ຜູ້ນຳ​ຊຸດ​ໃໝ່​ຂອງ​ຈີນ​​ຢ້ຽມຢາມ​ອາ​ຊຽນອີກ ຈະ​ສະ​ເໜີ​ຂໍ້​ສະ​ເໜີ​ກ່ຽວ​ກັບ​ຂ​ອບການ​ຮ່ວມ​ມື​ຈີນ-ອາ​ຊຽນ​​ໃນ​ຂ້າງ​ໜ້າ

(GMT+08:00) 2013-10-08 16:02:36     cri
ວັນ​ທີ 9 ຫາວັນ​ທີ 15 ຕຸລາ​ນີ້ ທ່ານ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນຈະ​ໄປ​ບຼູ​ໄນ​ເພື່ອ​ເຂົ້າ​ຮ່ວມບັນດາ​ກອງ​ປະຊຸມ​ຜູ້ນຳ​ອາຊີ​ຕາ​ເວັນ​ອອກ, ​ແລະຈະ​ຢ້ຽມຢາມ​ບຼູ​ໄນ, ​ໄທ​ແລະ​ຫວຽດນາມ​ຢ່າງ​ເປັນທາງ​ການ. ທ່ານ​ສີ​ຈິ້ນ​ຜິ​ງ ປະ​ທານ​ປະ​ເທດ​ຈີນຈະ​ສຳ​ເລັດ​ການ​ຢ້ຽມຢາມ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ແລ້ວ, ທ່ານ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນກໍ່​ໄດ້​ເດີນທາງ​ໄປ​ຢ້ຽມຢາມ 3 ປະ​ເທດ​ອາ​ຊຽນ. ພຽງ​ແຕ່​ໃນ​ເຄິ່ງ​ເດືອນ​ໜຶ່ງທໍ່​ນັ້ນ, ຜູ້ນຳ​​ຈີນ​ສອງ​ທ່ານ​ໄດ້​ໄປ​ຢ້ຽມຢາມ​ປະ​ເທດ​ອາ​ຊຽນ​ຕາມ​ໆກັນ, ນີ້​ໄດ້​ເຫັນ​ມີ​ໜ້ອຍ​ໃນ​ປະຫວັດກິດຈະກຳ​ການ​ຕ່າງປະ​ເທດ​ຂອງ​ຈີນ​ທີ່​ມີ​ຕໍ່​ປະ​ເທດ​ອ້ອມ​ຂ້າງ.

ທ່ານ​ລີ​ວ​ເຈິ້ນມິນ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ປີ​ນີ້​ແມ່ນ​ການ​ສ້າງການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຈີນ-ອາ​ຊຽນຄົບຮອບ 10 ປີ, ການ​ຢ້ຽມຢາມ​ຂອງ​ທ່ານ​ຫຼີ​ເຄີ້ສຽງ​ໃນ​ຄັ້ງ​ນີ້​ຈະ​ສະຫຼຸບ​ຜົນສຳ​ເລັດ​ແລະ​​ບົດຮຽນຂອງ​ສອງ​ຝ່າຍ​ໃນ "10 ປີ​ຄຳ"ທີ່​ຜ່ານ​ມາ​ໃນ​ກອງ​ປະຊຸມ​ຜູ້ນຳ​ຈີນ-ອາ​ຊຽນ, ​ແລະ​ວາງ​ແຜນພັດທະນາ​ໃນ​ອະນາຄົດ:

"ທ່ານ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​ຈະ​ບັນ​ລະ​ຍາຍ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ລັດຖະບານຈີນ​ຊຸດ​ໃໝ່​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ຈີນ-ອາ​ຊຽນ, ສະ​ເໜີ​ຂໍ້​ສະ​ເໜີ​ແລະ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ກ່ຽວ​ກັບ​ຂອບ​ການ​ຮ່ວມ​ມື​ລະຫວ່າງ​ຈີນ-ອາ​ຊຽນ​​ໃນ​ຂ້າງ​ໜ້າ, ບັນ​ລະ​ຍາຍ​ຫຼັກ​ໝັ້ນ​ແລະທັດສະນະ​ຂອງ​ຕົນ​ໃນ​ການລົງ​ເລິກການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆຕື່ມ​ອີກ​ເຊັ່ນ:ຄວາມ​ໝັ້ນຄົງ​ທາງ​ການ​ເມືອງ​, ​ເສດຖະກິດ​ການ​ຄ້າ, ການ​ເຊື່ອມ​ຈອດ​ກັນ, ການ​ຮ່ວມ​ມືທາງ​ທະ​ເລ ​ແລະ​ວັດທະນະທຳ​ສັງຄົມ​ເປັນ​ຕົ້ນ."

