ຣັດ​ເຊຍ​ແລະ​ອິນ​ເດຍຈະ​ຈັດການ​ຊ້ອມ​ຮົບ​ຮ່ວມ​ຕ້ານ​ການ​ກໍ່​ການ​ຮ້າຍ

(GMT+08:00) 2013-10-04 18:00:34     cri
ວັນ​ທີ 3 ຕຸລາ​ນີ້ ທ່ານ​ໂກ​ດີ​ເຢຟ໌ ​ໂຄສົກເຂດທະຫານພາກ​ຕາ​ເວັນ​ອອກ​ຂອງຣັດ​ເຊ​ຍປະກາດ​ວ່າ, ຣັດ​ເຊ​ຍ​ແລະ​ອິນ​ເດຍຈະ​ຈັດການ​ຊ້ອມ​ຮົບ​ຮ່ວມ​ຕ້ານ​ການ​ກໍ່​ການ​ຮ້າຍ "ອິນດຼາ - 2013"ຢູ່​ສະໜາມ​ຍິງ​ເປົ້າ​ມາ​ຮາ​ຈານ​ຂອງ​ອິນ​ເດຍ​ໃນ​ວັນ​ທີ 18 ຫາວັນ​ທີ 28 ຕຸລາ​ນີ້.

ທ່ານ​ໂກດີ​ເຢຟ໌ກ່າວ​ວ່າ, ເຂດທະຫານ​ພາກ​ຕາ​ເວັນ​ອອກ​ຂອງຣັດ​ເຊຍ​ຈະ​ສົ່ງທະຫານ​ຕະລຸມບອນຂຶ້ນບົກ 25 ຄົນ​ທີ່​ປະຈຳ​ການຢູ່ສາທາລະນະ​ລັດ​ບູຣີຢາເຕຍໄປ​ເຂົ້າ​ຮ່ວມ​ການ​ຊ້ອມ​ຮົມ​ຮ່ວມ​ຄັ້ງ​ນີ້, ຈຳນວນ​ທະຫານອິນ​ເດຍ​ທີ່​ເຂົ້າ​ຮ່ວມ​ການ​ຊ້ອມ​ຮົມ​ຮ່ວມ​ຄັ້ງ​ນີ້​ເທົ່າ​ກັບ​ຈຳນວນທະຫານ​ຂອງຣັດ​ເຊຍ. ອິນ​​ເດຍຈະ​ສະໜອງ​ລົດ​ຕັງ T-72 , ລົດຮົບ​ທະຫານ​ຮາບ BMP-2K  ​ແລະ BMP-2 ​​ແລະຍຸດ​ໂທ​ປະກອນ​ແລະ​ລູກປືນອື່ນໆເພື່ອ​ໃຊ້​ໃນ​ການ​ຊ້ອມ​ຮົບ​ຮ່ວມ. ຈຸດປະສົງ​ຂອງ​ການ​ຊ້ອມ​ຮົບ​ຮ່ວມ​ຄັ້ງ​ນີ້​ແມ່ນ​ເພື່ອ​ຍົກ​ສູງ​ຄວາມ​ສາມາດ​ຂອງ​ກອງທັບ​ບົກ​ຂອງຣັດ​ເຊຍ​ແລະ​ອິນ​ເດຍ​ໃນ​ການ​ຮ່ວມກັນຊອກ​ຄົ້ນ​, ປິດ​ລ້ອມ​ແລະ​ດັບ​ສູນ​ກຳລັງ​ປະກອບ​ອາວຸດ​ທີ່​ຜິດບ​ກົດໝາຍ.

ກາ​ນຊ້ອມ​ຮົບ​ຮ່ວມ​ຕ້ານ​ກາ​ນກໍ່​ການ​ຮ້າຍຣັດ​ເຊຍ-ອິນ​ເດຍທີ່ຖືກ​ຕັ້ງ​ຊື່​ "ອິນດຼາ" ຊຶ່ງເປັນເທວະດາ​ແຫ່ງຝົນຂອງສາສະໜາມຮິນດູ​ໄດ້​ຈັດ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ​ເມື່ອ 2003, ຫຼັງ​ຈາກ​ນັ້ນ​ແຕ່ລະ 2 ປີ​ຈັດ​ຂຶ້ນ​ເທື່ອ​ໜຶ່ງ.