຳ​ອິດ​ທີ່​ກ່າວ​ຄຳ​ປາ​ໄສ​ຢູ່​ສະ​ພາ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ. ​ໃນ​ການ​ກ່າວ​ປາຖະກະຖາ​​ເປັນ​ເວລາ​ເກືອບ​ເຄິ່ງຊົ່ວ​ໂມງ, ທ່ານ​ສີ​ຈີ້​ນຜິ​ງ​ກ່າວ​ວ່າ, ຍິນ​ດີ​ທຳ​ຄວາມ​ພະຍາຍາມຮ່ວມ​ກັບ​ອິນ​ໂດ​ເນ​ເຊຍ​ແລະ​ປະ​ເທດອື່ນໆ​ໃນ​ອາຊຽນ, ເຮັດ​ໃຫ້​ທັງ​ສອງ​ຝ່າຍ​ກາຍ​ເປັນ​ເພື່ອນ​ບ້ານ​ທີ່​ດີ, ຫມູ່​ເພື່ອນ​ທີ່​ດີ​ແລະ​ຫມູ່ຄູ່​ທີ່​ດີ​ທີ່​ມີ​ຄວາ​ມວັດ​ຖະນາ​ຖາວອນ​ຮ່ວມກັນ, ມີ​ຄວາມ​ສະຫງົບ​ຮ່ວມ​ກັນ​ແລະ​ຮ່ວມ​ທຸກຮ່ວມສຸກ​​​ນຳ​ກັນ.

ປີ​ນີ້​ແມ່ນ​ປີ​ທີ່ 10 ​ແຫ່ງ​ການ​ສ້າງ​ການ​ພົວພັນ​ຄູ່​ຍຸດ​ທະ​ສາດ​ລະຫວ່າງ​ຈີນ​ກັບ​ອາຊຽນ, ການ​ພັດທະນາ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ໃນ​ອະນາຄົດ​ ​ແມ່ນ​​ເນື້ອ​ໃນ​ຕົ້ນຕໍ​ຂອງ​ບົດ​ປາຖະກະຖາ​ຂອງ​ທ່ານ​ສີ​ຈີ້​ນຜິ​ງໃນ​ມື້​ນີ້. ທ່ານ​ກ່າວ​ວ່າ, ສອງ​ຝ່າຍ​ຄວນ "ຍຶດຖື​ຄວາມສິນ​ເຊື່ອແລະ​ພະຍາຍາມ​ສ້າງ​ຄວາມ​ຖືກຕ້ອງ​ປອງ​ດອງ​ກັນ, ຍຶດຫມັ້ນ​ການ​ຮ່ວມ​ມື​ ທີ່ຕ່າງ​ຝ່າຍ​ຕ່າງ​​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ ຮ່ວມກັນ, ຍຶດໝັ້ນການ​ຊ່ອຍ​ເຫລື​ອ​ເຊິ່ງກັນ​ແລະ​ກັນ, ຍຶດໝັ້ນ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນ ​ແລະຍຶດໝັ້ນການ​​ເປີດ​ປະຕູ​ແລະ​ໂອບອ້ອມ​ອາລີ". ທ່ານ​ສີ​ຈິ້ນ​ຜິ​ງຍັງ​ໄດ້​ສະ​ເໜີ​ຂໍ້​ສະ​ເໜີ​ລະອຽດຫຼາຍຂໍ້​ຂອງ​ຈີນ, ​ເຊັ່ນ: ຈີນ​ຍິນ​ດີ​ດຳ​ເນີນ​ການ​ປຶກສາ​ຫາລື​ເພື່ອ​​ເຊັນ​ສົນທິສັນຍາຮ່ວມ​ມື​ມິດຕະພາບ​ໄມຕີ​ຈິດ​ຖານ​ບ້ານ​ໃກ້​ເຮືອນ​ຄຽງກັບປະ​ເທດ​ອາ​ຊຽນ, ຍົກ​ສູງ​ລະດັບ​ເຂດ​ການ​ຄ້າ​ເສລີ​ຈີນ​-ອາ​ຊຽນ, ພະຍາ​ຍາມ​ເຮັດ​ໃຫ້​ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ​ໃນ​ປີ 2020 ບັນລຸ 1000 ຕື້​ໂດ​ລາ​ສະຫະລັດ, ກະກຽມສ້າງ​ຕັ້ງທະນາຄານ​ລົງທຶນ​ພື້ນຖານ​ໂຄງ​ລ່າງ​ອາຊີ, ບູລະນະ​ກົນ​ໄກ​ກອງ​ປະຊຸມລັດຖະມົນຕີ​ປ້ອງ​ກັນປະ​ເທດ​ຈີນ-ອາ​ຊຽນ​ໃຫ້​ສົມບູນ​ຂຶ້ນ​ຕື່ມ​ອີກ, ຈັດການ​​ສົນທະນາ​ກ່ຽວ​ກັບ​ບັນຫາ​ຄວາມ​ໝັ້ນຄົງ​ພາ​ກພື້ນ​ເປັນ​ປະຈຳ, ຕົກລົງ​ປີ 2014 ​ເປັນ​ປີ​ແລກປ່ຽນ​ວັດທະນະທຳ​ຈີນ-ອາຊຽນ, ​ໃນ 3 ຫາ 5 ປີ​ຕໍ່​ໄປ​ນີ້, ຈີນ​ຈະສະໜອງ​ທຶນ​ສຶກສາ​ລັດຖະບານ​ໃຫ້​ນັກສຶກສາ 15000 ຄົນຂອງ​ປະ​ເທດ​ອາ​ຊຽນ.

