ອັດກອງ​ປະຊຸມ​ລະດັບ​ລັດ​ຖະມົນຕີຂອງ APEC

(GMT+08:00) 2013-10-06 16:11:07     cri

ຕາມ​ຂ່າວCRI: ຕອນ​ບ່າຍ​ວັນ​ທີ5 ຕຸລາ​ນີ້ຕາມ​ເວລາ​ທ້ອງ​ຖິ່ນ, ກອງ​ປະຊຸມ​ລະດັບ​ລັດຖະມົນຕີ2013 ຂອງ APEC ທີ່ດຳ​ເນີນເປັນ​ເວລາ2 ມື້​ໄດ້​ອັດ​ລົງ​ຢູ່​ເກາະ​ປາຫຼີ ​ແຫຼ່ງ​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຂອງ​ອິນ​ໂດ​ເນ​ເຊຍ.

ຫຼັງ​ກອງ​ປະຊຸມ, ທ່ານ​ມາຕີ ນາ​ຕາ​ເລ​ກາ​ວາ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດອິນ​ໂດ​ເນ​ເຊຍ​ແລະ​ທ່ານ​ຈີ​ຕາ ວີ​ຢາ​ວັນ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ​ອິນ​ໂດ​ເນ​ເຊຍ​​ເຊິ່ງ​ເປັນ​ປະ​ທານສອງ​ທ່ານ​ຂອງ​ກອງ​ປະຊຸມ​ລະດັບ​ລັດຖະມົນຕີ​ຄັ້ງ​ນີ້ໄດ້​ຈັດ​ງານ​ຖະ​ແຫຼ​ງຂ່າວ​ຮ່ວມ. ທ່ານ​ມາຕີ​ກ່າວ​ວ່າ, ກອງ​ປະຊຸມ​ລະດັບ​ລັດຖະມົນຕີ​ຄັ້ງ​ນີ້​ໄດ້​​ຕົກລົງເອກະສານ​ຕ່າງໆກ່ຽວ​ກັບການ​ພັດທະນາ​ແບບ​ຍຶນຍົງ​ແລະການນຳ​ໃຊ້​ພະລັງງານ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງແລະ​ສ້າງ​ຕັ້ງ​ລະບຽບ​ການ​ທີ່​ໂປ່​ງ​ໃສ​ເປັນ​ຕົ້ນ, ຈະ​ຍື່ນໃຫ້​ກອງ​ປະຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ຜູ່​ນຳຄັ້ງ​ທີ 21 ຂອງ APEC ນຳ​ໄປ​ປຶກສາ​ຫາລື ກອງ​ປະຊຸມ​ລະດັບ​ລັດຖະມົນຕີ​ຍັງ​ຕົກລົງ, ຈະຍື່ນຮ່າງ​ຂໍ້​ສະ​ເໜີ​ກ່ຽວ​ກັບ​ການເພີ່ມ​ທະວີ​ການ​ເຊື່ອມ​ຈອດ​ກັນ​ຂອງ​ພາກ​ພື້ນ​ອາຊີ​ປາຊີ​ຟິກ​ແລະ​ຊຸກຍູ້ການ​ພັດທະນາ​ແລະ​ການ​ລົງທຶນ​ຂອງ​ພື້ນຖານ​ໂຄງ​ລ່າງຂອງ​ພາກ​ພື້ນນີ້​ໃຫ້​ກອງ​ປະຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ຜູ່​ນຳ.