ປະທານ​ປະ​ເທດ​ຈີນ​ເດີນ​ທາງ​ກັບ​ຄືນ​ປະ​ເທດ​ພາຍ​ຫຼັງ​ທີ່​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ເອ​ເປັກ

(GMT+08:00) 2013-10-08 16:55:51     cri
ພາຍຫຼັງ​​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ຜູ້ນຳ​ອົງການ​ຮ່ວມ​ມື​ເສດຖະກິດ​ອາຊີ​ປາຊີ​ຟິກຫຼື​ເອ​ເປັກຢູ່​ເກາະ​ບາ​ຫຼີຂອງ​ອິນ​ໂດ​ເນ​ເຊຍ​ແລ້ວ, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​​ອອກ​ຈາກ​ເກາະ​ບາ​ຫຼີເດີນທາງ​ກັບ​ຄືນ​ປະ​ເທດ​ໃນ​ຕອນ​ບ່າຍ​ວັນ​ທີ 8 ຕຸລາ​ນີ້.

ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ກ່າວ​ຄຳ​ປາ​ໄສ​ທີ່ສຳຄັນ​ຢູ່​ກອງ​ປະຊຸມ,​ໂດຍ​ໄດ້​ບັນ​ລະ​ຍາຍ​ຄວາມ​ເຫັນ​ຂອງ​ຈີນ​ທີ່​ມີ​ຕໍ່​ບັນຫາ​ຕ່າງໆ​ເປັນ​ຕົ້ນ​ແມ່ນ​ສະພາບ​ເສດຖະກິດ​ໂລກ​ໃນ​ປະຈຸ​ບັນ, ບົດບາດ​ຂອງອົງການ​ເອ​ເປັກ​ໃນ​ການ​ເພີ່ມ​ທະວີ​ລະບົບ​ການ​ຄ້າ​ຫຼາຍ​ຝ່າຍ, ການ​ເຊື່ອມ​ຈອດກັນ​ໃນ​ດ້ານ​ຕ່າງໆ,ການ​ເຕີບ​ໂຕ​ແບບ​ຍືນ​ຍົງ​ແລະ​ຍຸດຕິ​ທຳ​ຂອງ​ອາຊີ​ປາຊີ​ຟິກ​ແລະ​ອື່ນໆ, ​ທ່ານ​ສີຈິ້ນ​ຜິ​ງຍັງ​ໄດ້​​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ຄວາມ​ພ້ອມຂອງ​ຈີນ​ໃນ​ການ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ເອ​ເປັກ​ໃນ​ປີໜ້າ.

ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ກ່າວ​ປາຖະກະຖາ​ຢູ່​ທີ່​ກອງ​ປະຊຸມ​ສຸດ​ຍອດ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຂອງ​ອົງ​ການ​ເອ​ເປັກ, ​ໂດຍ​ໄດ້​ບັນ​ລະ​ຍາຍ​ສະ​ພາບ​ເສດ​ຖະ​ກິດ​ຈີນ​ໃນ​ປະ​ຈຸ​ບັນ​ແລະ​ມາດ​ຕະ​ການ​ປະ​ຕິ​ຮູບ​ໃນ​ບາດ​ກ້າວ​ຕໍ່​ໄປ, ພ້ອມ​ດ້ວຍ​ຄວາມ​ເຫັນ​ກ່ຽວ​ກັບ​ທິດ​ຂະ​ຫຍາຍ​ຕົວ​ໃນ​ອະ​ນາ​ຄົດ​ຂອງ​ອາ​ຊີ​ປາ​ຊີ​ຟິກ.

ທ່ານ​ສີ​ຈິ້ນ​ຜິ​ງຍັງ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສົນທະນາ​ລະຫວ່າງ​ຜູ້ນຳ​ສະ​ມາ​ຊິກ​ເອ​ເປັກ​ກັບ​ຜູ້​ຕາງ​ໜ້າ​ສະ​ພາ​ໃຫ້​ຄຳ​ປຶກ​ສາ​ດ້ານ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ເອ​ເປັກ, ພົບ​ປະ​ກັບ​ຜູ້​ນຳ​ຣັດ​ເຊຍ​ແລະ​ຜູ້​ນຳ​ຫຼື​ຜູ້​ຕາງ​ໜ້າ​ຂອງ​ສະມາຊິກ​ອື່ນໆ​.