ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ແລະຣັດ​ເຊຍ​ພົບ​ປະ​​ເຈະລຈາຢູ່​ເກາະ​ບາ​ຫຼີຂອງ​ອິນ​ໂດ​ເນ​ເຊຍ

(GMT+08:00) 2013-10-07 18:31:03     cri
ວັນ​ທີ 7 ຕຸລາ​ນີ້ ທ່ານຈອນ ​ເຄຣີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​​ເທດ​ອາ​ເມ​ລິ​ກາ​ໄດ້ພົບ​ປະ​ເຈລະຈາ​ກັບ​ ທ່ານ​ເຊີ​ເກ ລາ​ຟຣົຟ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍ​​ໃນ​ໄລຍະ​ກອງ​ປະຊຸມ​ສຸດ​ຍອດ​ຂອງ​ອົງການ​​ຮ່ວມ​ມື​ເສດຖະກິດ​ອາຊີ​ປາຊີ​ຟິກຫຼື​ເອ​ເປັກ, ​ແລະ​ໄດ້​ຮ່ວມ​ກັນ​​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ. ທ່ານ​ຈອນ ​ເຄຣີກ່າວ​ວ່າ, ຖ້າ​ລັດຖະບານ​ຊີຣີປະສາ​ນສົມທົບຢ່າງຮອບດ້ານ​ກັບ​ຂໍ້​ຕົກລົງຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ການ​ທຳລາຍ​ອາວຸດ​ເຄມີ, ​ລັດຖະບານ​ຊີຣີຈະ​ສາມາດ​​ໄດ້​ຮັບສັດທາ​ແລະ​ສື່ສຽງ​ຄືນ​ໃໝ່. ທ່ານ​ເຊີ​ເກ ລາ​ຟຣົຟກ່າວ​ວ່າ, ຈະ​ຮັບປະກັນ​ໃຫ້​ລັດຖະບານ​ຊີຣີປະສານ​ສົມທົບ​​ຢ່າງຮອບດ້ານ​ກັບວຽກ​ງານ​ຂອງສະຫະ​ປະຊາ​ຊາດ​ແລະ​ໜ່ວຍ​ງານ​ຊ່ຽວຊານ​ຮ່ວມ​ເພື່ອກວດກາ​ອາວຸດ​ເຄມີ​ຂອງ​ອົງການ​ສັນ​ຍາ​ວ່າ​ດ້ວຍ​ການ​ຫ້າມ​ບໍ່​ໃຫ້​​ໃຊ້​ອາວຸດ​ເຄມີ.

ໜ່ວຍ​ຊ່ຽວຊານ​ຂອງ​ສະຫະ​ປະຊາ​ຊາດ​ແລະ​ອົງການ​ສັນຍາ​ວ່າ​ດ້ວຍ​ການ​ຫ້າມ​ບໍ່​ໃຫ້​ໃຊ້​ອາວຸດ​ເຄມີ​ໄດ້​ເລີ່​ມ​ເຮັດ​ວຽກຊຳລະ​ສະ​ສາງ​ອາວຸດ​ເຄມີ​ໃນ​ສາງ​ພາຍ​ໃນ​ປະ​ເທດ​ຊີຣີຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 6 ຕຸລາ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ. ຂ່າວ​ແຈ້ງວ່າ, ອາວຸດ​ເຫຼົ່ານີ້​ລວມທັງຫົວ​ລູກ​ປືນ​ເຄມີ ​ລູກ​ລະ​ເບີດ​ເຄມີ​ແລະ​ອື່ນໆ. ທ່ານ​ຈອນ ​ເຄຣີກ່າວ​ໃນ​ວັນ​ທີ 7 ຕຸລາ​ນີ້​ວ່າ, "ນີ້​ມີ​ຄວາມ​ສຳຄັນ​ຫຼາຍ​ທີ່​ສຸດຕໍ່​ການ​ແກ້​ໄຂ​ບັນຫາ​ອາວຸດ​ເຄມີ​ຂອງ​ຊີຣີ. ນີ້​ແມ່ນ​ການ​ເລີ່​ມຕົ້ນ​ທີ່​ດີ. ອາ​ເມ​ລິ​ກາສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຄວາມ​ຄືບ​ໜ້າ​ດັ່ງກ່າວ."

ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ສອງ​ປະ​ເທດ​ອາ​ເມ​ລິ​ກາ-ຣັດ​ເຊຍ​ກ່າວ​ຕື່ມ​ວ່າ, ​​ທັງ​ສອງ​ທ່ານ​ຈະ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ລັກ​ຮາ​ດາ ບຼາຮີ​ມີ ຜູ້ຕາງໜ້າ​ພິ​ເສດ​ຮ່ວມ​ກ່ຽວ​ກັບບັນຫາ​ຊີຣີຂອງ​ສະຫະ​ປະຊາ​ຊາດ-ສັນ​ນິບາດ​ອາ​ລັບ​ໄວໆ, ​ແລະຍາດ​ແຍ່ງຈັດ​ກອງ​ປະຊຸມ​ສາກົນ​ກ່ຽວ​ກັບ​ບັນຫາ​ຊີຣີຄັ້ງ​ທີ 2 ​ໃນ​ກາງ​​ເດືອນພະຈິກ​ປີ​ນີ້.
ນອກ​ນີ້, ທ່ານ​ຈອນ ​ເຄຣີ ​ແລະ​ທ່ານ​ເຊີ​ເກ ລາ​ຟຣົຟຍັງ​ໄດ້​ກ່າວ​ເຖິງ​ບັນຫາ​ນິວ​ເຄຼຍຂອງ​ອີຣານ. ສອງ​ຝ່າຍ​ຫວັງ​ວ່າ, ການ​ເຈລະຈາ​ລະຫວ່າງ​ 6 ຝ່າຍ​ຄື: ອາ​ເມ​ລິ​ກາ, ອັງກິດ, ຝະຣັ່ງ, ຣັດ​ເຊຍ, ຈີນ​ແລະ​ເຢຍລະ​ມັນ​ແລະ​ສະຫະພາບ​ເອີ​ລົບ​ກັບ​ອີຣານທີ່​ຈະ​ຈັດ​ຂຶ້ນ​ຢູ່​ນະຄອນ​ເຊີ​ແນວ​ຂອງ​ສະ​ວິສ​ໃນ​ວັນ​ທີ 15 ຕຸລາ​ນີ້​ຈົ່ງ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຢ່າງ​ແທ້​ຈິງ.