ໜ່ວຍຜູ່​ຊ່ຽວຊານ​ຂອງອົງການ​​ເກືອດຫ້າມ​ອາວຸດ​ເຄມີ​ອາ​ດຈະ​ດຳ​ເນີນ​ການ​ກວດກາ​ກັບ​ບ່ອນຢູ່​ຊີຣີ​ໃນ​ອາທິດ​ໜ້າ

(GMT+08:00) 2013-10-04 15:51:48     cri

ຕາມ​ຂ່າວສານ​ຊິ​ນຮວາ: ວັນ​ທີ3  ຕຸລາ​ນີ້, ຢູ່​ດາ​ມັສ, ກອງ​ໜ້າ​ຂອງ​ໜ່ວຍ​ຊ່ຽວຊານ​ກວດກາ​ອາວຸດ​ເຄມີ​ຊີຣີທີ່​ສັງກັດ​ອົງການ​ສົນທິສັນຍາ​​ເກືອດຫ້າມ​ອາວຸດ​ເຄມີ​ກ່າວ​ວ່າ, ໜ່ວຍງານ​ນີ້​ມີ​ຫວັງ​ຈະ​ດຳ​ເນີນ​ວຽກ​ງານ​ກວດກາ​ອາວຸດ​ເຄມີ​ກັບ​ບ່ອນຢູ່​ຊີຣີ​ໃນ​ອາທິດ​ໜ້າ, ​ແລະ​ສຳ​ເລັດ​ໜ້າ​ທີ່​ຫ້າມ​ໃຊ້ສິ່ງ​ກໍ່ສ້າງ​ອາວຸດ​ເຄມີ​ໃນ​ເບື້ອງ​ຕົ້ນ.

ມື້​ດຽວ​ກັນ, ​ໃນ​ຖະ​ແຫຼ​ງການ​ສະບັບ​ໜຶ່ງ​ທີ່ໜ່ວຍ​ງານ​ນີ້​ເຜີຍ​ແຜ່​ຮ່ວມ​ກັບ​ສຳນັກງານ​ສະຫະ​ປະຊາ​ຊາດ​ປະຈຳ​ດາ​ມັສ​ໄດ້​ຂຽນ​ວ່າ​ຈະ​ສາມາດດຳ​ເນີນ​ການ​ກວດກາ​ກັບ​ບ່ອນ​ຕາມ​ເວລາ​​ກຳນົດໄດ້ຫຼື​ບໍ່ຕັດສິນ​ຢູ່​ກັບ​ການ​ສ້າງ​ຕັ້ງ​ໜ່ວຍ​ເຕັກນິກ​ທີ່​ມີຊ່ວຍ​ຊານ​ຝ່າຍ​ຊີຣີ​ເຂົ້າ​ຮ່ວມ. ຖະ​ແຫຼ​ງການ​ກ່າວ​ວ່າ, ໜ້າ​ທີ່​ເບື້ອງ​ຕົ້ນ​ຂອງ​ໜ່ວຍ​ຊ່ຽວຊານ​ຕົ້ນ​ຕໍ່​ແມ່ນ​ກວດກາ​ຂໍ້​ມູນຂ່າວ​ສານ​ກ່ຽວ​ກັບອາວຸດ​ເຄມີ​ທີ່​ລັດຖະບານ​ຊີຣີ​ເອົາ​ໃຫ້, ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ສະມາຊິກ​ໜ່ວຍງານໃນ​ຂະ​ບວນການກວດກາ​ແລະວາງ​ແຜນການ​ຈັດ​ຕັ້ງ​ປະຕິ​ປັດ​ມະຕິ​ຂອງ​ອົງການ​​ເກືອດຫ້າ​ມອາວຸດ​ເຄມີ​.

ຖະ​ແຫຼ​ງການ​ກ່າວ​ວ່າ, ​​ເນື້ອ​​ໃນຂອງເອກະສານທີ່ກ່ຽວຂ້ອງ​ທີ່ລັດຖະບານ​ຊີຣີ​ມອບໃຫ້ໜ່ວຍຊ່ຽວຊານ​ກວດກາ​ອາວຸດ​ເຄມີຂອງ​ຊີຣີ​ໃນ​ວັນ​ທີ 2 ຕຸລາ​ນີ້​ເຮັດ​ໃຫ້​ຄົນ​ມອງເຫັນ​ຄວາມ​ຫວັງ, ​ແຕ່​ຍັງ​ມີ​ຂໍ້​ຂ້ອງ​ໃຈ​ຄອຍ​ຖ້າ​ຄຳ​ຕອບ.