ທ່ານ​ສີ​ຈີ້​ນຜິ​ງຊີ້​ອອກ​ວ່າ, ພາກ​ພື້ນ​ທີ່​ຈີນ​ແລະ​ປະ​ເທດ​ອາຊຽນ​ເພີ່ງ​ພາ​ອາ​ໄສ​ນີ້ ​ແມ່ນ​ພາກ​ພື້ນ​ທີ່​ມີ​ຄວາມຫຼາກຫຼາຍ, ສອງ​ຝ່າຍ​ຄວນ​ເຄົາລົບ​ເຊິ່ງກັນ​ແລະ​ກັນ, ຖອດ​ຖອນ​ເອົາ​ບົດຮຽນ​ເຊິ່ງກັນ​ແລະ​ກັນ, ຍັງ​ຕ້ອງ​ມີ​ນ້ຳ​ໃຈ​​ເປີດ​ປະຕູ​ແລະ​ຜ່ອນຜັນ ​ຕໍ່​ການຮ່ວມ​ມື​ກັບປະ​ເທດ​ຢູ່ນອກ​ພາກພື້ນ.

ທ່ານ​ກ່າວ​ວ່າ:

"ປະຊາ​ຄົມ​ຊາຕາກຳ​ຈີນ-​ອາ​ຊຽນກັບ​ປະຊາ​ຄົມ​ອາ​ຊຽນ, ປະຊາ​ຄົມ​ອາຊີ​ຕາ​ເວັນ​ອອກ​ແມ່ນ​ພົວພັນ​ກັນ​ຢ່າງ​ໃກ້ຊິດ, ຄວນ​ເສີມ​ຂະຫຍາຍ​ທ່າ​ແຮງ​ຂອງ​ໃຜລາວ, ບັນລຸ​ການ​ຢູ່ຮ່ວມ​ກັນ ​ໂອບອ້ອມ​ອາລີ, ຮ່ວມ​ກັນ​ກ້າວ​ໄປ​ໜ້າ, ຮ່ວມ​ກັນ​ສ້າງ​ຄວາມສຸກ​ໃຫ້​ແກ່​ປະຊາຊົນ​ຂອງ​ພາກ​ພື້ນ​​ແຫ່ງ​ນີ້​ກໍ​ຄື​ຂອງ​ບັນດາ​ປະ​ເທດ​ໃນ​ໂລກ."