ທ່ານ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​ຕ້ອນຮັບ​ການ​ເຂົ້າ​ສຳພາດ​ຮ່ວມຂອງ​ສື່​ມວນ​ຊົນປະ​ເທດ​ອາ​ຊຽນ

(GMT+08:00) 2013-10-09 11:25:18     cri
ວັນ​ທີ 8 ຕຸລາ​ນີ້ ທ່ານ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​ໄດ້ຕ້ອນຮັບ​ການ​ເຂົ້າ​ສຳພາດ​ຮ່ວມຂອງ​ສື່​ມວນ​ຊົນ​ປະ​ເທດ​ອາ​ຊຽນ.

ປີ​ນີ້​ແມ່ນ​ການ​ສ້າງການພົວພັນ​ຄູ່​​ຍຸດ​ທະ​ສາດ​ຈີນ-ອາ​ຊຽນຄົບຮອບ 10 ປີ, ທ່ານ​ຫຼີ​ເຄີ້ສຽງກ່າວ​ວ່າ ໃນ 10 ປີຜ່ານມາ, ຈີນ​ແລະ​ອາ​ຊຽນ​ໄດ້​ຊຸກຍູ້​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວຈິງ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ໄດ້​ສ້າງ​ເຂດ​ການ​ຄ້າ​ເສລີຂອງປະ​ເທດ​ທີ່​ພວມ​ພັດທະນາ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ. ຈີນແມ່ນ​ຄູ່ການ​ຄ້າ​ອັນ​ດັບ​ທີໜຶ່ງ​ຂອງອາ​ຊຽນ, ອາ​ຊຽນ​ແມ່ນ​ຄູ່​​ການ​ຄ້າ​​ໃຫຍ່ອັນ​ດັບທີ 3 ຂອງ​ຈີນ. ການ​ໄປມາຫາສູ່​ດ້ານ​ວັດທະ​ນະ​ທຳ​​ສັງຄົມ​ລະຫວ່າງ​ຈີນ-ອາ​ຊຽນກໍ່​ໄດ້​ນັບ​ມື້​ນັບ​ແໜ້ນ​ແຟ້ນຂຶ້ນ​ຕື່ມ. ທ່ານ​ຫຼີ​ເຄີ້ສຽງ​ກ່າວ​ວ່າ ການ​ພົວພັນ​ລະຫວ່າງ​ຈີນ-ອາ​ຊຽນພວມຢືນຢູ່ຈຸດເລີ່ມຕົ້ນທາງປະຫວັດສາດໃໝ່. ບົນພື້ນຖານ "ທົດ​ສະ​ວັດຄຳ", ສະແຫວງຫາຄວາມກ້າວໜ້າທາງ​ດ້ານ​ຍຸດ​ທະ​ສາດຄັ້ງ​ໃໝ່, ຮ່ວມກັນ​ສ້າງ​ປະຊຄົມ​​ແຫ່ງຊາຕາ​ຕຳ​ຈີນ-ອາ​ຊຽນທີ່​ແໜ້ນ​ແຟ້ນກວ່າ​ເກົ່າ. ​ໃນ​ຕໍ່ໜ້າ​ຈະ​ສະ​ເໜີ​ຂອບ​ການ​ຮ່ວມ​ມື​ໃນຂົງ​ເຂດອັນ​ກວ້າງຂວາງ, ມີ​ລວງ​ເລິກແລະ​ມີລະດັບ​ສູງ​ຂຶ້ນລະຫວ່າງ​ຈີນ-ອາ​ຊຽນ​ໃນອີກ 10 ປີຂ້າງ​ໜ້າ, ຊຸກຍູ້ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ໃຫ້​ກ້າວ​ຂຶ້ນ​ສູ່​ລະດັບ​ໃໝ່, ສ້າງ​ຄວາມ​ສົມບູນ​ພຸນສຸກຫຼາຍ​ກວ່າ​ເກົ່າ​ໃຫ້​ແກ່​ປະຊາຊົນ​​ໃນ​ພາກ​ພື້ນ​ແຫ່ງ​ນີ້.

