ກະຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ຖ້າ​ຫາກ​ຍີ່​ປຸ່ນ​ກໍ່​ເລື່ອງ​ລາວ​ໃນ​ບັນ​ຫາ​ຫໍ​ໄຫວ້​ຢ່າ​ຊູ​ຄູ​ນິ,​ຈະ​ເກີດ​ມີ​ຜົນ​ສະ​ທ້ອນ​ອັນ​ໜັກ​ໜ່ວງ​

(GMT+08:00) 2013-10-10 16:43:31     cri
ວັນ​ທີ 7 ຕຸລາ​ນີ້, ທ່ານອິຊາ​ໂອ ລິ​ຈິ​ມາ ທີ່​ປຶກສາ​ຄະນະ​ລັດຖະບານ​ຍີ່​ປຸ່ນກ່າວ​ວ່າ, ທ່ານ​ຈະ​ຊຸກຍູ້​ໃຫ້​ທ່ານ​ຊິນ​ໂຈ ອາ​ເບະ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ​ໄປ​ເຄົາ​ລົບ​ຫໍ​ໄຫວ້​ຢາ​ຊູ​ຄູ​ນິ​ໃນ​ໄລຍະ​ຈັດ​ພິທີ​ໄຫວ້ໃນລະດູ​​ໃບ​ໄມ້​ຫຼົ່ນຂອງ​ຫໍ​ໄຫວ້​ຢາ​ຊູ​ຄູ​ນິ​​ໃນ​ເດືອນ​ຕຸລາ​ນີ້. ທ່ານ​ອິຊາ​ໂອ ລິ​ຈິ​ມາ​ຍັງ​ກ່າວ​ຕື່ມ​ອີກ​ວ່າ, ຈີ​ນບໍ່​ໄດ້​ເວົ້າ​ມາ​ຈັກ​ເທື່ອ​ວ່າ​ບໍ່​ອະນຸຍາດ​ໃຫ້​ນາຍົກລັດຖະມົນຕີຍີ່ປຸ່ນ​ໄປ​ເຄົາລົບຫໍ​ໄຫວ້​ຢາ​ຊູ​ຄູ​ນິ, ​ເຖິງ​ວ່າ​ທ່ານ​ຊິນ​ໂຈ​ອາ​ເບະ​ຈະ​ໄປ​ເຄົາລົບ​ຫໍ​ໄຫວ້​ໃນ​ເດືອນ​ຕຸລາ​ນີ້​ກໍ່ຕາມ, ຜູ້ນຳ​ຈີນ​ຍີ່​ປຸ່ນກໍ່​ຈະ​ສາມາດບັນລຸ​ການ​ພົບ​ປະກັນໄດ້​ໃນ​ອະນາຄົດ​ໃກ້ໆ​ນີ້.

ກ່ຽວ​ກັບເລື່ອງ​ນີ້, ທ່ານ​ນາງ​ຮວາ​ຊຸນຢິງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​​ໃນ​ວັນ​ທີ 9 ຕຸລາ​ນີ້​ວ່າ, ຖ້າຫາກ​ຍີ່​ປຸ່ນກໍ່​ເລື່ອງ​ລາວ​ເທື່ອ​ໃໝ່​ໃນ​ບັນຫາ​ຫໍ​ໄຫວ້​ຢາ​ຊູ​ຄູ​ນິ, ມັນ​ຍ່ອມ​ຈະ​ພາ​ໃຫ້​ເກີດມີ​ຜົນ​ສະທ້ອນ​ອັນ​ໜັກໜ່ວງ​ກວ່າ​ເກົ່າຢ່າງ​ແນ່ນອນ.ທ່ານ​ນາງ​ຮວາ​ຊຸ​ນຢິງກ່າວ​ວ່າ, ຈີນ​ໄດ້​ກ່າວຢ່າງ​ຈະ​ແຈ້ງ​​ມາຫຼາຍ​ເທື່ອ​ແລ້ວ, ບໍ່​ວ່າ​ຜູ້ນຳ​ຍີ່​ປຸ່ນ​ໄປ​ເຄົາລົບ​ຫໍ​ໄຫວ້​ຢາ​ຊູ​ຄູ​ນິ​ໃນ​ເວລາ​ໃດ,ດ້ວຍ​ຮູບ​ການ​ໃດ​ແລະ​ໃນ​ຖານະ​​ແນວ​ໃດ​ກໍ່ຕາມ, ຝ່າຍ​ຈີນ​ລ້ວນ​ແຕ່​ຄັດຄ້ານ​ຢ່າງ​ເດັດດ່ຽວ. ນາງ​ກ່າວວ່າ, ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ຍີ່ປຸ່ນ​ໃນ​ປະຈຸ​ບັນ​ກຳລັງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງ​ຍາກ​ອັນ​ໜັກ​ໜ່ວງ, ຖ້າວ່າ​ຍີ່​ປຸ່ນກໍ່​ເລື່ອງ​ລາວ​ເທື່ອ​ໃໝ່​ໃນ​ບັນຫາ​ຫໍ​ໄຫວ້​ຢາ​ຊູ​ຄູ​ນິ, ມັນ​ຍ່ອມ​ຈະ​ເຮັດ​ໃຫ້​ມີ​ຜົນ​ສະ​ທ້ອນ​ອັນ​ໜັກ​ໜ່ວງ​ກວ່າ​ເກົ່າ​ເກີດ​ຂຶ້ນຢ່າງ​ແນ່ນອນ.ກ່ຽວ​ກັບ​ເລື່ອງ​ນີ້,ຝ່າຍ​ຍີ່​ປຸ່ນຄວນ​ມີ​ຄວາມ​ຮັບ​ຮູ້​ຢ່າງ​ຈະ​ແຈ້ງ. ຫວັງ​ວ່າ​ຍີ່​ປຸ່ນຢ່າ​ວິນິ​ໄສ​ສະຖານະ​ການ​ຢ່າງ​ຜິດພາດ, ດຶງ​ດູດຫາງ​ສຽງ​ໄປ​ໃນ​ທາງ​ທີ່​ບໍ່​ຖືກຕ້ອງ, ​ແລະ​ກະທຳ​ຜິດຊ້ຳ​ແລ້ວ​ຊ້ຳ​ອີກ.