ກອງ​ປ​ະຊຸມ​ບໍ່​ເປັນ​ທາງ​ການລະດັບ​ລັດຖະມົນຕີ 2013 ຂອງ​ອົງການ​ການ​ຮ່ວມ​ມື​​ເສດຖະກິດ​ອາຊີ​ປາຊີ​ຟິກຫຼື APECຈັດ​ຂຶ້ນ​ຢູ່​ເກາະ​ບາຫຼີ​ຂອງ​​ອິນ​ໂດ​ເນ​ເຊຍ

(GMT+08:00) 2013-10-05 16:08:23     cri
ຕາມ​ຂ່າວCRI: ວັນ​ທີ 4 ຕຸລາ​ນີ້, ກອງ​ປະຊຸມບໍ່​ເປັນ​ທາງ​ການ​ລະດັບ​ລັດຖະມົນຕີ 2013 ຂອງ​ອົງການ​ການ​ຮ່ວມ​ມື​ເສດຖະກິດ​ອາຊີ​ປາຊີ​ຟິກຫຼື APEC​ໄດ້​ເລີ່​ມຈັດ​ຂຶ້ນ​ຢູ່​ເກາະ​ບາຫຼີ ຊຶ່ງ​ເປັນ​ແຫຼ່ງທ່ອງ​ທ່ຽວ​ທຳ​ມະ​ຊາດຂອງ​​ອິນ​ໂດ​ເນ​ເຊຍ. ​ເຈົ້າ​ໜ້າ​ທີ່​ລະດັບ​ລັດຖະມົນຕີທັງ​ໝົດ 27 ທ່ານ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້. ຫົວ​ຂໍ້​ຂອງ​ກອງປະຊຸມ​ຜູ້ນຳ APEC​ ປີ​ນີ້​ແມ່ນ "ອາຊີ​ປາຊີ​ຟິກທີ່​ມີ​ຊີວິດ​ຊີວາ, ຫົວ​ລົດ​ໄຟ​ຂອງທົ່ວ​ໂລກ", ​ຫົວ​ຂໍ້​ປະຊຸມ​ທີ່​ສຳຄັນມີ 3 ຂໍ້​ເຊັ່ນ: ບັນລຸ​ເປົ້າ​ໝາຍ​ບໍ​ກໍ, ການ​ເຕີບ​ໂຕ​ແບບ​ຍືນ​ຍົງແລະ​ຍຸດຕິ​ທຳ ​ແລະການ​ເຊື່ອມ​ຈອດ​ກັນ​ຂອງ​ອາຊີ​ປາຊີ​ຟິກ​​.

ປີ 2002 ​ແລະ​ປີ 2005, ​ເກາະ​ບາ​ຫຼີ​ເຄີຍ​​ຖືກ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ 2 ​ເທື່ອ, ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ແລະ​ບາດ​ເຈັບ​ຈຳນວນ​ຫຼວງ​ຫຼາຍ. ສະ​ນັ້ນ, ບັນຫາ​ປ້ອງ​ກັນ​ຄວາມ​ປອດ​ໄພ​​ຂອງກອງ​ປະຊຸມ​ບໍ່​ເປັນ​ທາງ​ການ​ຜູ້ນຳ APECຄັ້ງ​ນີ້​ໄດ້​ກາຍ​ເປັນ​ຈຸດ​ສຸມ​ທີ່​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ສົນ​ໃຈ​ຮ່ວມ​ກັນ. ​ແຕ່​ວັນ​ທີ 1 ຕຸລາ​ນີ້​ເປັນ​ຕົ້ນມາ, ອິນ​ໂດ​ເນ​ເຊຍ​ໄດ້​ຍົກ​ລະດັບ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ເກາະ​ບາ​ຫຼີຢ່າງຮອບດ້ານ, ​ໄດ້​ລະດົມ​ທະຫານ​ແລະ​ຕຳຫຼວດ​ 1 ໝື່ນ 1 ພັນ​ກວ່າ​ຄົນ​ເຂົ້າ​ຮ່ວມ​ວຽກ​ງານ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ກອງ​ປະຊຸມ APECຄັ້ງ​ນີ້. ນອກ​ນີ້, ນອກຈາກ​ເພີ່​ມທະວີ​ການ​ກວດກາ​ຄວາ​ມປອດ​ໄພ​ຢູ່ສະໜາມ​ບິນ​ສາກົນ​ບາ​ຫຼີ ​ສະຖານ​ທີ່​ຈັດ​ກອງ​ປະຊຸມກໍ່​ຄື​ເຂດ​ຂ້ອມຂ້າງ​ແລ້ວ, ອິນ​ໂດ​ເນ​ເຊຍ​ຍັງ​ໄດ້​ເພີ່ມ​ທະວີ​ການ​ຕິດຕາມ​ຄຸ້ມ​ຄອງ​ຕໍ່​ທ່າ​​ເຮືອ​ນ້ອຍ​ ​ໃຫຍ່​ຂອງ​ເກາະ​ບາ​ຫຼີອີ​ກດ້ວຍ.