​ເມື່ອ​ກ່າວ​ເຖິງ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ແລະ​ນະ​ໂຍບາຍຕໍ່​ປະ​ເທດ​ອ້ອມ​ຂ້າງ​ຂອງ​ລັດຖະບານ​ຈີນຊຸດ​ໃໝ່, ທ່ານ​ຫຼີ​ເຄີ້ສຽງ​ກ່າວ​ເນັ້ນ​ວ່າ, ​ໃນ​ຖານະ​ເປັນ​ສະມາຊິກໜຶ່ງ​ໃນ​ວົງ​ຄະນະ​ຍາດອາ​ຊີ, ຊາ​ຕາ​ຕຳ​ຂອງ​ຈີນ​ກັບ​ບັນດາ​ປະ​ເທ​ດອາ​ຊີ​ໄດ້​ເຊື່ອມ​ຕໍ່​ກັນ. ການ​ພັດທະນາ​ຂອງ​ຈີນ​ຕ້ອງການ​ສະພາບ​ແວດ​ລ້ອມ​ອ້ອມ​ຂ້າງ​ທີ່​ມີ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ ​ແລະ​ຈະ​ຍຶດໝັ້ນ​ສຸມ​ກຳລັງ​ເຂົ້າ​ໃນ​ການ​ຂະຫຍາຍ​ການ​ພົວພັນ​ໄມຕີ​ຈິດມິດຕະພາບຖານ​ປະ​ເທດ​​ໃກ້​ຄຽງ​ແລະ​ການ​ຮ່ວມ​ມື​​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດລະຫວ່າງ​ຈີນ​-ປະ​ເທດ​ອ້ອມ​ຂ້າງ, ຕິດຕາມ​ຄວບ​ຄຸມ​ຂໍ້​ຂັດ​ແຍ່ງ​ ​ຢ່າ​ງ​ເໝາະສົມ. ອາ​ຊຽນ​ແມ່ນ​ທິດ​ບຸລິ​ດມະ​ສິດ​ໃນ​ການ​ພົວພັນ​ການ​ຕ່າງປະ​ເທດ​ຕໍ່​ປະ​ເທ​ດອ້ອມ​ຂ້າງຂອງ​ຈີນ. ຈີນ​ເດັດດ່ຽວ​ສະໜັບສະໜູນ​ການ​ພັດທະນາ​​ເຕີບ​ໃຫຍ່​ຂອງອາ​ຊຽນ​, ສະໜັບສະໜູນ​ອາ​ຊຽນ​ເສີມ​ຂະຫຍາຍ​ບົດບາດນຳພາໃນ​ການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກ. ​ໃນ​ດ້ານ​ການ​ຮ່ວມ​ມືຂອງ​ອາຊີ​ຕາ​ເວັນ​ອອກ, ຈີນ​ມີ​​ເຈດ​ຈຳນົງ​ໃຫ້​ຍຶດໝັ້ນ​ນ້ຳ​ໃຈ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກ​ແລະ​ຍຶດໝັ້ນ​ຫຼັກການທີ່​ມີຄວາມ​ເປັນ​ໄປ​ໄດ້​ແລະມີ​ປະສິດທິ​ຜົນ​ຈຳນວນ​ໜຶ່ງ​ຄື: ​ຍຶດໝັ້ນ​ອາ​ຊຽນ​ເປັນ​ຜູ້ນຳ​ພາ ປຶກສາ​ຫາລື​ເປັນ​ເອກະສັນ​ກັນ,ພິຈາລະນາ​ເຖິງຄວາມ​ຮຽກຮ້ອງ​ຕ້ອງ​ການ​ຂອງ​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ແລະ​ອື່ນໆ, ​ເສີມ​ຂະຫຍາຍ​ຮູບ​​ແບບການ​ຮ່ວມ​ມື​ຂອງ​ພາກ​ພື້ນ​ທີ່​ມີ​​ເອກກະ​ລັກ​ພິ​ເສດຂອງອາຊີ​ຕາ​ເວັນ​ອອກ. ຈີນ​ຕັ້ງໜ້າ​ສະໜັບສະໜູນ​ແລະ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ຂອງກົນ​ໄກ​ຕ່າງໆ, ສຸມ​ກຳລັງ​ເຂົ້າ​ໃນ​ການ​ສ້າງ​ສະພາບ​ຂອງການ​ຮ່ວມ​ມື​ທີ່​ຊ່ວຍ​ຊູ​ຍູ້​ໜູນ​ກັນ ​​ເປີດ​ປະ​ຕູ​ແລະ​ຜ່ອນ​ສັ້ນ​ຜ່ອນ​ຍາວ​ຕໍ່​ກັນ.

