ທ່ານໂອ​ບາ​ມາ​ກ່າວ​ວ່າ​ຍິນ​ດີ​ຮັບ​ເອົາ​ແຜນການ​ແກ້​ໄຂບັນຫາ​ການ​ເງິນ​ໄລຍະ​ສັ້ນ

(GMT+08:00) 2013-10-09 16:29:43     cri
ວັນ​ທີ 8 ຕຸລາ​ນີ້, ທ່ານ​ບາຣັກ​ໂອບາ​ມາ ປະທານາທິບໍດີ​ອາ​ເມ​ລິ​ກາ​ກ່າວ​ວ່າ, ຖ້າວ່າ​ລັດຖະສະພາ​ສາມາດ​ຜ່ານ​ຮັບຮອງ​ຍັດຕິ​ວ່າ​ດ້ວຍ​ການຈັດ​ສັນ​ງົບປະມານ​ຂອງ​ລັດຖະບານ​ແລະ​ຍັດຕິ​ກົດໝາຍ​ວ່າ​ດ້ວຍ​ເພດານ​ໜີ້​ສິ້ນ​ຢ່າງ​ບໍ່​ມີ​ເງື່ອນ​ໄຂ, ​ເຖິງ​ຈະ​ເປັນ​ໄລຍະ​ສັ້ນ, ທ່ານ​ກໍ່​ຍິນ​ດີ​ປຶກສາ​ຫາລື​ກັບ​ຊາວ​ພັກ​ລີ​ພັບ​ບີ​ກັນ​ກ່ຽວ​ກັບ​ບັນຫາ​ຕ່າງໆ​ເປັນ​ຕົ້ນ​ແມ່ນ​ການ​ຮັກສາ​ສຸຂະພາບ, ລາຍ​ຈ່າຍ​ລັດຖະບານ​ແລະ​ຂຸມ​ການ​ເງິນ​ແລະ​ບັນຫາ​ອື່ນໆ.

ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ທຳນຽບຂາວ​ໃນ​ວັນ​ທີ 8 ຕຸລາ​ນີ້, ທ່ານ​ໂອ​ບາ​ມາ​ກ່າວ​ວ່າ, ທ່ານ​ເຫັນ​ວ່າ, ປະຈຸ​ບັນ, ສະພາ​ຕ່ຳ​ມີ​ຄະ​ແນນ​ສຽງ​ອັນ​ພຽງພໍ​ທີ່​ຈະ​ຜ່ານ​ຮັບຮອງ​ຍັດຕິ​ການຈັດ​ສັນ​ງົບປະມານ​ເປັນ​ການ​ຊົ່ວຄາວ​ຂອງ​ລັດຖະບານ​ສະບັບ​ທີ່ສະພາ​ສູງ​ໄດ້​ຮັບຮອງ​ແລ້ວ, ຖ້າ​ວ່າ​ຈັດ​ການ​ລົງ​ຄະ​ແນນ​ສຽງ, ກໍ່​ຈະ​ສາມາດ​ສິ້ນ​ສຸດ​ສະ​ພາບ​ການ​ທີ່​ພາກ​ສ່ວນ​ທີ່​ບໍ່​ສຳ​ຄັນ​ຂອງ​ລັດ​ຖະ​ບານ​ຖືກ​ປິດ​ບໍ​ລິ​ການ​ນັ້ນ​ໃນ​ທັນ​ທີ, ສອງ​ພັກ​ຄື​ພັກ​ເດ​ໂມ​ເຄຼັດ​ແລະ​ພັກ​ລີ​ພັບ​ບີ​ກັນ​ກໍ່​ຈະ​ສາມາດ​ສືບ​ຕໍ່​ເຈລະຈາ​ກ່ຽວ​ກັບ​ບັນຫາ​ການ​ເງິນ. ພ້ອມ​ດຽວ​ກັນ​ນັ້ນ, ທ່ານ​ຍັງ​ໄດ້​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ສະ​ພາ​ຈົ່ງ​ປັບ​ຍົກ​ເພດານ​ໜີ້​ສິນ​ຂອງ​ລັດ​ຖະ​ບານ​ໂດຍ​ໄວ, ທ່ານ​ກ່າວ​ວ່າ,​ການ​ລະ​ເມີດ​ສັນຍາ​ໜີ້​ສິນ​ຈະ​ນຳ​ເອົາ​ຜົນ​ສະ​ທ້ອນ​ອັນ​ໜັກ​ໜ່ວງ​ໃຫ້​ແກ່​ເສດ​ຖະ​ກິດ. ທ່ານ​ໂອ​ບາ​ມາ​ຍັງ​ກ່າວ​ຕື່ມ​ອີກ​ວ່າ, ຍິນ​ດີ​ຮ່ວມ​ກັບ​ຊາວ​ພັກ​ລີ​ພັບ​ບີ​ກັນ​ເຈລະຈາ​ບັນຫາ​ທຸກ​ຢ່າງ, ​ແຕ່​ຊາວ​ພັກ​ລີ​ພັບ​ບີ​ກັນ​ບໍ່​ສາມາດ​ຂົ່ມຂູ່​ດ້ວຍ​ບາງ​ໜ່ວຍ​ງານ​ຂອງ​ລັດ​ຖະ​ບານ​ຖືກ​ປິດ​ບໍ​ລິ​ການ​ແລະ​ພາ​ໃຫ້​ເກີດ​ສະ​ພາບ​ວຸ້ນ​ວາຍ​ດ້ານ​ເສດ​ຖະ​ກິດ​ຕາມ​ມາ.