IMF ​ເຫັນ​ວ່າ, ການປັບປຸງ​ອົງ​ປະກອບການ​ຫ້າງ​ຫາ​ທຶນ​ຂອງ​ທະນາຄານ ມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້​ຄວາມໝັ້ນ​ທ່ຽງ​ດ້ານ​ການ​ເງິນ​ໃນ​ທົ່ວ​ໂລກ

(GMT+08:00) 2013-10-03 15:13:10     cri
ຕາມ​ຂ່າວສານ​ຊິ່ນຮວາ: ວັນ​ທີ 2 ຕຸລານີ້, ອົງກາ​ນກອງ​ທຶນ​​ເງິນ​ຕາ​ສາກົນ ຫຼື IMF ປະກາດ​ບົດ​ລາຍ​ງານ ​ໂດຍ​ກ່າວ​ວ່າ, ການປັບປຸງ​ອົງ​ປະກອບການ​ຫ້າງ​ຫາ​ທຶນ​ຂອງ​ທະນາຄານ ມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້​ຄວາມໝັ້ນ​ທ່ຽງ​ດ້ານ​ການ​ເງິນ​ໃນ​ທົ່ວ​ໂລກ.

​​ໃນໝວດວິ​ເຄາະ​ຂອງ "ບົດ​ລາຍ​ງານ​ກ່ຽວ​ກັບ​ຄວາມໝັ້ນທ່ຽງ​ດ້ານ​ການ​ເງິນ​ຂອງ​ທົ່ວ​ໂລກ" ທີ່​ປະກາດ​ໃນ​ວັນ​ທີ 2 ຕຸລາ​ນີ້, IMF ຊີ້​ອອກ​ວ່າ, ທະນາຄານ​ຂອງ​ອາ​ເມ​ລິ​ກາ​ແລະ​ເອີ​ລົບ ອາ​ໄສທຶນໄລຍະສັ້ນຫຼາຍ​ໂພດ ​ແມ່ນ​ສາ​ເຫດ​ໜຶ່ງ​ທີ່​ພາ​ໃຫ້​ເກີດ​ວິ​ກິດ​ການດ້ານ​ການ​ເງິນ​ທົ່ວ​ໂລກຮອບ​ນີ້, ສ່ວນ​ທະນາຄານ​ຂອງ​ອົງ​ກອນ​ເສດຖະກິດ​ຈະ​ເລີ​ນ​ໃໝ່​ນັ້ນ ຍ້ອນ​ອາ​ໄສ​ຕົ້ນ​ທຶນ​ຫຸ້ນ​ສ່ວນ​ແລະ​ທຶນ​ຝາກຫຼາຍກວ່າ, ຈຶ່ງ​ມີ​ຜົນ​​ເສຍ​ຫາຍໜ້ອຍ​ໃນວິ​ກິດ​ການການ​ເງິນ. ນີ້​ສະ​ແດງ​​ໃຫ້​ເຫັນ​ວ່າ, ອົງ​ປະກອບ​ແຫ່ງ​ການ​ຫ້າງຫາ​ທຶນ​ຂອງ​ທະນາຄານ ສາມາດ​ສົ່ງ​ຜົນ​ສະທ້ອນ​ສຳຄັນ​ຕໍ່​ຄວາມໝັ້ນ​ທ່ຽງ​ດ້ານ​ການ​ເງິນ​ຂອງ​ທົ່ວ​ໂລກ.