ຜູ້ນຳ​ອາ​ຊຽນກ່າວ​ຢ້ຳຄ​ເຖິງວາມ​ສຳຄັນ​ໃນ​ການ​ປົກ​ປັກ​ຮັກສາ​ສັນຕິພາບ ສະຖຽນ​ລະ​ພາບ​ແລະ​ຄວາມ​ປອດ​ໄພ​ທາງ​ທະ​ເລ​ຂອງ​ທະ​ເລ​ຈີນ​ໃຕ້

(GMT+08:00) 2013-10-10 15:50:08     cri
ຕາມ​ຂ່າວສານ​ຊີ​ນຮວາ: ກອງ​ປະຊຸມ​ສຸດ​ຍອດອາ​ຊຽນຄັ້ງ​ທີ 23 ​ໄດ້​ອັດ​ລົງ​ຢູ່​ນະຄອນ​ຫຼວງບັນດາ​ເສຣີ​ເບ​ກາ​ວັນຂອງ​ບຼູ​ໄນ​ໃນ​ວັນ​ທີ 9 ຕຸລາ​ນີ້. ຖະ​ແຫຼ​ງການປະທານ​ທີ່​ກອງ​ປະຊຸມ​ເປີດ​ເຜີຍໄດ້​ກ່າວ​ຢ້ຳ​ເຖິງວາມ​ສຳຄັນ​ໃນ​ການ​ປົກ​ປັກ​ຮັກສາ​ສັນຕິພາບ, ສະຖຽນລະ​ພາບ​ແລະ​ຄວາມ​ປອດ​ໄພ​ທາງ​ທະ​ເລ​ຂອງ​ທະ​ເລ​ຈີນ​ໃຕ້.

ຖະ​ແຫຼ​ງການ​ຂຽນ​ວ່າ, ຜູ້ນຳ​ປະ​ເທດ​ອາ​ຊຽນ​ໄດ້​ປຶກສາ​ຫາລືກັນ​ກ່ຽວ​ກັບ​ສະຖານະ​ການ​ຂອງ​ທະ​ເລ​ຈີນ​ໃຕ້​ໃນ​ກອງ​ປະຊຸມ​ສຸດ​ຍອດ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ, ​ໂດຍກ່າວ​ຢ້ຳວ່າຈະປົກ​ປັກ​ຮັກສາ​ສັນຕິພາບ ສະຖຽນ​ລະ​ພາບ​ແລະ​ຄວາມ​ປອດ​ໄພ​ທາງ​ທະ​ເລ​ຂອງ​ທະ​ເລ​ຈີນ​ໃຕ້ ​ໂດຍ​ຕາມ​ຫຼັກການ​ຂອງ "ຖະ​ແຫຼ​ງການ​ແຫ່ງ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ໃນ​ທະ​ເລ​ຈີນ​ໃຕ້", 6 ຫຼັກການກ່ຽວ​ກັບ​ບັນຫາ​ທະ​ເລ​ຈີນ​ໃຕ້ທີ່​ອາ​ຊຽນສະ​ເໜີ​ອອກ, ​ແລະຖະ​ແຫຼ​ງການ​ຮ່ວມ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ-ຈີນ​ຈັດ​ຂຶ້ນ​ເພື່ອ​ລະ​ລຶກ "ຖະ​ແຫຼ​ງການ​ແຫ່ງ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ໃນ​ທະ​ເລ​ຈີນ​ໃຕ້"​ເຊັນ​ກັນ​ຄົບຮອບ 10 ປີ.

ຖະ​ແຫຼ​ງການ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ກອງ​ປະຊຸມ​ເຈົ້າ​ໜ້າ​ອາວຸ​ໂສ ກອງ​ປະຊຸມ​ທີ​ມງານ​ທີ່ຈັດ​ຕັ້ງ​ປະຕິບັດ "ຖະ​ແຫຼງການອາຊຽນ-ຈີນ"​​ທີ່​ຈັດ​ຂຶ້ນ​ຢູ່​ນະຄອນ​ຊູ່​ໂຈ່​ວ​ແຂວງ​ຈ່ຽງຊູ່​ຈີນ​ໃນ​ເດືອນ​ກັນຍາ​ແລ້ວ​ນີ້, ມີ​ຄວາມ​ປາຖະໜາ​ຢາກ​ເພີ່ມ​ທະວີ​ການປຶກສາ​ຫາລືກັບ​ຈີນ​ກ່ຽວ​ກັບ​ການ​ວາງ "ຫຼັກການ​ແຫ່ງ​ການ​ປະພຶດ​ຂອງທະ​ເລ​ຈີນ​ໃຕ້", ​​ເພື່ອ​ສຳ​ເລັດ​ຂະ​ບວນການ​ນີ້​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ້​ໄດ້.

ວັນ​ທີ 9 ຕຸລາ​ນີ້, ທ່ານ​ນາງ​ຮວາ​ຊຸ່ນອິງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ຍິນ​ດີ​ຮ່ວມ​ກັບບັນດາປະ​ເທດ​ອາ​ຊຽນ, ສືບ​ຕໍ່​ຊຸກຍູ້​ຂະ​ບວນການຂອງ "ຫຼັກການ​ແຫ່ງ​ການ​ປະພຶດ​ຂອງ​ທະ​ເລ​ຈີນ​ໃຕ້"ຢ່າງ​ໝັ້ນ​ທ່ຽງ​ໃນ​ຂະ​ບວນການຈັດ​ຕັ້ງ​ປະຕິບັດ "ຖະ​ແຫຼ​ງການ​ແຫ່ງ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ໃນ​ທະ​ເລຈີນ​ໃຕ້"ຢ່າງຮອບດ້ານ​ແລະ​ມີ​ປະສິດທິ​ຜົນ. ທ່ານ​ນາງ​ຮ້ວາ​ຊຸ່ນອິງ​ກ່າວ​ວ່າ, "ພວກ​ຂ້າພະ​ເຈົ້າ​ຍິນ​ດີ​ຮ່ວມ​ກັບ​ບັນດາ​ປະ​ເທດ​ອາ​ຊຽນສືບ​ຕໍ່​ຮັກສາ​ການ​ຕິດ​ຕໍ່​ພົວພັນ​ຢ່າງ​ແໜ້ນ​ແຟ້ນຕໍ່​ເລື່ອງ​ນີ້, ຍຶດໝັ້ນ​ການ​ສົນທະນາ​​ແລະ​ການ​ຮ່ວມ​ມື, ຮ່ວມ​ກັນ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ເຂ​ດທະ​ເລ​ຈີນ​ໃຕ້."