ຕາມ​ກະຊວງ​ການ​ຕ່າງປະ​ເທດຈີນ​ເຜີຍ​ໃຫ້​ຮູ້​ວ່າ, ການຄົ້ນຄວ້າ​ປຶກສາ​ຫາລື​ການ​ເຊັນ​"ສົນທິສັນຍາ​ວ່າ​ດ້ວຍ​​ໄມຕີ​ຈິດ​ມິດຕະພາບ​ຖານ​ປະ​ເທດ​ເພື່ອ​ບ້ານ​ໃກ້​ຄຽງ​ແລະ​ການ​ຮ່ວມ​ມື​ຈີນ-ອາ​ຊຽນ", ຍົກ​ລະດັບ​ຂອງ​​​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ, ການສ້າງ​ທະນາຄານ​ການ​ລົງທຶນ​ພື້ນຖານ​ໂຄງ​ລ່າງ​ອາຊີ, ສ້າງ​​ການ​ຮ່ວມ​ມື​ທາງທະ​ເລ​ແລະ​ອື່ນໆ​ຈະ​ແມ່ນ​​ເນື້ອ​ໃນ​ສຳຄັນ​ຂອງ​ຂໍ້​ສະ​ເໜີ​ທີ່​ກ່ຽວຂ້ອງ​ຂອງ​ທ່ານ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ.

ນອກຈາກ​ເຂົ້າ​ຮ່ວມ​ກອງປະຊຸມ​ສຸດ​ຍອດຈີນ-ອາ​ຊຽນ​ແລ້ວ, ທ່ານ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນຍັງຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມສຸດ​ຍອດ​ອາ​ຊຽນ​ແລະ​ຈີນ ຍີ່ປຸ່ນ​ ​ສ.​ເກົາຫຼີ ຫຼື 10+3 ​ແລະ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ. ທ່ານ​ຫຼີ​ເຄີ້ສຽງ​ຈະ​ສະ​ເໜີ​ຂໍ້​ລິ​ເລີ່​ມ​ແລະ​​ຄວາມ​ຄິດ​ດ້ານ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ: ການ​ຮ່ວມ​ມື​ດ້ານ​ການ​ເງິນ, ຄວາມ​ປອດ​ໄພ​ດ້ານ​ສະບຽງ​ອາຫານ, ການ​ເຊື່ອມ​ຈອດ​ກັນ ພະລັງງານ​ແລະການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ເປັນ​ຕົ້ນ, ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ, ທ່ານ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນຈະ​ກ່າວ​ຢ້ຳ​ໃຫ້​ກອງ​ປະຊຸມ​ສຸດ​ຍອດ​ຍຶດໝັ້ນ​​ເວທີ​ປຶກສາ​ຫາລື​ຍຸດ​ທະ​ສາດ​ທີ່​ນຳພາ​ໂດຍ​ຜູ້ນຳ, ຮ່ວມ​ກັບປະ​ເທດ​ອື່ນໆ​ຊຸກຍູ້​ການ​ສົນທະນາ​ແລະ​ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ​ສັງຄົມ​ແລະ​ຄວາມໝັ້ນຄົງ​ທາງ​ການ​ເມືອງ. ນອກ​ນີ້, ທ່ານ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນຍັງຈະ​ຢ້ຽມຢາມ​ບຼູ​ໄນ, ​ໄທ​ແລະ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ. ​ໃນ​ໄລຍະ​ຢ້ຽມຢາມ, ຈີນ​ແລະ​ບຼູ​ໄນ​ຈະ​ອອກ​ຖະ​ແຫຼ​ງການ​ຮ່ວມ, ຈີນ​ແລະ​ໄທ​ຈະ​ເປີດ​ເຜີຍ​ແຜນການຂະຫຍາຍ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​​ໃນ​​ໄລຍະ​ຍາວ, ຈີນ-ຫວຽດນາມ​ຈະ​ອອກ"ຖະ​ແຫຼ​ງການ​ຮ່ວມ​​ກ່ຽວ​ກັບ​ການ​ລົງ​ເລິກ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຈີນ-ຫວຽດນາມ​ໃນ​​ໄລຍະໃໝ່", ຈີນ​ຍັງ​ຈະ​ຮ່ວມກັບ 3 ປະ​ເທດ​ດັ່ງກ່າວ​​ເຊັນ​ເອກະສານ​ການ​ຮ່ວມ​ມື​ທີ່​ກ່ຽວຂ້ອງຫຼາຍ​ສະບັບ.