ປະທານ​ປະ​ເທດ​ຈີນ​ບັນ​ລະ​ຍາຍ​ຈຸດ​ຢືນ​ຂອງ​ຈີນ​ກ່ຽວ​ກັບ​ລະບົບ​ການ​ຄ້າ​ຫຼາຍ​ຝ່າຍ

(GMT+08:00) 2013-10-08 18:46:07     cri
ວັນ​ທີ 7 ຕຸລາ​ນີ້, ຢູ່​ທີ່​ກອງ​ປະຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ຜູ້ນຳ​ອົງການ​ຮ່ວມ​ມື​ເສດຖະກິດ​ອາຊີ​ປາຊີ​ຟິກຫຼື​ເອ​ເປັກ, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ບັນ​ລະ​ຍາຍ​ຈຸດ​ຢືນ​ຂອງ​ຈີນ​ກ່ຽວ​ກັບ​ການຈັດ​ວາງ​ການ​ຄ້າ​ເສລີ​ເຂດ​ອາຊີ​ປາຊີ​ຟິກ​ແລະ​ລະບົບ​ການ​ຄ້າຫຼາຍ​ຝ່າຍ.ທ່ານ​ສີຈິ້ນຜິງກ່າວ​ເນັ້ນ​ວ່າ, ໜຶ່ງ, ຄວນ​ກາຍ​ເປັນ​ກຳລັງ​ແຮງ​ສັງ​ລວມ, ຮ່ວມ​ກັນ​ຊຸກຍູ້​ຂະ​ບວນການ​ເຊື່​ອມ​ໂຍງ​ເຂົ້​​າກັນ​ດ້ານ​ເສດຖະກິດ​ຂອງ​ອາຊີ​ປາ​ຊີ​ຟິກ.ຈີນ​ມີ​ທ່າ​​ທີ​ທີ່ເປີດ​ປະ​ຕູ​ຕໍ່​ການ​ຈັດ​ວາງ​ກົນ​ໄກ​ທຸກ​ຢ່າງ​ທີ່​ມີ​ຜົນ​ດີ​ຕໍ່​ການ​ເຊື້ອ​ມ​ໂຍງ​ເຂົ້າກັນ​ຂອງ​ເຂດອ​າຊີປາຊີ​ປາຊີ​ຟິກ, ການຈັດ​ວາງ​ທີ່​ກ່ຽວ​ຂ້ອງ​ຄວນ​ຖອດ​ຖອນ​ບົດຮຽນ​ນຳ​ກັນ, ຊວຍ​ຊູ​ຍູ້​ໜູນ​ກັນ, ​ເຊື່ອມ​ໂຍງ​ເຂົ້າກັນ​ແລະ​ຈຸນ​ເຈືອກັນ. ສະມາຊິກ​ອົງການ​ເອ​ເປັກ​ຄວນ​ປະ​ຕິ​ບັດ​ຕາມ​ຫຼັກ​ການ​ທີ່​ເປີດ​ປະ​ຕູ, ຜ່​ອນ​ຜັນ​ຕໍ່​ກັນ​ແລະ​ໂປ່​ງ​ໃສ, ສ່​ອງ​ແສງ​ໃຫ້​ເຫັນ​ຄວາມ​ຄ່ອງ​ແຄ້ວ, ພະ​ຍາຍາມ​ສ້າງ​ຕັ້ງ​ແລະ​ເລີ່​ມຕົ້ນ​ການ​ປະ​ຕິ​ບັດ​ກົນ​ໄກ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ​ຂອງ​ເຂດ​ການ​ຄ້າ​ເສ​ລີ​ໂດຍ​ໄວ​​ເທົ່າ​ທີ່​ຈະ​ໄວ​ໄດ້. ອັນ​ທີ​ສອງ, ຄວນ​ສຸມ​ກຳລັງ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ແບບ​ໄຂ​ປະ​ຕູ, ​ເດັດ​ດ່ຽວ​ຄັດ​ຄ້ານ​ລັດ​ທິ​ປົກ​ປ້ອງ​ການ​ຄ້າ. ພວກ​ເຮົາ​ຄວນ​ປະ​ຕິ​ບັດ​ຕາມ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ເປົ້າ​ໝາຍ​ໂບ​ໂກ, ສະ​ມາ​ຊິກ​ທີ່​ພັດ​ທະ​ນາ​ແລ້ວ​ຄວນ​ເປັນ​ແບບ​ຢ່າງ​ທີ່​ດີ​ໃນ​ການ​ເປີດ​ກວ້າງ​ການ​ເປີດ​ຕະ​ຫຼາດ. ອັນ​ສຸດ​ທ້າຍ​ແມ່ນ​ຄວນ​ມີ​ຄວາມ​ໝັ້ນ​ໃຈ​ທີ່​ເດັດດ່ຽວ​ໜຽວ​ແໜ້ນ, ​ເພີ່ມ​ຄວາມ​ມີ​ຊີ​ວິດ​ຊີ​ວາ​ຫຼາຍ​ກວ່າ​ເກົ່າ​ເຂົ້າ​ສູ່​ກົນ​ໄກ​ການ​ຄ້າ​ຫຼາຍ​ຝ່າຍ. ພວກ​ເຮົາ​ຄວນ​ກ້າ​ຫາບ​ແບກ​ຄວາມ​ຮັບຜິດຊອບ​,ສົ່ງ​ສັນຍານ​ການ​ເມືອງ​ທີ່​ເຂັ້ມ​​ແຂງ, ຊຸກຍູ້​ການ​ເຈລະຈາ​ຮອບ​ໂດຮາ​ໃຫ້​ໄດ້​ຮັບ​ຜົນ​ສຳ​ເລັດ​​ໃນ​ເບຶ້ອງຕົ້ນ​ແລະ​ຕົກລົງ​ແຜນ​ທີ່​ເສັ້ນທາງລະອຽດ​ກ່ຽວ​ກັບ​ການ​ເຮັດ​ໃຫ້ການ​ເຈ​ລະ​ຈາ​ສຳ​ເລັດຢ່າງຮອບດ້ານ.