ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ການ​ພົວພັນ​ພັນທະ​ມິດ​ບໍ່​ຄວນ​ກາຍ​ເປັນ​ຂໍ້​ອ້າງ​ທີ່​ເຂົ້າ​ກ່ຽວຂ້ອງ​ກັບການ​ໂຕ້​ຖຽງ​ກັນ​ດ້ານອະທິປະ​ໄຕ​ເໜືອດິນ​ແດນ

(GMT+08:00) 2013-10-07 15:52:01     cri

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ7 ຕຸລາ​ນີ້, ​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ກອງ​ປະຊຸມ​ລະດັບ​ລັດຖະມົນຕີ​ຂອງການ​ສົນທະນາ​ຍຸດ​ທະ​ສາດສາມ​ຝ່າຍ​ຄືອາ​ເມ​ລິ​ກາ ຍີ່ປຸ່ນ ອົສຕຼາລີ​ຄັ້ງ​ທີ5 ອອກ​ຖະ​ແຫຼ​ງການ​ຮ່ວມ​ທີ່​​ມີເນື້ອ​ໃນກ່ຽວພັນ​ເຖິງບັນຫາ​ທະ​ເລຈີນ​ຕາ​ເວັນ​ອອກ, ທະ​ເລ​ຈີນໃຕ້, ທ່ານ​ນາງ​ຮວ້າຊຸ່ນຢິງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນກ່າວ​ວ່າ, ອາ​ເມ​ລິ​ກາ ຍີ່ປຸ່ນ​ແລະ​ອົສຕຼາລີ​ແມ່ນ​ພັນທະ​ມິດ​ເຊິ່ງກັນ​ແລະ​ກັນ, ​ແຕ່​ນີ້​ບໍ່​ຄວນ​ກາຍ​ເປັນ​ຂໍ້​ອ້າງ​ທີ່​ເຂົ້າ​ກ່ຽວຂ້ອງ​ກັບການ​ໂຕ້​ຖຽງ​ກັນດ້ານ​ອະທິປະ​ໄຕ​ເໜືອດິນ​ແດນ, ຖ້າ​ບໍ່​ດັ່ງ​ນັ້ນມີແຕ່​ຈະ​ເຮັດ​ໃຫ້​ບັນຫາ​ສັບສົນກວ່າ​ເກົ່າ​, ທຳລາຍ​ຜົນ​ປະ​ໂຫຍ​ດຂອງ​ຝ່າຍຕ່າງໆ​ເທົ່າ​ນັ້ນ.

ມີ​ນັກ​ຂ່າວ​ຖາມ​ວ່າ, ອີງ​ການລາຍ​ງານຂ່າວ, ຫວ່າງ​ມໍ່ໆ​ນີ້, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ຍີ່ປຸ່ນ​ແລະ​ອົສຕຼາລີ​ໄດ້​ຈັດ​ກອງ​ປະຊຸມ​ລະດັບ​ລັດຖະມົນຕີຂອງ​ການ​ສົນທະນາ​ຍຸດ​ທະ​ສາດ​ສາມ​ຝ່າຍ​ອາ​ເມ​ລິ​ກາ ຍີ​ປຸ່ນ ອົສຕຼາລີ​ຄັ້ງ​ທີ5 ​ໃນ​ໄລຍະ​ກອງ​ປະຊຸມ​ລະດັບ​ລັດຖະມົນຕີ​ຂອງອົງການ APEC​ ທີ່​ຈັດ​ຂຶ້ນ​ຢູ່​ເກາະ​ບາ​ຫຼີ, ​ແລະ​ອອກ​ຖະ​ແຫຼ​ງການ​ຮ່ວມ​ທີ່​ມີເນື້ອ​​ໃນກ່ຽວ​ພັນ​ເຖິງບັນຫາທະ​ເລຈີນຕາ​ເວັນ​ອອກ​ແລະ​ທະ​ເລ​​ຈີນໃຕ້. ຝາຍ​ຈີນ​ມີ​ຄຳ​ວິຈານ​ຍຫຍັງ​ຕໍ່​​ເລື່ອງນີ້?

ທ່ານ​ນາງ​ຮວ້າຊຸ່ນຢິງກ່າວ​ວ່າ, ​ຫຼັກ​ໝັ້ນຫຼັກການ​ຂອງຝ່າຍ​ຈີນ​ໃນ​ບັນຫາ​ທີ່ກ່ຽວຂ້ອງ​ແມ່ນສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ແລະຈະ​ແຈ້ງ. ພົວ​ຂ້າພະ​ເຈົ້າ​ເຕືອນ​ໃຫ້​ປະ​ເທດທີ່​ກ່ຽວ​ຂ້ອງ​​ເຄົາລົບ​ຄວາ​ມ​ເປັນຈິງ, ຈຳ​ແນ​ກຄວາມຖືກ​ຄວາມ​ຜິດ, ລະມັດລະວັງ​ໃນ​ດ້ານ​ກິ​ລະ​ຍາ​ວາຈາ, ຢຸດ​ກິລິຍາ​ວາຈາ​ໃດ​ໆທີ່​ບໍ່​ມີ​ຜົນ​ດີ​ຕໍ່​ການແກ້​ໄຂ​ບັນຫາ​ຢ່າງ​ເໝາະ​ສົມ​ແລະ​ທຳລາຍ​ສະຖຽນ​ລະ​ພາບ​ຂອງພາກ​ພື້ນ.