ນາຍົກ​ຈີນ: ຊຸກຍູ້​ການ​ຮ່ວມ​ມື​ຈີນ-​ອາ​ຊຽນ​ໃນຫຼາຍ​ຂົງ​ເຂດ​ນັບທັງລວງເລິກລວງກວ້າງ​ແລະ​ຮອບດ້ານ

(GMT+08:00) 2013-10-10 16:38:12     cri
ຕາມ​ຂ່າວ CRI: ຕອນ​ບ່າຍ​ວັນ​ທີ 9 ຕຸລາ​ນີ້ ທ່ານ​ຫຼີ​ເຄີ້ຊຽງ ນາຍົກລັດຖະມົນຕີຈີນ​ໄດ້​​ເຂົ້າຮ່ວມ​ກອງ​ປ​ະຊຸມ​ສຸດ​ຍອດ​ຈີນ-​ອາ​ຊຽນ(ຄື 10+1) ຄັ້ງທີ 16 ທີ່​ໄຂ​ຂຶ້ນຢູ່​ນະຄອນຫຼວງ​ບານ​ດາ​ເຊຣີ​ເບ​ກາ​ວັນ​ຂອງ​ບຣູ​ໄນ. ທ່ານ​ຫຼີ​ເຄີ້ຊຽງ​ຮ່ວມ​ກັບ​ສົມ​ເດັດ​ຮາ​ຈີ ຮາ​ຊາ​ນານ​ ​ໂບນ​ເກ​ຍ, ຊູນ​ດານ​ຂອງ​ບຣູ​ໄນ​ເປັນ​ປະທານ​ກອງ​ປະຊຸມ, ຜູ້ນຳ​ຂອງ 10 ປະ​ເທດ​ອາ​ຊຽນລ້ວນ​ແຕ່​​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ​. ກອງ​ປະຊຸມ​ດັ່ງກ່າວ​ໄດ້​​ປຶກສາ​ຫາ​ລືຢ່າງ​ເລິກ​ເຊິ່ງ​ກ່ຽວກັບ​ການ​ລົງ​ເລິກ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ, ສະ​ເໜີ​ຄວາມ​ຄຶດ​ກ່ຽວ​ກັບຂອບ​ຮ່ວມ​ມື ​ແລະ​​ໄດ້​ມີ​ຄວາມ​ຮັບ​ຮູ້​ຄື​ກັນ​ຢ່າງ​ກວ້າງຂວາງ.


ທ່ານ​ຫຼີ​ເຄີ້ຊຽງ​ຊີ້​ອອກ​ວ່າ, ປັດຈຸບັນ ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໄດ້​ກ້າວ​ເຂົ້າສູ່​ໄລຍະ​ພັດທະນາ​ແລ້ວ, ການ​ຮ່ວມ​ມື​ໄດ້​ເຂົ້າສູ່​"ທາງ​ດ່ວນ". ຈີນ​ກັບ​ອາ​ຊຽນຄວນ​ລົງ​ເລິກ​ຄວາມ​ຮັບ​ຮູ້​ທີ່​ຄື​ກັນ​ໃນ​ດ້ານ​ການ​ເມືອງ 2 ຂໍ້​ຕື່ມ​ອີກ,ຄື: ໜຶ່ງ​, ​ພື້ນຖານ​ຂອງ​ການຊຸກຍູ້​ການ​ຮ່ວມ​ມື​ແມ່ນ​ລົງ​ເລິກ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈກັນ​ດ້ານ​ຍຸດ​ທະ​ສາດ, ​ແລະ​ເປີດ​ກວ້າງ​ໄມຕີ​ຈິດ​ມິດຕະພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ; ສອງ​, ຂໍ​ກະ​ແຈ​ຂອງ​ການ​ລົງ​ເລິກ​ການ​ຮ່ວມ​ມື​ແມ່ນ​ສຸມ​ໃສ່​ການ​ພັດທະນາ​ເສດຖະກິດ​ແລະ​ເປີດ​ກວ້າງ​ຜົນ​ປະ​ໂຫຍ​ດທີ່​ທັງ​ສອງ​ຝ່າຍ​ລ້ວນ​ແຕ່​ໄດ້​ຮັບ. ສອງ​ຝ່າຍ​ຄວນ​ກຳ​ໂອກາດ, ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໃນ​ຫຼາຍຂົງ​ເຂດ​ນັບທັງລວງເລິກລວງກວ້າງ​ແລະ​ຮອບດ້ານ. ທ່ານ​ຫຼີ​ເຄີ້ຊຽງ​ຍັງ​ໄດ້​ມີ​ຂໍ້​ສະ​ເໜີ​ຫຼາຍ​ຂໍ້​ກ່ຽວ​ກັບ​ໂຄງ​ຮ່າງ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໃນ 10 ປີ​ຕໍ່ໜ້າ. ທ່ານ​ກ່າວ​ເນັ້ນວ່າ, ຈີນ​ຍິນ​ດີ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​​ໃຈ​ກັນ​ດ້ານ​ຍຸດ​ທະ​ສາດ, ລົງ​ເລິກ​ການ​ຮ່ວມ​ມືຮອບດ້ານ, ບັນລຸ​ການ​ພັດທະນາ​ພ້ອມ​ກັນ, ​ແລະ​ສືບ​ຕໍ່​ຂຽນ​ໜ້າ​ໃໝ່​ແຫ່ງ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ.


