ຜູ້​ວ່າການເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ຈີນ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ​ຈັດ​ກອງ​ປະຊຸມ​ລັດຖະມົນຕີ​ການ​ເງິນຂອງ​ອົງການ APEC ​​ໃຫ້ດີ

(GMT+08:00) 2013-10-07 15:41:06     cri
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 6 ຕຸລາ​ນີ້, ຢູ່​ເກາະ​ບາ​ຫຼີຂອງ​ອິນ​​ໂດ​ເນ​ເຊຍ, ທ່ານ​ລຽງ​ເຈີ້ນ​ອິ່ງ ຜູ້​ວ່າການ​ເຂດ​ບໍລິຫານ​​ພິ​ເສດ​ຮົງ​ກົງ​ຈີນ​ກ່າວ​ວ່າ, ການຈັດ​ກອງ​ປະຊຸມ​ລັດຖະມົນຕີ​ການ​ເງິນ​ຂອງ​ອົງການຮ່ວມ​ມື​ດ້ານ​ເສດຖະກິດ​ອາຊີ​ປາຊີ​ຟິກ ຫຼື APEC ປີ 2014 ຈະ​ເພີ່ມ​ທະວີ​ຖານະ​ໃຈກາງ​ດ້ານ​ການ​ເງິນ​ສາກົນ​ຂອງ​ເຂດ​ພິ​ເສດ​ຮົງ​ກົງ​ຕື່ມ​ອີກ, ​ແລະໃຫ້​ຄຳ​ໝັ້ນ​ສັນຍາ​ວ່າຈະ​ຈັດ​ກອງ​ປະຊຸມ​ລັດຖະມົນຕີ​ການ​ເງິນ​ຂອງ​ອົງການ APEC ​ໃນ​ປີ 2014 ​​ໃຫ້​ດີ.

ກອງ​ປະຊຸມ​ບໍ່​ເປັນ​ທາງ​ການ​ຜູ້ນຳອົງການAPEC ຄັ້ງ​ທີ 21 ຈະ​ຈັດ​ຂຶ້ນ​ຢູ່​ເກາະ​ບາ​ຫຼີຂອງ​ອິນ​ໂດ​ເນ​ເຊຍ, ທ່ານ​ລຽງ​ເຈີ້ນອິ່ງ ຜູ້​ວ່າການ​ເຂດ​ບໍລິຫານ​ ​ພິ​ເສດ​ຮົງ​ກົງ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ. ທ່ານ​ກ່າວ​ວ່າ, ​ເຂດ​ພິ​ເສດ​ຮົງ​ກົງ​ຈະ​ຈັດ​ກອງ​ປະຊຸມ​ລັດຖະມົນຕີ​ການ​ເງິນ​ຂອງ​ອົງການ APEC ​ໃນ​ປີໜ້າ​ໃຫ້​ດີ,​ຂອບ​ໃຈ​ນຳລັດຖະບານ​ສູນ​ກາງ​ຈີນ​ສະໜັບ​ສະ​ໜູນ​ຮົງ​ກົງ. ​ເຂດ​ພິ​ເສດ​ຮົງ​ກົງ​ແມ່ນຕົວ​ເມືອງ​ທີ່ໄຂປະຕູແລະຫັນເປັນແບບສາກົນໃນລະດັບສູງ, ການຈັດກອງປະຊຸມຄັ້ງນີ້ຈະ​ເຮັດ​ໃຫ້​ຖານະ​ໃຈກາງ​ດ້ານ​ການ​ເງິນ​ສາກົນ​ຂອງ​ຮົງ​ກົງ​ພົ້ນ​ເດັ່ນ​ຂຶ້ນ​. ​ໃນ​ຂະ​ບວນການ​ລົງ​ເລິກ​ການ​ປະຕິ​ຮູບຂອງ​ແຜ່ນດິນ​ໃຫຍ່​ຈີນ, ​ເຂດ​ພິ​ເສດ​ຮົງ​ກົງ​ສາມາດ​ເສີມ​ຂະຫຍາຍ​ບົດບາດ​ທີ່​ຕັ້ງໜ້າ​ໃນ​ຂົງ​ເຂດ​ການ​ເງິນ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ. ​ເຂດ​ຮົງ​ກົງ​ເອົາ​ໃຈ​ໃສ່​ຫຼາຍ​ຕໍ່​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ເຂດ​ຮົງ​ກົງ​ກັບ​ ​ສະມາຊິກ​ອື່ນໆຂອງ​ອົງການ APEC, ທ່ານ​ຈະ​ຈັດການ​ພົບ​ປະ​ກັບ​ຜູ້ນຳ​ຂອງ​​ສະມາຊິກ​ຫຼາຍທ່ານ, ຫວັງ​ວ່າຈະ​ສາມາດ​ບັນລຸ​ເປົ້າ​ໝາຍ​ການ​ພັດທະນາ​ຮ່ວມ​ກັນ.