ກົມ​ທ່ອງ​ທ່ຽວແຫ່ງຊາດຈີນເຕືອນ​ໃຫ້​ນັກ​ທ່ອງ​ທ່ຽວ​ຈີນຈົ່ງ​ລະມັດລະວັງ​ໃນ​ການ​ເລືອກ​ເສັ້ນທາງໄປ​ທ່ຽວ​ອາ​ເມ​ລິ​ກາ​

(GMT+08:00) 2013-10-04 18:01:23     cri
ຍ້ອນ​ແຫຼ່ງທ່ອງ​ທ່ຽວ​ບາງ​ແຫ່ງ​ຂອງ​ອາ​ເມ​ລິ​ກາ​ໄດ້ປິດ​ປະຕູຊົ່ວຄາວ​ເຮັດ​ໃຫ້ມີ​ຜົນ​ກະທົບ​ຕໍ່​ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ຈະໄປ​ທ່ຽວ​ອາ​ເມ​ລິ​ກາ, ວັນ​ທີ 3 ຕຸລາ​ນີ້ ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ​ໄດ້​ເຕືອນ​ໃຫ້​ນັກ​ທ່ອງ​ທ່ຽວຈີນ​ທີ່​ຈະໄປ​ທ່ຽວ​ອາ​ເມ​ລິ​ກາຈົ່ງລະມັດລະວັງໃນການ​ເລືອກ​ເສັ້ນທາງທ່ອງທ່ຽວ.

ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ​ແຈ້ງ​ໃຫ້​ຮູ້​ວ່າ, ຍ້ອນງົບປະມານຂອງ​ລັດຖະບານ​ອາ​ເມ​ລິ​ກາ​ບໍ່​ໄດ້​ຮັບ​ອະນຸມັດຈາກລັດຖະສະພາ, ​ແຫຼ່ງທ່ອງ​ທ່ຽວ​ທີ່​ໄດ້​ຮັບ​ທຶນ​ຊ່ວຍ​ເຫຼືອ​ຫຼື​ເງິນ​ອຸດ​ໜູນ​ຈາກ​ລັດຖະບານ​ບາງ​ແຫ່ງ​ໄດ້​ປິດປະຕູ​ຊົ່ວຄາວ​ແຕ່​ວັນ​ທີ 1 ຕຸລາ​ນີ້​ເປັນ​ຕົ້ນ​ໄປ, ການ​​ໄປ​ທ່ຽວ​ອາ​ເມ​ລິ​ກາ​ໃນສັບປະດາ​ຄຳ​ວັນຊາດ​ຈີນໄດ້​ຮັບ​ຜົນ​ກະທົບ, ​ເຮັດ​ໃຫ້​ມີ​ນັກ​ທ່ອງ​ທ່ຽວຟ້ອງ​ຮ້ອງ​ຕໍ່​ເລື່ອງນີ້. ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ​ໄດ້​ແຈ້ງ​ໃຫ້​ຮູ້​ໃນ​ວັນ​ທີ 3 ຕຸລາ​ນີ້​​ໂດຍ​ເຕືອນ​ໃຫ້​ນັກ​ທ່ອງ​ທ່ຽວ​ແລະ​ຄະນະ​ທ່ອງ​ທ່ຽວ​ຈີນ​ທີ່​ຈະ​ໄປ​ທ່ຽວ​ອາ​ເມ​ລິ​ກາ​ໃນ​ໄລຍະມໍ່ໆນີ້, ຈົ່ງ​ເອົາ​ໃຈ​ໃສ່​ສະພາບ​ການ​ທີ່​ກ່ຽວຂ້ອງ​ຢ່າງ​ໃກ້ຊິດ, ​ລະມັດລະວັງໃນການເລືອກ​ເສັ້ນທ່ອງທ່ຽວ.