ຜູ້ນຳ​ຂອງ​ປະ​ເທດ​ອາ​ຊຽນ​ໄດ້​ຕີ​ລາຄາ​ໃນ​ລະດັບ​ສູງ​ຕໍ່​ປະ​ເທດ​ຈີນ​ທີ່​ຍຶດໝັ້ນ ນະ​ໂຍບາຍ​ໄມຕີ​ຈິດ​ມິດຕະພາບ​ຕໍ່​ປະ​ເທດ​ອ້ອມ​ຂ້າງ, ຖື​ການ​ພັດທະນາ​ຂອງ​ຕົນ​ມາ​ສ້າງ​ຄວາມສຸກ​ໃຫ້​ແກ່​ປະ​ເທດ​ອ້ອມ​ຂ້າງ ​ແລະ ​ໄດ້​ປະກອບສ່ວນ​ອັນ​ສຳຄັນ​ເພື່ອ​ຊຸກຍູ້​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ແຫ່ງ​ນີ້. ພວກ​ເພິ່ນ​ຍັງ​ໄດ້​ສະ​ແດງ​ຄວາມ​ຍ້ອງຍໍຊົມ​ເຊີຍ​ໃນ​ລະດັບ​ສູງ​ຕໍ່​ຂໍ້​ສະ​ເໜີ​ຂອງ​ທ່ານ​ຫຼີ​ເຄີ້ຊຽງ, ​ແລະ​ກ່າວ​ວ່າ, ອາ​ຊຽນ​ໃຫ້​ຄວາມ​ສຳຄັນ​ໃນ​ລະດັບ​ຍຸດ​ທະ​ສາດ​ຕໍ່​ການ​ພັດທະນາ​ການ​ພົວພັນ​ກັບ​ຈີນ, ທະ​ນຸຖະໜອມ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມື​ກັບ​ຈີນ​ທີ່​ໄດ້​ຮັບ​ໃນ​ໄລຍະ​ດົນ​ນານ​ມາ​ນີ້, ຍິນ​ດີ​ຮ່ວມ​ກັບ​ຈີນ​ວາງ​ແຜນການ​ພັດທະນາ​ການ​ພົວພັນ​ໃນ​ອະນາຄົດ, ລົງ​ເລິກ​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​ໃນ​ທຸກ​ຂົງ​ເຂດ ບົນ​ພື້ນຖານ​ນ້ຳ​ໃຈ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ແລະ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ, ສ້າງ​ເງື່ອນ​ໄຂ​ທີ່​ມີ​ຜົນ​ດີ​ເພື່ອ​ການ​ພັດທະນາ​ກາ​ນພົວພັນ​ລະຫວ່າງ​ອາ​ຊຽນກັບ​ຈີນ​ໃນ​ 10 ປີ​ຕໍ່ໜ້າ, ​ແລະ​ເກາະ​ແຂນ​ກັນ​ຕ້ອນຮັບ​ອາຊີ​ທີ່​ສວຍ​ງາມ​ກວ່າ​ເກົ່າ.