ບໍລິສັດ​ໂທລະ​ຄົມມະນາຄົມ​​ໂມບາຍONEຂອງ​ສິງກະ​ໂປ​ຖືກ​ປັບ​ໃໝເປັນ​ເງິນຈຳນວນ​ຫຼວງ​ຫຼາຍ​ຍ້ອນ​​ເຄືອ​ຂ່າຍຕົກ​ຢູ່​ໃນ​ສະພາບ​ອຳມະພາດ

(GMT+08:00) 2013-10-05 16:09:46     cri
ຕາມ​ຂ່າວສານ​ຊີ​ນຮວາ​: ວັນ​ທີ 3 ຕຸລາ​ນີ້, ກົມຄຸ້ມ​ຄອງ​ແລະ​ພັດທະນາ​​ຂໍ້​ມູນ​ຂ່າວສານ​​ແລະໂທລະ​ຄົມມະນາຄົມສິງກະ​ໂປ​ໄດ້​ອອກ​ໃບ​ສັ່ງປັບ​ໃໝ​ທີ່​ມີ​ມູນ​ຄ່າ​ສູງ​ເຖິງ 1 ລ້ານ 5​ ​ແສນ​ໂດ​ລາ​ສິງກະ​ໂປ​ໃຫ້​ແກ່​ບໍລິ​ສັດ​ໂມ​ບາຍONE ຊຶ່ງ​ເປັນ​ໜຶ່ງ​ໃນ​ 3 ບໍລິສັດ​ໂທລະ​ຄົມມະນາຄົມ​ໃຫຍ່​ຂອງສິງກະ​ໂປ, ສາ​ເຫດ​ ​ແມ່ນ​ຍ້ອນ​​ເຄືອ​ຂ່າຍ​ໂທລະສັບ​ມື​ຖື​ຂອງບໍລິສັດ​ນີ້​​ເຄີຍຕົກ​ຢູ່​ໃນ​ສະພາບ​ອຳມະພາດ​ເປັນ​ເວລາ​ຫຼາຍ​ວັນ​ໃນ​ເດືອນ​ມັງກອນ​ປີ​ນີ້. ນີ້​ກໍ່​ແມ່ນ​ໃບ​ສັ່ງປັບ​ໃໝ​ທີ່​ມີ​ມູນ​ຄ່າ​ສູງ​ສຸດ​ໃນ​ປະຫວັດສາດ​ຂອງບໍລິສັດ​ໂມ​ບາຍONE ທີ່​ກົມຄຸ້ມຄອງ​ແລະ​ພັດທະນາ​ຂໍ້​ມູນ​ຂ່າວສານ​ແລະ​ໂທລະ​ຄົມມະນາຄົມ​ສິງ​ກະ​ໂປອອກ​ໃຫ້​.

ນັບແຕ່ວັນທີ 15 ມັງກອນປີນີ້ເປັນຕົ້ນມາ, ​ເຄືອ​ຂ່າຍໂທລະສັບ​ມື​ຖື​ຂອງ​ບໍລິສັດ​ໂມບາຍONE​ໄດ້ຕົກ​ຢູ່​ໃນ​ສະພາບ​ອຳມະພາດ, ການ​ບໍລິການ 3G ​ໄດ້​ເປັນ​ອຳມະພາດ​ຫຼາຍ​ກວ່າ 63 ຊົ່ວ​ໂມງ, ການ​ບໍລິການ 2G ຫຼາຍ​ກວ່າ 71 ຊົ່ວ​ໂມງ, ​ແມ່ນ​ເຄືອ​ຂ່າຍ​ໂທລະສັບ​ມື​ຖື​ທີ່​ຕິດ​ຂັດ​ເປັນ​ເວລາ​ດົນທີ່​ສຸດ​ຢູ່​ສິງກະ​ໂປ.

ຜົນ​ການ​ສຳ​ຫຼວດສະ​ແດງ​ໃຫ້​ເຫັນ​ວ່າ, ສາ​ເຫດ​ທີ່​ພາ​ໃຫ້​ເຄືອ​ຂ່າຍ​ຕົກ​ຢູ່​ໃນ​ສະ​ພາບ​ອຳມະພາດ, ​ແມ່ນ​ຍ້ອນ​​ໃນ​ເວລາບໍລິສັດ​ໂມ​ບາຍONE ຍົກ​ລະດັບ​ໃຫ້​ສູນ​ປະຕິບັດ​ງານ​ຂອງ​ເຄືອ​ຂ່າຍ​ສຳຄັນ​ຂອງ​ພື້ນຖານ​ໂຄງ​ລ່າງ​ທາງ​ດ້ານ​ໂທລະ​ຄົມມະນາຄົມນັ້ນ, ປັກສາ​ຍ​ໄຟຟ້າ​ໄດ້​ເກີດ​ອຸປະ​ຕິ​ບັດ​ເຫດ. ກົມ​ຂໍ້​ມູນ​ຂ່າວສານ​​ແລະ​ໂທລະ​ຄົມມະນາຄົມ​ສິງກະ​ໂປ​ເຫັນ​ວ່າ, ບໍລິສັດ​ໂມ​ບາຍ ONE ບໍ່​ໄດ້​ດຳ​ເນີນ​ການ​ປະ​ເມີນຢ່າງ​ເຕັມ​ສ່ວນ​ຕໍ່​ຄວາມ​ສ່ຽງ​ທີ່​ອາດ​ຈະ​ເກີດ​ຂຶ້ນ, ກໍ່​ບໍ່​ໄດ້​ໃຫ້​ຄວາມ​ເອົາ​ໃຈ​​ໃສ່​ເທົ່າ​ທີ່​ຄວນ​ຕໍ່​ການ​ຫຼຸດ​ຄວາມ​ສ່ຽງ.