ຫຼາຍ​ແຫ່ງ​ຂອງ​ເອຢິບ​​ເກີດ​ການ​ປະ​ທ້ວງ​ເຮັດ​ໃຫ້ 4 ຄົນ​ເສຍ​ຊີວິດ

(GMT+08:00) 2013-10-05 15:52:24     cri
ວັນ​ທີ 4 ຕຸລາ​ນີ້, ຫຼາຍ​ຕົວ​ເມືອງ​ຂອງ​ເອຢິບ​ເກີດ​ການ​ປະ​ທ້ວງຂະໜາດ​ໃຫຍ່​ອີກ​. ຜູ້​ສະໜັບສະໜູນ​​ແລະ​ຜູ້​ຄັດຄ້ານອົງການ​ພະລາດອນພາບ​ມຸສລິ​ມ​ແລະ​ທ່ານ​ໂມ​ຮາ​ເມັດ ​ໂມ​ຊີ, ອະດີດ​ປະທານາທິບໍດີ​ເອຢິບຫຼາຍ​ພັນ​ຄົນ​ໄດ້​ເກີດ​ການປະ​ທະ​ກັນ​ກັບ​ທະຫານ​ຕຳຫຼວດ. ຫຼັງ​ຈາກ​ນັ້ນ​ຝ່າຍ​ທະຫານ​ໄດ້​ປິດຖະໜົນ​ສຳຄັນ​ແລະ​ຍິງ​ໝາກ​ແຕກ​ຄວັນ​ແສບ​ຕາ​ເພື່ອ​ຂັບ​ໄລ່​ກຸ່ມ​ຄົນ​ປະ​ທ້ວງ. ຕາມຂ່າວ​ແຈ້ງວ່າ​ການ​ປະ​ທະ​ກັນ​ໄດ້​ເຮັດ​ໃຫ້ 4 ຄົນ​ເສຍ​ຊີວິດ​ແລະ​ບາດ​ເຈັບ 20 ກວ່າ​ຄົນ.

ການ​ປະ​ທະ​ກັນ​ທີ່​ເກີດ​ຂຶ້ນ​ໃນ​ວັນ​ທີ 4 ຕຸລາ​ນີ້​ແມ່ນ​ການ​ປະ​ທະ​ກັນ​ທີ່​ຮຸນ​ແຮງ​ທີ່​ສຸດ​ໃນ​ໜຶ່ງ​ເດືອນ​ມາ​ນີ້, ຂະໜາດ​ການ​ປະ​ທ້ວງ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ເດັ່ນ​ຊັດ​​ເມື່ອທຽບ​ກັບ​ຫຼາຍ​ເທື່ອ​​ແລ້ວ​ນີ້. ​ໃນ​ຜູ້​ເສຍ​ຊີວິດ​ນັ້ນ​ມີ​ຜູ້​ໜຶ່ງ​ແມ່ນ​ສະມາຊິກອົງການ​ພະລາດອນພາບ​ມຸສລິ​ມ, ປີ​ນີ້​ອາຍຸ 57 ປີ. ລາວ​ຖືກ​ຍິງຈົນ​ເສຍ​ຊີວິດ​ໃນ​ເວລາ​ພະຍາຍາມ​ບຸກ​ເຂົ້າ​ສະໜາມຫຼວງ​ການ​ປົດ​ປ່ອຍ. ຜູ້​ເສຍ​ຊີວິດ​ອີກ 3 ຄົນ​ແມ່ນ​ເສຍ​ຊີວິດ​ໃນ​ການ​ປະ​ທະ​ກັນ​ທີ່​ເກີດ​ຂຶ້ນ​ຢູ່​ເຂດ​​ພາກ​ຕາ​ເວັນ​ຕົກ​ຂອງ​ນະຄອນ​ເລີ​ແກ.