ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ​ຄັ້ງ​ທີ 23​ໄຂ​ຂຶ້ນ​ຢູ່​ບຣູ​ໄນ

(GMT+08:00) 2013-10-09 16:27:57     cri
ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງ​ທີ 23 ​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 9 ຕຸ​ລາ​ນີ້​ຢູ່​ນະ​ຄອນ​ຫຼວງ​ບານ​ດາ​ເຊ​ຣີ​ເບ​ກາ​ວັນ​ຂອງ​ບຣູ​ໄນ. ຜູ້​ນຳ​ຂອງ​10​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ​ແລະ​ທ່ານ​ເລ​ເລືອງ​ມິງ ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຸດ​ຍອດ​ຄັ້ງ​ນີ້. ຊຶ່ງ​ກອງ​ປະ​ຊຸມ​ໄດ້​ດຳ​ເນີນ​ດ້ວຍ​ຮູບ​ການ​ແບບ​ພາຍ​ໃນ.


ກອງ​ປະຊຸມສຸດຍອດຄັ້ງນີ້ມີຫົວຂໍ້ວ່າ, ປະຊາຊົນຂອງພວກເຮົາ, ອາ​ນາ​ຄົດ​ຮ່ວມ​ກັນ. ຕາມ​ໄດ້​ຊາບ, ຜູ້​ນຳ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ຈະ​ປຶກ​ສາ​ຫາ​ລື​ບັນ​ຫາ​ຕ່າງໆຢູ່​ທີ່​ກອງ​ປະ ຊຸມ​ເປັນ​ຕົ້ນ​ແມ່ນ​ຄວາມ​ໝັ້ນ​ຄົງ​ດ້ານ​ການ​ເມືອງ, ເສດ​ຖະ​ກິດ​ແລະ​ວັດ​ທະ​ນະ​ທຳ​ສັງ​ຄົມ, ສະ​ຫຼຸບ ຜົນ​ສຳ​ເລັດ​ດ້ານ​ການ​ພັດ​ທະ​ນາ​ຂອງ​ອາ​ຊຽນ, ທຳ​ການ​ກະ​ກຽມ​ເພື່ອ​ສ້າງ​ປະ​ຊາ​ຄົມ​ເສດ​ຖະ​ກິດ ໃຫ້​ສຳ​ເລັດ​ໃນ​ປີ​2015.


ທ່ານເລເລືອງມິງ ເລຂາທິການໃຫຍ່​ອາ​ຊຽນ​ໄດ້​ກ່າວ​ໃນ​ກ່ອນ​ໜ້າ​ນີ້​ວ່າ,​ການ ພັດ​ທະ​ນາ​ດ້ານ​ການ​ເຊື່ອມ​ໂຍງ​ເຂົ້າ​ເປັນ​ອັນ​ໜຶ່ງ​ກັນ​ດຽວ​ກັນ​ຂອງ​ອາ​ຊຽນ​ໃນ​ປີ​ນີ້​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ຫຼວງ​ຫຼາຍ. ພາຍ​ຫຼັງ​ບັນ​ລຸ​ເປົ້າ​ໝາຍ​ການ​ສ້າງ​ປະ​ຊາ​ຄົມ​ເສດ​ຖະ​ກິດ​ໃຫ້​ສຳ​ເລັດ​ແລ້ວ, ອາ​ຊຽນ​ຈະ​ສືບ​ຕໍ່​ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ຮັກ​ສາ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ,ແລະ​ສ້າງ​ພື້ນ​ຖານ ໃຫ້​ແກ່​ການ​ພັດ​ທະ​ນາ​ພາຍ​ໃຕ້​ສະ​ພາບ​ແວດ​ລ້ອມ​ທີ່​ມີ​ສິ່ງ​ທ້າ​ທາຍ​ຫຼາຍ​ກວ່າ​ເກົ່າ​ໃນ​ອະ​ນາ​ຄົດ, ເພີ່ມ​ທະ​ວີ​ບົດ​ບາດ​ຂອງ​ອາ​ຊຽນ​ໃນ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ແລະ​ອາ​ຊີ​ປາ​ຊີ​ຟິກ.