ຈັດກອງ​ປະຊຸມ​ສຸດ​ຍອດອຸດສາຫະກຳ​ການ​ຄ້າAPEC, ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ​ຮຽກຮ້ອງ​​ໃຫ້ຊຸກຍູ້ການ​ເຕີບ​ໂຕດ້ານ​ເສດຖະກິດ​​ໂດຍຜ່ານ​ການ​ຄ້າ​ການ​ລົງທຶນ​ແບບ​ເສລີ

(GMT+08:00) 2013-10-06 16:40:41     cri

ຕາມ​ຂ່າວcri: ວັນ​ທີ6 ຕຸລາ​ນີ້, ກອງ​ປະຊຸມ​ສຸດ​ຍອດ​ຜູ່​ນຳ​ອຸດສາຫະກຳ​ການ​ຄ້າ 2013 ຂອງອົງການ APEC ຈັດ​ຂຶ້ນຢູ່​ສູນປະຊຸມ​ສາກົນ​ເກາະບາ​ຫຼີຂອງ​ອິນ​ໂດ​ເນ​ເຊຍ, ທ່ານ​ຊູຊີ​ໂລ ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ພິທີ​ໄຂ​ກອງ​ປະຊຸມ, ຮຽກຮ້ອງ​​ໃຫ້ຊຸກຍູ້​ການ​ເຕີ​ບ​ໂຕດ້ານ​ເສດຖະກິດ​ໂດຍ​ຜ່ານ​ການ​ຄ້າ​ການ​ລົງທຶ​ແລະ​ແບບ​ເສລີ.

ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ສຸດ​ຍອດ​​ອຸດສາຫະກຳ​ການ​ຄ້າAPEC ​ໃນຄັ້ງ​ນີ້​ແມ່ນ"​ ກ້າວໄປ​ສູ່​ຄວາມ​ມີ​ຊີວິດ​ຊີວາແລະ​ການ​ເຕີບ​ໂຕ", ​ຜູ່​ແທນ​ທີ່​ມາ​ຈາກ​ວົງ​ການ​ອຸດສາຫະກຳ​ການ​ຄ້າ​​ໃນ​ພາກ​ພື້ນ​ແຫ່ງ​ນີ້​ລວມທັງ​ໝົດ 1000 ກວ່າ​ທ່ານ​ໄດ້ເຂົ້າ​ຮ່ວມ​ກອງ​ປະຊຸມ​ທີ່​ຈະ​ດຳ​ເນີນເປັນ​ເວລາ 2 ມື້. ​ແຕ່ລະ​ປີ, ກອງ​ປະຊຸມ​ສຸດ​ຍອດ​ອຸດສາຫະກຳ​ການ​ຄ້າAPEC​ຈັດ​ຂຶ້ນ​ໃນ​ເວລາດຽວ​ກັນກັບ​ກອງ​ປະ​ຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ຜູ່​ນຳAPEC, ​ຊຶ່ງ​ເປັນ​ເວທີ​ແລກປ່ຽນ​ຄວາມ​ເຫັນ​ລະຫວ່າງວົງ​ການ​ອຸດສາຫະກຳ​ການ​ຄ້າກັບ​ຜູ່​ນຳ​ສະມາຊິກ APEC.