ນາຍົກລັດຖະມົນຕີຈີນ​ເຂົ້າ​ຮ່ວມງານ​ລ້ຽງ​ອາ​ຫານ​ຄ່ຳ​ທີ່​ຊຸນ​ຕານ​ບຣູ​ໄນ​ຈັດ​ຂຶ້ນ​ເພື່ອ​ເປັນ​ກຽດ​ໃຫ້​ແກ່​ຜູ້​ນຳ​ປະ​ເທດ​ຕ່າງໆ​ທີ່​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ຊີ​ຕາ​ເວັນ​ອອກ

(GMT+08:00) 2013-10-10 16:49:09     cri

ຕອນຄ່ຳວັນທີ 9 ຕຸລານີ້,ທ່ານລີເຄີ້ສຽງ(ຜູ້ຢູ່ຊ້າຍ)​ເຂົ້າ​ຮ່ວມ​ງານ​ລ້ຽງ​ອາ​ຫານ​ຄ່ຳ,​ຊູນ​ຕານ​ຮາ​ຊັນ​ນານ ໂບນ​ເກຍ​ພ້ອມ​ອັກ​ຄະ​ມະ​ເຫ​ສີ​ໃຫ້​ການ​ຕ້ອນ​ຮັບ​ຢ່າງ​ອົບ​ອຸ່ນ

ຕອນ​ຄ່ຳ​ວັນ​ທີ 9 ຕຸລາ​ນີ້, ຢູ່​ນະຄອນຫຼວງ​ບານ​ດາ​ເຊຣີ​ເບ​ກາ​ວັນ​ຂອງ​ບຣູ​ໄນ, ທ່ານ​ລີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​ໄດ້​ເຂົ້າ​ຮ່ວມ​ງານ​ລ້ຽງ​ອາຫານ​ຄ່ຳ​ທີ່​ທ່ານ​ຮາ​ຊັນ​ນານ ​ໂບນ​ເກ​ຍ ຊຸນ​ຕານ​ຂອງ​ບຣູ​ໄນຈັດ​ຂຶ້ນຢູ່​ສູນ​ປະຊຸມ​ສາກົນ​ເພື່ອ​ເປັນ​ກຽດ​ໃຫ້​ແກ່​ຜູ້ນຳ​ຂອງ​ບັນດາ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມສຸດ​ຍອດ​ອາຊີຕາ​ເວັນ​ອອກ.

ໃນ​ເວລາ​ທ່ານ​ລີ​ເຄີ້ສຽງ​ໄດ້​ເດີນທາງ​ໄປ​ເຖິງ​ສູນ​ປະຊຸມ​ສາກົນ​​​ໃນ​ຊຸດ​ພື້ນ​ເມືອງ​ບຣູ​ໄນ, ຊຸນ​ຕານຮາ​ຊັນ​ນານ​ ​ໂບ​ນ​ເກ​ຍພ້ອມ​ອັກຄະມະ​ເຫ​ສີ​ ​ໄດ້​ຕ້ອນຮັບ​ທ່ານ​ດ້ວຍ​ຄວາມ​ອົບ​ອຸ່ນ. ທ່ານ​ລີ​ເຄີ້ສຽງ​ໄດ້​ສຳຜັດ​ມື​ກັບສົມ​ເດັດ​ຊູນ​ຕານ​ແລະ​ອັກຄະມະ​ເຫ​ສີຢ່າງ​ສະໜິດສະໜົມ​ແລະ​ຖ່າຍຮູບ​ຮ່ວມ​ກັນ.

ຫຼັງ​ຈາກ​ນັ້ນ, ນັກ​ສິລະ​ປິນບຣູ​ໄນ​ໄດ້​ສະ​ແດງ​ລາຍການ​ສິລະ​ປະ​ວັນນະຄະດີ​ທີ່​ມີ​ເອກະລັກ​ສະ​ເພາະ​ຊົນ​ເຜົ່າ​ອັນ​ເຂັ້ມ​ຂຸ້ນ​ເພື່ອ​ຜູ້ນຳ​ປະ​ເທດ​ຕ່າງໆ. ​ເພື່ອ​ສະ​ແດງ​ເຖິງ​ມິດ​ໄມຕີ​ຂອງ​ປະຊາຊົນ​ບຣູ​ໄນ​ທີ່​ມີ​ຕໍ່​ປະຊາຊົນ​ຈີນ, ຝ່າຍ​ບຣູ​ໄນ​ໄດ້​ກະກຽມ​ເປັນ​ພິ​ເສດ​ໃນ​ການສະ​ແດງ​ລາຍການ​ເພງ​ຈີນ​ທີ່​ມີ​ຊື່​ສຽງ​ຄື​ເພງ "​ເຢລຽງ​ຕ້າຍ​ປຽວ​ວົວ​ເຕີ​ຊິນ"​ແປ​ເປັນ​ພາສາ​ລາວ​ແມ່ນ ດວງ​ເດືອນ​ແທນ​ໃຈ​ຂ້ອຍ.

ທ່ານ​ລີ​ເຄີ​ສຽງ​ໄດ້​ສະ​ແດງ​ຄວາມຂອບ​ໃຈ​ນຳຊຸນ​ຕານ​ຮາ​ຊັນ​ນານ ​ໂບນ​ເກ​ຍພ້ອມ​ອັກ​ຄະມະ​​ເຫ​ສີ​ ​ທີ່​ໄດ້​ຈັດ​ວາງ​ລາຍການ​ຢ່າງ​ສົມກຽດ​, ​ແລະ​ອວຍພອນ​ໃຫ້​ມິດ​ຕະພານ​ທີ່​ມີ​ມູນ​ເຊື້ອ​ລະຫວ່າງ​ສອງ​ຊາດ​ຈີນ-ບຣູ​ໄນ​ຈົ່ງ​ແຕກ​ດອກ​ອອກ​ຜົນ​ຍິ່ງໆ​ຂຶ້ນ.