ຜູ້ນຳສູງສຸດອີຣານຕີລາຄາ​​ເປັນ​ເທື່ອ​ທຳ​ອິດຕໍ່ການ​ປະພຶດ​ຂອງ​ທ່ານ ​ໂລ​ຮາ​ນີ​ໃນ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​

(GMT+08:00) 2013-10-06 16:19:33     cri
ຕາມ​ຂ່າວCRI: ໃນ​ພິທີ​ຍ້ອງຍໍ​ແລະ​ມອບ​ຍົດ​ທີ່ກອງທັບ​ອີຣານ​ເປັນ​ຜູ້ຈັດ​ຂຶ້ນ​ໃນວັນ​ທີ 5 ຕຸລາ​ນີ້, ທ່ານອາລີ ຄາ​ເມ ​ເນ​ອີ ຜູ້ນຳສູງສຸດອີຣານກ່າວວ່າ, ທ່ານສະໜັບສະໜູນການ​ປະພຶດ​ໂດຍ​ລວມຂອງ​ທ່ານ​ໂລ​ຮາ​ນີ​ໃນ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​. ​ແຕ່​ທ່ານ​ຊີ້​ອອກ​ວ່າ, ບາງ​ເລື່ອງ​ທີ່​ເກີດ​ຂຶ້ນ​ໃນ​ໄລຍະ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ແມ່ນ​ບໍ່​ເໝາະ​ສົມ, ​ເພາະວ່າ​ລັດຖະບານ​ອາ​ເມ​ລິ​ກາ​ບໍ່​ເປັນ​ໜ້າ​ເຊື່​ອຖື​.

ວັນ​ທີ 27 ກັນຍາ​ນີ້, ຢູ່​ທີ່​ນິວ​ຢອກ ທ່ານ​ຮາ​ສຊັນ ​ໂລ​ຮາ​ນີ ປະທານາທິບໍດີ​ອີຣານ​ໄດ້​ລົມ​ຜ່ານ​ທາງ​ໂທລະສັບ​ກັບ​ທ່ານ​ບາຣັກ ​ໂອ​ບາ​ມາ ປະທານາທິບໍດີ​ອາ​ເມ​ລິ​ກາ​, ນີ້​ແມ່ນ​ການ​ໂອ້​ລົມ​ເຈລະຈາ​ເທື່ອ​ທຳ​ອິດ​ລະຫວ່າງ​ປະທາ​ນາ​ທິບໍ​ອີ​ຂອງ​ສອງ​ປະ​ເທດ​​ໃນ 30 ກວ່າ​​ປີ​ມາ​ນີ້. ​ເລື່ອງ​ນີ້​ຖືກ​ວົງ​ການ​ພາຍ​ນອກ​ເອີ້ນ​ເປັນ​ການ​ກະທຳ​ທີ່​ "ທັບ​ມ້າງ​ຄວາມ​ແຂງ​ກະດ້າງ"​ໃນການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ​ແຕ່​ພັດໄດ້​ຮັບ​ການ​ຕຳ​ນິຈາກ​ຝ່າຍ​ແຂງ​ກະດ້າງ​ພາຍ​ໃນ​ປະ​ເທດ​ອີຣານ.