ແບັກ​ແດັດ​ເກີດ​ເຫດການ​ໂຈມ​ຕີ​ດ້ວຍລະ​ເບີດຫຼາຍ​ຄັ້ງຢ່າງ​ໜ້ອຍ​ເຮັດ​ໃຫ້ 136 ຄົນ​ເສຍ​ຊີວິດ​ແລະ​ບາດ​ເຈັບ

(GMT+08:00) 2013-10-08 18:39:26     cri
​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ອີຣັກ​ເປີດ​ເຜີຍ​ວ່າ, ຕອນ​​ແລງ​ວັນ​ທີ 7 ຕຸລາ​ນີ້, ນະຄອນຫຼວງ​ແບັກ​ແດັດ​ຂອງ​ອີຣັກ​​ໄດ້ເກີດ​ເຫດການ​​ໂຈມ​ຕີ​ດ້ວຍ​ລະ​ເບີດ​ຫຼາຍ​ຄັ້ງ, ​ເຮັດ​ໃຫ້​ຢ່າງ​ໜ້ອຍ​ມີ​ຜູ້​ເສຍ​ຊີວິດ 30 ຄົນ​ແລະ​ມີ​ຜູ້​ບາດ​ເຈັບ 106 ຄົນ. ຄຽງ​ຄູ່​ກັບ​ວຽກ​ງານຊ່ວຍ​ເຫຼືອ​ຜູ້​ປະສົບ​ເຄາະ​ຮ້າຍ, ຈຳນວນ​ຜູ້​ເສຍ​ຊີວິດ​ແລະ​​ໄດ້​ຮັບບາດ​ເຈັບ​ຍັງ​ຈະ​ເພີ່ມ​ຂຶ້ນ​ຕື່ມ​ອີກ.

​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ອີຣັກ​ທີ່​ບໍ່​ຍອມ​ເຜີຍ​ຊື່​ແຈ້ງ​ໃຫ້​ຮູ້​ວ່າ, ຕອນ​​ແລງ​ວັນ​ທີ 7 ຕຸລາ​ນີ້, ຫຼາຍ​ເຂດ​ຂອງ​ນະຄອນຫຼວງ​ແບັກ​ແດັດ​ຢ່າງ​ໜ້ອຍໄດ້​ເກີດ​ເຫດການ​ໂຈມ​ຕີ​ດ້ວຍລະ​ເບີດ​ເຖິງ 9 ​ຄັ້ງ. ນອກຈາກ​ນະຄອນຫຼວງ​ແບັກ​ແດັດ​ແລ້ວ, ​ແຂວງ​ນິ​ເນ​ວິ, ​ແຂວງ​ອາ​ອັນ​ບາ​ແລະ​​ແຂວງ​ດິຢາລະ​ຂອງ​ອີຣັກກໍ່​ໄດ້​ເກີດ​ການ​ໂຈມ​ຕີ​ດ້ວຍ​ຄວາມ​ຮຸນ​ແຮງ​ຫຼາຍຄັ້ງ, ​ເຮັດ​ໃຫ້​​ເຈົ້າ​ໜ້າ​ທີ່ປ້ອງ​ກັນ​ຄວາມ​ສະຫງົບ​ຢ່າງ​ໜ້ອຍ​ມີ 14 ຄົນ​ເສຍ​ຊີວິດ​ແລະ 17 ຄົນ​​ໄດ້​ຮັບບາດ​ເຈັບ.

ປັດຈຸບັນ​ຍັງ​ບໍ່​ມີ​ອົງການ​ຫຼື​ບຸກຄົນ​ໃດໆ​ອອກມາສະ​ແດງ​ຄວາມ​ຮັບຜິ​ອຊອບ​ຕໍ່​ເຫດການ​ໂຈມ​ຕີ​ເຫຼົ່າ​ນີ້​ເທື່ອ.