​ໃນ​ບັນຫາ​ທະ​ເລ​ຈີນ​ໃຕ້, ທ່ານ​ຫຼີ​ເຄີ້ສຽງ​ກ່າວ​ວ່າ, ຄວາມ​ຕັດສິນ​ໃຈອັນ​​ເດັດດ່ຽວ​ໜຽວ​ແໜ້ນ​ຂອງລັດຖະບານ​ຈີນ​ແມ່ນເດີນ​ຕາມ​ເສັ້ນທາງ​​ພັດທະນາ​ແຫ່ງ​ຊາດ​ສັນຕິພາບ​ເດັດດ່ຽວ​ໜຽວ​ແໜ້ນ, ມານະ​ຈິດ​ໃນ​ການ​ປົກ​ປັກ​ຮັກສາ​ອະ​ທິປະ​ໄຕ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຈີນ​ຈະ​ບໍ່​ມີ​ການ​ຫວັ່ນ​ໄຫວ​ຄ່ອນ​ແຄບ. ຍ້ອນ​ແນວນັ້ນ, ຈີນຈຶ່ງ​ດຳ​ເນີນ​ການ​ສົນທະນາ​ກັບປະ​ເທດ​ທີ່​ກ່ຽວຂ້ອງ​ແລະ​ອາ​ຊຽນຢ່າງ​ບໍ່​ລົດ​ລະ, ​ເພື່ອ​ສະ​ແຫວ​ງຫາ​ຊ່ອງ​ທາງ​ທີ່​ມີ​ປະສິດທິ​ພາບ​ໃນ​ການ​ປົກ​ປັກ​ຮັກສາ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ.

ປີ 2002, ຈີນ​ແລະ​ປະ​ເທດ​ອາ​ຊຽນ​ໄດ້​ເຊັນ "ຖະ​ແຫຼ​ງການ​ແຫ່ງ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ໃນ​ທະ​ເລ​ຈີນ​ໃຕ້", ນີ້​ແມ່ນ​ເອກະສານ​ພື້ນຖານ​ໃນ​ການ​ປົກ​ປັກ​ຮັກສາສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ທະ​ເລ​ຈີນ​ໃຕ້. ຖະ​ແຫຼ​ງການ​ສະບັບ​ນີ້​ຄວນ​ໄດ້​ຮັບ​ການ​ປະຕິບັດ​ແລະ​ໄດ້​ຮັບ​ການ​ປົກ​ປັກ​ຮັກສາ​ຈາກ​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ. ຈີນ​ແລະ​ປະ​ເທດ​ອາ​ຊຽນຄວນ​ຍຶດໝັ້ນ​ການ​ສົນທະນາ​ແລະ​ການ​ຮ່ວມ​ມື, ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ເຂດ​ທະ​ເລ​ຈີນ​ໃຕ້ຢ່າງ​ແທ້​ຈິງ.