ໄທ​ຈະ​ປະຕິບັດ​ພະ​ລາຊະ​ບັນຍັດ​ຄວາມ​ໝັ້ນ​ຄົງ​ພາຍ​ໃນ​ປະ​ເທດ​ຢູ່​ບາງ​ເຂດ​ຂອງ​ນະ​ຄອນ​ຫຼວງ​ບາງ​ກອກ

(GMT+08:00) 2013-10-10 16:57:40     cri
ວັນ​ທີ 9 ຕຸລາ​ນີ້, ທ່ານ​ປະຊາ​ ພົມ​ນອກ ຮອງ​ນາຍົກລັດຖະມົນຕີ​ໄທ​ໄດ້​ປະກາດ​ຈະ​ປະຕິບັດ​ພະ​ລາຊະ​ບັນຍັດ​ຄວາມ​ໝັ້ນຄົງ​ພາຍ​ໃນ​ປະ​ເທດ​ຢູ່ 3 ​ເຂດ​ຂອງ​ນະຄອນຫຼວງ​ບາງກອ​ກຄື​ເຂດ​ດູ​ສິດ, ​ເຂດ​ພະນະ​ຄອນ​ແລະ​ເຂດ​ປ້ອມ​ປາບ​ສັດຕູ​ຜ່າ​ຍ​ແຕ່​ວັນ​ທີ 9 ຫາ​ວັນ​ທີ 18 ຕຸລາ​ນີ້, ​ເພື່ອ​ຮັບ​ມື​ກັບ​ການ​ໂຮມ​ຊຸມນຸມ​ປະ​ທ້ວງ​ຕໍ່​ຕ້ານລັດຖະບານ​ທີ່​ອາດ​ຈະ​ຈັດ​ຂຶ້ນ​ໃນ​ໄລຍະ​ດັ່ງກ່າວ​ນີ້. ທ່ານ​ປະຊາ ພົມ​ນອກ​ໄດ້​ຮຽກ​ໄຂ​ກອງ​ປະຊຸມ​ສຸກ​ເສີນ​ຂອງ​ສະມາຊິກ​ຄະນະ​ລັດຖະບານ​ທີ່​ຮັບຜິດຊອບ​ວຽກ​ງານ​ຄວາມ​ໝັ້ນຄົງ​ໃນ​ວັນ​ທີ 9 ຕຸລາ​ນີ້. ກອງ​ປະຊຸມ​ຕົກລົງປະຕິບັດ​ພະ​ລາຊະ​ບັນຍັດ​ຄວາມ​ໝັ້ນຄົງ​ພາຍ​ໃນ​ປະ​ເທດ​ຢູ່ 3 ​ເຂດ​ຂອງ​ນະຄອນຫຼວງ​ບາງກອກ​ເລີ່​ມ​ແຕ່​ວັນ​ທີ 9 ຕຸລາ​ນີ້​ເປັນ​ຕົ້ນ​ໄປ, ປິດ ​ຖະໜົນ​ຂອງ​ເຂດ​ໃກ້​ຄຽງ​ທຳນຽບລັດຖະບານ​ແລະ​ຫໍ​ລັດຖະສະພາ​ພ້ອມ​ດ້ວຍ​ ​ຖະໜົນ​ທີ່ຢູ່​ບໍລິ​ເວນ​ໃກ້​ຄຽງ.

ເນື່ອງຈາກ​ວ່າ ບໍ່ພໍ​ໃຈ​ນຳຮ່າງ​ຍັດຕິ​ກົດໝາຍ​ວ່າ​ດ້ວຍ​ການນີລະ​ໂທດກຳ​ສະບັບ​ໜຶ່ງ​ທີ່​ໄດ້​ຜ່ານ​ການ​ຮັບຮອງ​ຢູ່​ລັດຖະສະພາ​ຂອງ​ໄທ​ໃນ​ເດືອນ​ສິງຫາ​ຜ່ານ​ມາ​ນີ້, ກອງທັບ​ປະຊາຊົນ​ເພື່ອ​ໂຄ່ນ​ລົ້ມ​ອຳນາດ​ການ​ປົກຄອງ​ທັກສິນ ຊຶ່ງ​ເປັນ​ກຸ່ມ​ຕໍ່ຕ້ານ​ລັດຖະບານ ​ໄດ້​ຈັດ​ງານ​ໂຮມ​ຊຸມນຸມ​ປະ​ທ້ວງຢ່າງ​ຕໍ່​ເນື່ອງ ​ຢູ່​ສວນລຸມ​ພີ​ນີ ທີ່ຢູ່​ໃຈກາງ​ນະຄອນຫຼວງ​ບາງກອກ​, ​ເລີ່​ມ​ແຕ່​ວັນ​ທີ 8 ຕຸລາ​ນີ້​ເປັນ​ຕົ້ນ​ມາ, ກຸ່ມ​ຕໍ່​ຕ້ານ​ລັດຖະບານ​ປ່ຽນ​ສະຖານ​ທີ່​ໂຮມ​ຊຸມນຸມ​ໄປ​ຈັດ​ຢູ່​ຕໍ່ໜ້າ​ທຳນຽບລັດຖະບານ, ບຸກຄົນ​ຕໍ່ຕ້ານ​ລັດຖະບານ​ຈຳນວນ​ຫຼາຍ​ຮ້ອຍ​ຄົນ​ໄດ້​ເຂົ້າຮ່ວມ​ງານ​ໂຮມ​ຊຸມນຸມ​ດັ່ງກ່າວ​ນີ້.