ທ່ານ​ສີ​ຈີ້​ນພິງ​ພົບ​ປະ​ທ່ານ​ນາງ​ປັກ​ກິນ​ເຮ ປະທານາ​ທິບໍດີ​ສ.​ເກົາຫຼີ

(GMT+08:00) 2013-10-07 17:40:14     cri

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ7 ຕຸລາ​ນີ້, ທ່ານ​ສີ​ຈີ້​ນພິງ ປະທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ທ່ານ​ນາງ​ປັກກິນ​ເຮ ປະທານາ​ທິບໍດີ​ສ.​ເກົາຫຼີ​ຢູ່​ເກາະ​ບາ​ຫຼີຂອງ​ອິນ​ໂດ​ເນ​ເຊຍ.

ທ່ານ​ສີ​ຈີ້​ນພິງ​ກ່າວ​ວ່າ, ປັດ​ຈຸ​ບັນ, ການ​ພົວພັນ​ລະຫວ່າງ​ຈີນ​ສ.​ເກົາຫຼີ​ຂະຫຍາຍຕົວ​​ເປັນ​ຢ່າງ​ດີ, ສອງ​ຝ່າຍ​ໄດ້​ເປັນ​ຄູ່ຮ່ວມ​ມື​ສຳຄັນ​ໃນຂົງ​ເຂດຕ່າງໆ, ລ້ວນ​ແຕ່​​ໄດ້ສ້າງ​ຕັ້ງກົນ​ໄກ​ສົນທະນາ​ເປັນ​ປະຈຳ. ຝ່າຍ​ຈີນ​ຍິນ​ດີ​ພ້ອມ​ກັບ​ຝ່າຍ​ສ.​ເກົາຫຼີ, ສື​ບຕໍ່​ເພີ່ມຄວາມ​ເຂົ້າ​ໃຈ​ກັນ, ​ລົງ​ເລິກຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ​ເປີດ​ກວ້າງ​ຄວາມ​ຮັບ​ຮູ້​ຄື​ກັນ, ພັດທະນາ​ການ​ຮ່ວມ​ມືບົນ​ຈິດ​ໃຈ​ທີ່​ເຄົາ​ລົບ​ເຊິ່ງກັນ​ແລະ​ກັນ, ມີ​ຄວາມ​ສະ​ເໝີ​ພາບ​ຕໍ່ກັນ​​ແລະຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ​ໂດຍ​ຜ່ານ​ສາຍຕາ​ອັນ​ຍາວ​ໄກ​ກວ່າ​ເກົ່າ​ແລະ​ທ່ວງທ່າ​ອັນ​ບຸກບືນ​ກວ່າ​ເກົ່າ, ສ້າງ​ຄວາ​ມສຸກ​ແກ່​ປະຊາຊົນ​ສອງ​ປະ​ເທດ​ໃຫ້ດີກ​ວ່າ​ເກົ່າ, ປະກອບສ່ວນ​ເຂົ້າ​ໃນ​ການ​ຊຸກ​ຍູ້​ສັນ​ຕິ​ພາບ​ແລະ​ການ​ພັດທະນາ​ຂອງ​ພາກ​ພື້ນ.

ປະມຸກ​ລັດສອງ​ປະ​ເທດ​ຍັງ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ສະຖານະການ​ຂອງ​ແຫຼມ​ເກົາຫຼີ. ທ່ານ​ສີ​ຈີ້​ນພິງ​ຊີ້​ອອກ​ວ່າ, ຝ່າຍ​ຈີນ​ຈະ​ສືບ​ຕໍ່​ເດັດດ່ຽວ​ສະໜັບສະ​ໜູນ​ສປປ​ເກົາຫຼີ​ແລະ​ສ.​ເກົາຫຼີ​ປົວ​ແປງການ​ພົວພັນ​ໃຫ້​ດີ​ຂຶ້ນ​, ຍຶດໝັ້ນ​ບັນລຸ​ແຫຼມ​ເກົາຫຼີ​ປອດ​ອາວຸດ​ນິວ​ເຄຼຍ, ຍຶດໝັ້ນ​ຮັກສາ​ສັນ​ຕິ​ພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ແຫຼມ​ເກົາຫຼີ, ຍຶດໝັ້ນ​​ແກ້​ໄຂ​ບັນຫາ​ໂດຍ​ຜ່ານ​ກາ​ນສົນທະນາ​ແລະ​ເປິກສາຫາລື. ຫວັງ​ໃຫ້​ຝ່າຍ​ຕ່າງໆ​ທີ່ກ່ຽວຂ້ອງ​ກ້າວ​ໄປ​ສູ່​ທິດ​ດຽວ​ກັນ,  ​​ເລີ່​ມຈັດການ​ເຈລະຈາ 6 ຝ່າຍ​ຄືນ​​ໃໝ່​ໂດຍ​ໄວ. ຝ່າ​ຍຈີນ​ຍິນ​ດີ​ຮັກສາ​ການ​​ແລກປ່ຽນ​ຄຳ​ເຫັນ​ກັນ, ການປະສານ​ງານ​ແລະ​ການ​ຮ່ວມ​ມືກັບ​ຝ່າຍ​ສ.​ເກົາຫຼີ.

ທ່ານ​ນາງ​ປັກ​ກິນ​ເຮຂອບ​ໃຈ​ຕໍ່ນຳ​ຝ່າຍ​ຈີນ​ທີ່​ເສີມ​ຂະຫຍາຍ​ບົດບາດທີ່​ມີ​ລັກສະນະ​ສ້າງສັນ​​ໃນ​ການຊຸກຍູ້​​ເກົາຫຼີ​ເໜືອ​​ເກົາຫຼີ​​ໃຕ້​ ​ປົວ​ແປງ​ການ​ພົວພັນໃຫ້​ດີ​ຂຶ້ນ​ແລະ​ແຫຼມ​​ເກົາຫຼີ​ປອດນິວ​ເຄຼຍ, ກ່າວ​ວ່າ​ຝ່າຍ​ສ.​ເກົາຫຼີ​ຍິນ​ດີ​ເພີ່​ມທະວີ​ການ​ແລກປ່ຽນ​ຄວາມ​ເຫັນ​ແລະ​ການ​ປະສານ​ງານກັບ​ຝ່າຍ​ຈີນ.