ກອງ​ປະຊຸມ​ສຸດ​ຍອດ​ຈີນ-ອາຊຽນຄັ້ງ​ທີ 16 ​ໄຂ​ຂຶ້ນ​ຢູ່ບຣູ​ໄນ

(GMT+08:00) 2013-10-09 16:48:35     cri
ກອງ​ປະຊຸມ​ສຸດ​ຍອດ​ຈີນ-ອາ​ຊຽນຄັ້ງ​ທີ 16 ​ໄດ້​ຈັດ​ຂຶ້ນນ​ຕອນ​ບ່າຍ​ວັນ​ທີ 9 ຕຸລາ​ນີ້​ຢູ່​ສູນ​ປະຊຸມ​ສາກົນ​ຂອງ​ນະຄອນຫຼວງ​ບານ​ດາ​ເຊຣີ​ເບ​ກາ​ວັນ​ຂອງ​ບຣູ​ໄນ. ທ່ານ​ລີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​ແລະ​ຜູ້ນຳ​ຂອງ 10 ປະ​ເທດ​ອາ​ຊຽນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ.

ຕາມ​ໄດ້​ຊາບ, ກອງ​ປະຊຸມ​ຄັ້ງ​ນີ້​ຈະ​ສະຫຼຸ​ບຜົນສຳ​ເລັດ​ແລະ​ບົດຮຽນ​ຂອງ​ການ​ພັດທະນາ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ໃນ 10 ປີຜ່ານມາ, ​ແລະ​ວາງ​ແຜນ​ພັດທະນາ​ໃນ​ອະນາຄົດ.