ທ່ານ​ຫຼີ​ເຄີ້ຊຽງ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມຕ່າງໆຂອງ​ຜູ່​ນຳ​ອາຊີ​ຕາ​ເວັນ​ອອກ​ແລະ​ຈະ​ຢ້ຽມຢາມ​ບຣູ​ໄນ, ​ໄທ ​ແລະ​ຫວຽດນາມ

(GMT+08:00) 2013-10-04 15:55:40     cri
ຕາມ​ຂ່າວ​ຊິນ​ຮວາ: ວັນ​ທີ4 ຕຸລາ​ນີ້, ທ່ານ​ຊິນ​ກ່າງ ​ໂຄ​ສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ປະ​ກາດວ່າ, ​ໂດຍ​ຕອບ​ສະ​ໜອງ​ຄຳ​ເຊີນ​ຂອງ​ສົມເດັດ​ຮາ​ຊັນນານ ​ໂບວ​ເກຍ ຊູ​ດັງຂອງ​ບຣູ​ໄນ, ທ່ານ​ນາງ​ຢິງລັກ ຊິນ​ນະ​ວັດ ນາຍົກລັດຖະມົນຕີ​ໄທ, ທ່ານ​ຫງວຽນ​ເຕີນ​ຢຸງ ນາຍົກລັດຖະມົນຕີຫວຽດນາມ, ທ່ານ​ຫຼີ​ເຄີ້ຊຽງ ນາຍົກລັດຖະມົນຕີຈີນຈະ​ເຂົ້າ​ຮ່ວມກອງ​ປະຊຸມ​ຜູ່​ນຳ​ຈີນ​ອາ​ຊຽນຫຼື​ 10+1 ຄັ້ງ​ທີ16, ກອງ​ປະຊຸມຜູ່​ນຳ​ອາ​ຊຽນກັບ​ຈີນ ຍີ່​ປຸ່ນ ສ.​ເກົາຫຼີ​ຫຼື​  10+3 ຄັ້ງ​ທີ16​ແລະ​ກອງ​ປະຊຸມ​ສຸດ​ຍອດອາຊີ​ຕາ​ເວັນ​ອອກ​ຄັ້ງ​ທີ 8 ທີ່​ຈັດ​ຂຶ້ນ​ຢູ່ບານ​ດາ​ເຊຣີ​ເບ​ກາ​ວັນ ​ນະຄ​ອນຫຼວງ​ບຣູ​ໄນ, ​ແລະ​ຈະ​ຢ້ຽມຢາມ​ບຣູ​ໄນ, ​ໄທ ,ຫວຽດນາມຢ່າງ​ເປັນ​ທາງ​ການ.