ທ່ານ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນສະ​ເໜີ​ຂອບ​ກາ​ນຮ່ວມ​ມື 2+7 ລະຫວ່າງ​ຈີນ-ອາ​ຊຽນ

(GMT+08:00) 2013-10-10 15:49:11     cri
ວັນ​ທີ 9 ຕຸລາ​ນີ້, ທ່ານ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຈີນ-ອາ​ຊຽນຫຼື 10+1 ຄັ້ງ​ທີ 16 ຢູ່​ນະຄອນຫຼວງ​ບັນດາ​ເສຣີ​ເບ​ກາ​ວັນ​ຂອງ​ບຼູ​ໄນ​ແລະ​ກ່າວ​ຄຳ​ປາ​ໄສ​ໂດ​ຍ​ໄດ້ບັນ​ລະ​ຍາຍ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ​ທາງ​ການ​ເມືອງ 2 ຂໍ້​ແລະຄວາມ​ຄິດ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ 7 ຂົງ​ເຂດ​ທີ່​ຝ່າຍ​ຈີນ​ສະ​ເໜີ, ​ເວົ້າ​ໂດຍ​ສັງ​ເຂ​ບ​ແລ້ວ​ແມ່ນ"ຂອບ​ການ​ຮ່ວມ​ມື 2+7", ນີ້​ແມ່ນການສະ​ແດງ​​ໃຫ້​ເຫັນ​ເຖິງນະ​ໂຍບາຍ​ຂອງ​ລັດຖະບານ​ຈີນ​ຊຸດ​ໃໝ່​ໃນ​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ຈີນ-ອາ​ຊຽນ​​ໃນ​ອະນາຄົດ.

ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ​ທາງ​ການ​ເມືອງ 2 ຂໍ້​ແມ່ນ: ໜຶ່ງ, ຈຸດ​ພື້ນຖານ​​ໃນ​ກາ​ນຊຸກຍູ້​ການ​ຮ່ວມ​ມື​ແມ່ນ​ລົງ​ເລິກ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ກາ​ນ​ເມືອງ, ​ຂະຫຍາຍ​ການ​ພົວພັນ​ແບບ​ໄມຕີ​ຈິດ​ມິດຕະພາ​ບຖານ​​ເພື່ອນ​ບ້ານ​ໃກ້​ຄຽງ​ທີ່​ດີ​ຕໍ່​ກັນ. ສອງ, ຈຸດ​ສຳຄັນຂອງການ​ລົງ​ເລິກ​ການ​ຮ່ວມ​ມື​ແມ່ນສຸມ​ໃສ່ການ​ພັດທະນາ​​ເສດຖະກິດ, ​ເປີດ​ກວ້າງ​ຜົນ​ປະ​ໂຫຍ​ດຮ່ວມ​ໃຫ້​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ.

​ຄວາມ​ຄິດ​ກ່ຽວ​ກັບການ​ຮ່ວມ​ມື​ໃນ 7 ຂົງ​ເຂດ​ແມ່ນ​, ໜຶ່ງ, ຕັ້ງໜ້າຄົ້ນຄວ້າ​ປຶກສາ​ຫາລື​ການ​ເຊັນ​ສົນທິສັນຍາ​ວ່າ​ດ້ວຍ​ໄມຕີ​ຈິດ​ມິດຕະພາບ​ຖານ​​ເພື່ອນ​ບ້ານ​ໃກ້​ຄຽງ​ທີ່​ດີ​ຕໍ່​ກັນ​ແລະ​ການ​ຮ່ວມ​ມືລະຫວ່າງ​ຈີນ-ອາ​ຊຽນ. ສອງ, ​ເລີ່​ມຕົ້ນດຳ​ເນີນ​ການ​ເຈລະຈາ​ກ່ຽວ​ກັບ​ການ​ຍົກ​ລະດັບ​ຂອງ​​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ. ສາມ, ​ເລັ່ງລັດ​ການ​ສ້າງ​ພື້ນຖານ​ໂຄງ​ລ່າງ​ທີ່​ເຊື່ອມ​ຈອດ​ກັນ. ສີ່, ​ເພີ່​ມທະວີ​ການ​ຮ່ວມ​ມື​ດ້ານ​ກາ​ນ​ເງິນ​ແລະ​ການ​ປ້ອງ​ກັນ​ຄວາ​ມສ່ຽງ​​ໃນ​ພາກ​ພື້ນ​. ຫ້າ, ຊຸກຍູ້​ການ​ຮ່ວມ​ມື​ທາງ​ທະ​ເລ​ຢ່າງ​ໝັ້ນ​ທ່ຽງ. ຫົກ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຄວາມ​ໝັ້ນຄົງ. ​​ເຈັດ, ຮັດ​ແໜ້ນ​ການ​ແລກປ່ຽນ​ໃນ​ດ້ານ​ວັດທະ​ນຳ​ສັງຄົມ, ວິດ​ທະຍາ​ສາດ​​ເຕັກ​ໂນ​ໂລ​ຊີ​,​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ແລະ​ອື່ນໆ.

ທ່ານ​ຫຼີ​ເຄີ້ສຽງ​ກ່າວ​ວ່າ, ຈຸດປະສົງ​ຂອງຂອບ​ການ​ຮ່ວມ​ມື 7+2 ​ແມ່ນ​ເພື່ອ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ການ​ເມືອງ​ລະຫວ່າງ​ຈີນ-ອາ​ຊຽນ, ລົງ​ເລິກ​ການ​ຮ່ວມ​ມື​ຮອບດ້ານ, ບັນລຸ​ການ​ພັດທະນາ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຮ່ວມ​ກັນ, ຂຽນ​ໜ້າ​ໃໝ່​​ແຫ່ງ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຈີນ-ອາ​ຊຽນ, ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ຈີນ-ອາ​ຊຽນບໍ່​ພຽງ​ແຕ່ສ້າງ​ຄວາມ​ສົມບູນ​ພຸ​ນສຸກ​ໃຫ້​ແກ່​ປະຊາຊົນສອງ​ຝ່າຍ​ເທົ່າ​ນັ້ນ, ຍັງ​ຈະ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງກວ່າ​ເກົ່າ​ເຂົ້າ​ໃນ​ສັນຕິພາບ ສະຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ​ແຫ່ງ​ນີ້​ກໍ່​ຄື​ຂອງ​ໂລກ.