ຫຼາຍ​ແຫ່ງ​ຂອງເອຢິບ​ເກີດ​ການ​ປະ​ທ້ວງ ​ເຮັດ​ໃຫ້​ມີ​ຜູ້​​ເສຍ​ຊີວິດ 4 ຄົນ

(GMT+08:00) 2013-10-06 16:18:55     cri
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 4 ຕຸລາ​ນີ້, ຫຼາຍ​ແຫ່ງ​ຂອງ​ເອຢິບ​ໄດ້​ເກີດ ການປະ​ທ້ວງຂະໜາດ​ໃຫຍ່ອີກ ​ເຮັດ​ໃຫ້​ມີ​ຜູ້​​ເສຍ​ຊີວິດ 4 ຄົນ. ຜູ້​ສະໜັບສະໜູນກຸ່ມ​ພະລາດ​ອນພາບ​ມຸສລິ​ມ​ແລະ​ທ່ານ​ໂມ​ຮາ​ເມັດ ​ໂມ​ຊີ ອະດີດ​ປະທານາທິບໍດີ​ເອຢິບຫຼາຍ​ພັນ​ຄົນ​ໄດ້​ເກີດ​ການ​ປະ​ທະ​ກັນ​ກັບ​ຜູ້​ຄັດຄ້ານ​ແລະ​ຕຳຫຼວດ​​ທະຫານ​ເອຢິບ. ຫຼັງ​ຈາກ​ນັ້ນ, ຝ່າຍ​ທະຫານ​ເອຢິບ​ໄດ້ປິ​ດຖະໜົນ​ສາຍ​ສຳຄັນ ​ແລະ​ຍິງ​ລູກ​ລະ​ເບີດ​ແກັສນ້ຳຕາ​ເພື່ອ​ຂັບ​ໄລ່ຜູ້​ປະ​ທ້ວງ. ຕາມ​ເວັບ​ໄຊປິ​ລາ​ມິດຂອງ​ເອຢິບລາຍ​ງານ​ວ່າ, ການ​ປະ​ທະ​ກັນ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສ​ຍຊີວິດ 4 ຄົນ, ອີກ 20 ກວ່າ​ຄົນ​ໄດ້​ຮັບ​ບາດ​ເຈັບ.

ການ​ປະ​ທະ​ກັນ​ທີ່​ເກີດ​ຂຶ້ນ​ໃນ​ວັນ​ທີ 4 ຕຸລາ​ນີ້​ແມ່ນ​ການ​ປະ​ທະ​ກັນ​ທີ່​ຮຸນ​ແຮງທີ່​ສຸດໃນ 1 ​ເດືອນມາ​ນີ້​, ​ການ​ປະ​ທ້ວງ​ກໍ່​ມີ​ຂະໜາດ​​ໃຫຍ່​ກວ່າ​ທຸກ​ຄັ້ງ​ທີ່​ຜ່ານ​ມາ​ຢ່າງ​ຈະ​ແຈ້ງ.