ປະທານ​ປະ​ເທດ​ຈີນ​ກ່າວ​ຄຳ​ປາ​​ໄສ​ກ່ຽວ​ກັບ​ການ​ຊຸກຍູ້​ວຽກ​ງານ​​ເຊື່ອມ​ຈອດ​ກັນ​ຂອງ​ອາຊີ​ປາຊີ​ຟິກຢູ່​ທີ່​ກອງ​ປະຊຸມ​ສຸດ​ຍອດ​ເອ​ເປັກ​ຄັ້ງ​ທີ 21

(GMT+08:00) 2013-10-08 18:57:02     cri
 ກອງ​ປະຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ຜູ້ນຳ​ອົງການ​ຮ່ວມ​ມື​ເສດຖະກິດ​ອາຊີ​ປາ​ຊີ​ຟິກຄັ້ງ​ທີ 21 ​ໄດ້​ດຳ​ເນີນ​ຕໍ່​ໄປ​ຢູ່​ເກາະ​ບາ​ຫຼີ​ໃນ​ວັນ​ທີ 8 ຕຸລາ​ນີ້. ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະຊຸມ​ຄັ້ງ​ນີ້​ໂດຍ​ໄດ້​ສະ​ເໜີ​ໃຫ້ສ້າງ​ສະພາບ​ການເຊື່ອມ​ຈອດ​ກັນ​ຂອງ​ອາຊີ​ປາຊີ​ຟິກທີ່​ປົກ​ຄຸມ​ສອງ​ຝັ່ງ​ມະຫາ​ສະໝຸດ​ປາຊີ​ຟິກ.

ທ່ານ​ສີ​ຈິ້ນ​ຜິ​ງຊີ້​ອອກ​ວ່າ, ອົງການ​ເອ​ເປັກ​ຄວນ​ໄປ​ຕາມ​ຍຸກ​ສະ​ໄໝ, ​ເຮັດ​ວຽກ​ງານ​ເຊື່ອມ​ຈອດ​ກັນ​ໃຫ້​ດີ. ອັນ​ທີ​ໜຶ່ງ, ຄວນສ້າງ​ສະພາບ​ການ​ເຊື່ອມ​ຈອດ​ກັນ​ຂອງ​ອາຊີ​ປາຊີ​ຟິກທີ່​ປົກ​ຄຸມ​ສອງ​ຝັ່ງ​ມະຫາ​ສະໝຸດ​ປາຊີ​ຟິກ, ​ເພື່ອ​ຊຸກຍູ້​ການ​ກໍ່ສ້າງ​ແລວ​ທາງ​ເສດຖະກິດ​ອະນຸ​ພາກ​ພື້ນ​ຕ່າງໆ, ​ແລ້ວ​ສ້າງ​ຕະຫຼາດ​ໃຫຍ່​ອາຊີ​ປາຊີ​ຟິກທີ່​ກວມ​ 21 ອົງ​ກອນ​ເສດຖະກິດ​ແລະ ປະຊາຊົນ​ຈຳນວນ 2ຕື້ 800ລ້ານ​ຄົນ. ອັນ​ທີ​ສອງ​ແມ່ນ​ຄວນ​ທັບມ້າງ​ຂໍ້​ຜູກ​ມັດ​ການ​ກໍ່ສ້າງ​ດ້ານ​ການ​ເຊື່ອມ​ຈອດ​ກັນ, ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ການ​ລົງທຶນ​ແລະ​ລະດົມ​ທຶນ​ທີ່​ມີ​ພາກ​ລັດ,ພາກ​ເອກະ​ຊົນ​ແລະ​ອົງການ​ຈັດ​ຕັ້ງ​ສາກົນ​ເຂົ້າ​ຮ່ວ​ມຢ່າງ​ກວ້າງຂວາງ. ອັນ​ທີ​ສາມ​ແມ່ນ​ຄວນ​ຊຸກ​ຍູ້​ການ​​ເຊື່ອມ​ຈອດ​ກັນ​ແລະ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ພາຍ​ໃນ​ຂອບ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ແລະ​ສາກົນ. ອັນ​ສຸດ​ທ້າຍ​ແມ່ນ ຄວນ​ຜ່ານ​ຈາກ​ການ​ເຊື່ອມ​ຈອດ​ກັນ​ເພື່ອ​ຊຸກ​ຍູ້​ໃຫ້​ປະຊາຊົນ​ໃນ​​ເຂດ​ອາ​ຊີ​ປາຊີ​ຟິກສ້າງ​ສາຍ​ພົວພັນ​ທີ່​ແໜ້ນ​ແຟ້ນກວ່າ​ເກົ່າ​ໃນ​ຂົງ​ເຂດ​ຕ່າງ​ໆ, ​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ມີຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​.

ທ່ານ​ສີ​ຈິ້ນ​ຜິ​ງປະກາດ​ວ່າ, ຈີນ​ຈະ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ຜູ້ນຳ​ອົງການ​ຮ່ວມ​ມື​ອາຊີ​ປາຊີ​ຟິກຫຼື​ເອ​ເປັກ​ຄັ້ງ​ທີ 22 ຢູ່​ນະຄອນຫຼວງ​ປັກ​ກິ່ງ​ໃນ​​ລະດູ​ໃບ​ໄມ້​ຫຼົ່ນປີໜ້າ.