ປະທານາທິບໍດີ​ອາ​ເມ​ລິ​ກາ​ຊຸກຍູ້​ໃຫ້​ສະພາ​ຕ່ຳ​ຈັດການ​ລົງ​ຄະ​ແນນ​ສຽງ​ກ່ຽວ​ກັບ​ຍັດຕິການຈັດ​ສັນ​ງົບປະມານ​ເພື່ອ​ສິ້ນ​ສຸດ​ເຫດການ​ບາງ​ພາກສ່ວນ​ລັດຖະບານ​ຖືກປິດ​ບໍລິການ

(GMT+08:00) 2013-10-08 18:53:18     cri
ວັນ​ທີ 7 ຕຸລາ​ນີ້, ທ່ານ​ບາຣັກ​ໂອ​ບາ​ມາ, ປະທານ​າທິບໍດີ​ອາ​ເມ​ລິ​ກາ​ໄດ້​ຊຸກຍູ້​ໃຫ້​ສະພາ​ຕ່ຳ​ອາ​ເມ​ລິ​ກາ​ຈັດການ​ລົງ​ຄະ​ແນນ​ສຽງ​ຕໍ່​ຍັດ​ຕິ​ການ​ຈັດ​ສັນ​ງົບປະມານ​ຊົ່ວຄາວ​ຂອງ​ລັດຖະບານ​ໂດຍ​ໄວ, ​ເພື່ອ​ສິ້ນ​ສຸດ​ສະພາບ​ການປິດ​ບໍລິການ​ຂອງພາ​ກສ່ວນ​ທີ່​ບໍ່​ສຳຄັນ​ຂອງ​ລັດຖະບານ​ສະ​ຫະ​ລັດ​ອາ​ເມ​ລິ​ກາ​.ພ້ອມ​ດຽວກັນ​ນັ້ນ, ທ່ານ​ບາຣັກ ​ໂອ​ບາ​ມາ​ຍັງ​ຮຽກຮ້ອງ​ໃຫ້​ລັດຖະສະພາ​ຈົ່ງ​ຍົກ​ສູງ​ເພດານ​ໜີ້​ສິນ​ເພື່ອ​ຫຼີກ​ເວັ້ນຄວາມ​ສ່ຽງ​ທີ່​ຈະ​ລະ​ເມີດ​ສັນຍາ.

ໃນ​ເວລາ​ກ່າວ​ຄຳ​ປາ​ໃສ​​ໃນ​ວັນທີ 7 ຕຸລາ​ນີ້​ຢູ່​ອົງການ​ມາດ​ຕະການ​ສຸກ​ເສີນ​ສະຫະລັດ​ອາ​ເມ​ລິ​ກາ, ທ່ານ​ບາຣັກ​ໂອ​ບາ​ມາ​ກ່າວ​ວ່າ, ລັດ​ຖະ​ສະ​ພາ​ຄວນ​ທຳ​ການ​ຕົກ​ລົງ​ທີ່​ມີ​ຜົນ​ດີ​ຕໍ່​ເສດຖະກິດ​ແຫ່ງ​ຊາດ​ແລະ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ, ​ເຮັດ​ໃຫ້​ວິ​ກິດ​ການ​ໃນ​ປະຈຸ​ບັນ​ສິ້ນ​ສຸດ​ລົງ. ທ່ານ​ໂອບ​າມາ​ກ່າວ​ວ່າ, ທ່ານ​ຍິນ​ດີ​ຮ່ວມ​ກັບ​ຊາວ​ພັກ​ລີ​ພັບ​ປຼີ​ກັນ​ປຶກສາ​ຫາລືທຸກ​ບັນຫາ​ທີ່​ກ່ຽວຂ້ອງກັບງົບ​ປະມານຂອງ​ລັດຖະບານ, ທ່ານ​ຊຸກຍູ້​ໃຫ້​ສະພາ​ຕ່ຳ​ອາ​ເມ​ລິ​ກາ​ຈົ່ງຈັດການ​ລົງ​ຄະ​ແນນ​ສຽງ​ຕໍ່​ຍັດຕິ​ການຈັດ​ສັນ​ງົບປະມານ​ເປັນ​ການ​ຊົ່ວຄາວ​ຂອງ​ລັດຖະບານ, ​ເພື່ອ​​ເຮັດ​ໃຫ້​ສະພາບ​ທີ່​ລັດ​ຖະບານ​ປິ​ດບໍລິການນັ້ນ​ສິ້ນ​ສຸດ​ລົງ. ທ່ານ​​ໂອ​ບາ​ມາ​ຍັງ​ຮຽກຮ້ອງ​ໃຫ້​ລັດຖະສະພາ​ຈົ່ງ​ຜ່ານ​ຮັບຮອງ​ຍັດຕິ​ກົດໝາຍ​ໂດຍ​ໄວ, ຊຶ່ງກົດໝາຍ​ສະບັບ​ນີ້​ໄດ້​ຍົກ​ສູງ​ເພດານ​ໜີ້​ສິນ​ຂອງ​ລັດຖະບານ​ສະຫະລັດ​ອາ​ເມ​ລິ​ກາ,​ເພື່ອ​ປ້ອງ​ກັນ​ໄພພິບັດ​ດ້ານ​ເສດຖະກິດ​ທີ່​ອາດ​ຈະເກີດ​ຂຶ້ນ​ຍ້ອນ​ການລະ​ເມີດ​ສັນຍາ.

ເນື່ອງ​ຈາກ​ວ່າ,ພັກ​ເດ​ໂມ​ເຄຼັດ​ແລະ​ພັກ​ລີ​ພັບຣີກັນ​ຍັງ​ມີ​ຄວາມ​ຂັດ​ແຍ້​ງກັນ​ຄື​ເກົ່າ, ພາກສ່ວນ​ທີ່​ບໍ່​ສຳຄັນ​ຂອງ​ລັດຖະບານ​ສະຫະລັດ​ອາ​ເມ​ລິ​ກາ​ໄດ້​ປິດ​ປະຕູ​​ເຂົ້າ​ສູ່​ອາທິດ​ທີ​ສອງ​ແລ້ວ. ຖ້າວ່າ​ຍັງ​ບໍ່​ມີ​ສັນຍາທີ່​ກ່ຽວຂ້ອງກ່ອນ​ວັນ​ທີ 17 ຕຸລາ​ນີ້, ​ເງິນສົດ​ຈຳນວນ​ປະມານ 30 ຕື້​ໂດ​ລາ​ຂອງ​ກະຊວງການ​ເງິນ​ຈະ​ໃຊ້​ໝົດ​ໄປ​ຢ່າງ​ວ່ອງ​ໄວ, ຈາກ​ນັ້ນ,ລັດຖະບານ​ອາ​ເມ​ລິ​ກາ​ຈະ​ປະກົດ​ມີ​ບັນຫາ​ການລະ​ເມີດ​ສັນຍາ.