ທ່ານ​ສີ​ຈີ້​ນພິງ​ພົບ​ປະ​ທ່ານ​ເຊ​ບາສ​ຕຽນ ປີ​​ເຍຣາ ປະທານາທິບໍດີ​ຈີ​ເລ

(GMT+08:00) 2013-10-06 16:12:56     cri

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 6 ຕຸລາ​ນີ້, ທ່ານ​ສີ​ຈີ້​ນພິງ ປະທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ທ່ານ​ເຊ​ບາສຕຽນ ປີ​ເຍຣາ ປະທານາທິບໍດີ​ຈີ​ເລ​ຢູ່​ເກາະ​ປາຫຼີ​ຂອງ​ອິນ​ໂດ​ເນ​ເຊຍ.

ທ່ານ​ສີ​ຈີ້​ພິງ​ກ່າວ​ວ່າ, ​ໃນ​ດ້ານ​ການ​ພົວພັນ​ຕໍ່​ຈີນ, ຈີ​ເລ​ຢູ່​ແຖວ​ໜ້າ​ຂອງ​ປະ​ເທດ​ອາ​ເມລິ​ກາ​ລາ​ຕິນ​ໂດ​ຍຕະຫຼອດ. ຈີນ​ກັບ​ຈີ​ເລ​ໄດ້​ສ້າງ​ການ​ພົວພັນ​ຄູ່​ຍຸດ​ທະ​ສາດ, ​ໄດ້​ສ້າງ​ຕັ້ງ​ເຂດ​ການ​ຄ້າ​ເສລີ​ສອງ​ຝ່າຍ​ຢ່າງຮອບດ້ານ, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຂະຫຍາຍຕົວ​ໄປ​ໜ້າ​ຢ່າງ​ໝັ້ນ​ທ່ຽງ​ແລະ​ວ່ອງ​ໄວ. ​ໃນ​ຂະ​ບວນການ​ທີ່​ລັນ​ລຸ​ເປົ້າ​ໝາຍ​ພັດທະນາ​ຂອງ​ປະ​ເທດ​ຕົນ, ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ມີ​ກຳລັງ​ບົ່ມ​ຊ້ອນຫຼາຍ​ທີ່​ສຸດ, ສາມາດ​ຖືເປັນ​​ແບບຢ່າງ​ທີ່​ຈີນ​ກັບປະ​ເທດອາ​ເມ​ລິ​ກາລາ​ຕິນ ​ຮ່ວມ​ມື​ກັນ​ແບບຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ແລະ​ພັດທະນາ​ຮ່ວມ​ກັນ. ທ່ານ​ສີ​ຈີ້​ນພິງ​ຍັງ​ໄດ້​ສະ​ເໜີ​ຂໍ້​ສະ​ໜີ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ.

ທ່ານ​ປີ​ເຍຣາກ່າວ​ວ່າ, ຍິນ​ດີ​ເພີ່​ມທະວີ​ການ​ພົວພັນຄູ່ຍຸດ​ທະ​ສາດ​ກັບ​ຈີນ, ຍິນ​ດີ​ຮັກສາ​ການຕິດ​ຕໍ່​ພົວພັນ​ແລະ​ປະສານ​ງານ​ກັບ​ຝ່າຍ​ຈີນ​ໃນ​ດ້ານ​ການ​ຮ່ວມ​ມືພາກ​ພື້ນອາຊີ​ປາຊີ​ຟິກ​ເປັນ​ຕົ້ນ.

ພາຍຫຼັງ​ການ​ພົບ​ປະ​ເຈລະຈາ, ປະມຸກ​ລັກ​ສອງ​ປະ​ເທດ​ຍັງ​ຮ່ວມ​ກັນເປັນ​ສັກຂີພິຍານ​​ໃນ​ພິທີເຊັນສັນຍາກ່ຽວ​ກັບ​ການ​ສ້າງ​ຕັ້ງ​ຄະນະ​ກຳ​ມະການ​ປະຈຳ​ລະຫວ່າງ​ລັດຖະບານ​ສອງ​ປະ​ເທດ, ກົນ​ໄກ​ການ​ສົນທະນາ​ຍຸດ​ທະ​ສາດ​ການ​ຮ່ວມ​ມື​ແລະ​ປະສານ​ງານ​ເສດຖະກິດ.