ທ່ານ​ບາຣັກ ​ໂອ​ບາ​ມາ ປະທາ​ນາ​ທິບໍດີ​ອາ​ເມ​ລິ​ກາ​ຍົກ​ເລີກ​ການ​ໄປ​ຢ້ຽມຢາມ​​ອາຊີ

(GMT+08:00) 2013-10-04 15:23:06     cri
ຕາມ​ຂ່າວCRI: ຕອນ​ຄ່ຳ​ວັນ​ທີ 3 ຕຸລາ​ນີ້ຕາມ​ເວລາ​ທ້ອງ​ຖິ່ນ, ທຳນຽບຂາວ​ອາ​ເມ​ລິ​ກາ​ປະກາດ​ວ່າ, ​ເນື່ອງ​ຈາກ​ວ່າ​​ໃນປະຈຸ​ບັນມີ​ພາກສ່ວນ​ໜຶ່ງ​ຂອງລັດຖະບານ​ອາ​ເມ​ລິ​ກາ​ໄດ້ປິດ​ປະຕູ, ທ່ານ​ບາຣັກ ​ໂອ​ບາ​ມາ ປະທານາທິບໍດີ​ອາ​ເມ​ລິ​ກາ​ໄດ້​ຍົກ​​ເລີກ​ການ​ໄປ​ຢ້ຽມຢາມອາຊີ​ທີ່​ກຳນົດ​ຈະເລີ່ມຕົ້ນ​ໃນ​ວັນ​ທີ 6 ຕຸລາ​ນີ້.

ທ່ານ​ບາຣັກ ​ໂອ​ບາ​ມາ ປະທານາທິບໍດີ​ອາ​ເມ​ລິ​ກາຕາມ​ກຳນົດຈະ​ເດີນທາງ​ໄປ​ເຖິງ​ອິນ​ໂດ​ເນ​ເຊຍ​ໃນ​ຕອນ​ຄ່ຳ​ວັນ​ທີ 5 ຕຸລາ​ນີ້ ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ປາຊີ​ຟິກ​ແລະ​ຢ້ຽມຢາມ​ອິນ​ໂດ​ເນ​ເຊຍ ບຼູ​​ໄນ ມະ​ເລ​ເຊຍ​ແລະ​ຟີ​ລິບ​ປິນ. ວັນ​ທີ 2 ຕຸລາ​ນີ້, ທຳນຽບຂາວ​ອາ​ເມ​ລິ​ກາ​ໄດ້​ອອກ​ຖະ​ແຫຼ​ງການ​​ໂດຍ​ກ່າວ​ວ່າ, ຈະ​ຍົກ​ເລີກ​ການ​ຢ້ຽມຢາມ​ມະ​ເລ​ເຊຍ​ແລະ​ຟີ​ລິບ​ປິນ. ວັນ​ທີ 3 ຕຸລາ​ນີ້, ທຳນຽບຂາວອາ​ເມ​ລິ​ກາ​ໄດ້​ປະກາດ​ອີກ​ວ່າ​ຈະ​ຍົກ​ເລີກ​ການ​ຢ້ຽມຢາມ​ອິນ​ໂດ​ເນ​ເຊຍ​ແລະ​ບຼູ​ໄນ.

ທຳນຽບຂາວ​ກ່າວ​ວ່າ, ພາກ​ພື້ນ​ອາຊີ​ປາຊີ​ຟິກມີ​ຄວາມ​ສຳຄັນຫຼາຍຕໍ່​ຍຸດ​ທະ​ສາດຂອງອາ​ເມ​ລິ​ກາ​ແລະຍັງ​ມີ​ຄູ່​ຮ່ວມ​ມື​ການ​ຄ້າ​ທີ່​ສຳຄັນ​ຂອງ​ອາ​ເມ​ລິ​ກາ​ອີກ​. ​ແຕ່​ວ່າ, ຫວ່າງ​ມໍ່ໆ​ມາ​ນີ້, ຫາງ​ສຽງ​ພາຍ​ໃນ​ປະ​ເທ​ດອາ​ເມ​ລິ​ກາທີ່​ຮຽກຮ້ອງ​ໃຫ້​ທ່ານ​ບາຣັກ ​ໂອ​ບາ​ມາ​ຍົກ​ເລີກແຜນ​ການ​ຢ້ຽມຢາມ​ອາຊີ​ປາ​ຊີ​ຟິກ​ທັງ​ໝົດນັບ​ມື້​ນັບ​ຮຸນ​ແຮງ​ຂຶ້ນ, ​ເຫັນ​ວ່າ​ໃນ​ຂະນະ​ທີ່​ປະ​ເທດປະ​ເຊີນ​ກັບ​ສະຖານະ​ການອັນ​ໜັກ​ໜ່ວງແບບ​ນີ້, ​ທ່ານ​ບາຣັກ ​ໂອບ​ມາໃນ​ຖານະ​ເປັນຜູ້​ບັນຊາ​ການ​ສູງ​ສຸດ​ຂອງ​ປະ​ເທດ​ຄວນ​ບັນຊາ​ການ​ຢູ່​ທຳນຽບຂາວ, ​ດຳ​ເນີນ​ການໄກ່​ເກ່ຍຢ່າງ​ຕັ້ງໜ້າ, ຊຸກຍູ້​​ໃຫ້ສະມາຊິກທັງຫຼາຍ​ຂອງ​ລັດຖະສະພາ​ຂອງ​ພັກຣີພັບ​ບຼິກັນ​​ແລະ​ພັກດີ​ໂມ​ແຄຼດບັນລຸ​ຄວາມ​ຜ່ອນ​ສັ້ນ​ຜ່ອນ​ຍາວ​ໂດຍ​ໄວ, ສິ້ນ​ສຸດ​ສະຖານະ​ການ​ທີ່​​ເກີດ​ຂຶ້ນ​ຍ້ອນລັດຖະບານປິດ​ປະຕູ, ​ແລະ​ພະຍາຍາມຫຼີກ​ເວັ້ນບໍ່​ໃຫ້​ເກີດ​ວິ​ກິດ​ການທີ່​ລັດຖະບານລະ​ເມີດ​ສັນຍາ.