ບຸກຄົນ​ສື່​ມວນ​ຊົນ​ບຣູ​ໄນ​ຕີ​ລາຄາ​ຢ່າງ​ຕັ້ງໜ້າ​ຕໍ່​ຂໍ້​ສະ​ເໜີ​ຂອງ​ທ່ານ​ຫຼີ​ເຄີ້ຊຽງ​ກ່ຽວ​ກັບ​ການ​ເພີ່​ມທະວີ​ການ​ພົວພັນ​ຈີນ-​ອາ​ຊຽນ

(GMT+08:00) 2013-10-10 16:39:18     cri
​ໃນ​ກອງ​ປະຊຸມ​ສຸດ​ຍອດ​ຈີນ-​ອາ​ຊຽນຄັ້ງທີ 16 ທີ່​ໄຂ​ຂຶ້ນ​ໃນ​ວັນ​ທີ 9 ຕຸລາ​ນີ້, ທ່ານ​ຫຼີ​ເຄີ້ຊຽງ ນາຍົກລັດຖະມົນຕີຈີນ​ໄດ້​ມີ​ຂໍ້​ສະ​ເໜີ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໃນ 7 ຂົງ​ເຂດ. ນັກ​ຂ່າວ​ຂອງ​ໜັງສືພິມ"ບຣູ​ໄນ​ແທັມ​" ສື່​ມວນ​ຊົນ​ສະບັບ​ພາສາ​ອັງກິດ​ຕົ້ນຕໍ​ຂອງ​ບຣູ​ໄນ​ກ່າວ​ວ່າ, ທ່ານ​ມີ​ຄວາມ​ສົນ​ໃຈ​ທີ່​ສຸດ​ຕໍ່​ຂໍ້​ສະ​ເໜີ​ຂອງ​ທ່ານຫຼີ​ເຄີ້ຊຽງ​ກ່ຽວ​ກັບ​ການ​ເສີມ​ສ້າງ​ພື້ນຖານ​ໂຄງ​ລ່າງ, ​ເພາະວ່າ​ຂໍ້​ສະ​ເໜີ​ດັ່ງກ່າວ​ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ຕົວ​ຈິງ​ຂອງ​ບາງ​ປະ​ເທດ​ອາ​ຊຽນ, ​ເພາະວ່າ​ຫຼາຍ​ປະ​ເທດ​ສະມາຊິກ​ຂອງ​ອາ​ຊຽນຍັງ​ບໍ່​ທັນ​ພັດທະນາ​ປານ​ໃດ​ໃນ​ດ້ານ​ນີ້, ຂໍ້​ສະ​ເໜີ​ຂໍ້​ນີ້​ຂອງ​ນາຍົກລັດຖະມົນຕີຈີນຈະມີ​ຜົນ​ປະ​ໂຫຍ​ດຫຼາຍ​ຕໍ່​ບາງ​ປະ​ເທດ​ອາ​ຊຽນ, ​ໂດຍ​ສະ​ເພາະ​ປະ​ເທດ​ລາວ, ມຽນມາ​ແລະ​ຫວຽດນາມ.

ນອກຈາກ​ເລັ່ງລັດ​ການ​ເຊື່ອມ​ຈອດ​ກັນ​ແລະການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ແລ້ວ, ນັກ​ຂ່າວ​ຜູ້​ນີ້​ຍັງ​​ເວົ້າວ່າ, ປັດຈຸບັນ ຫຼາຍ​ປະ​ເທດ​ອາ​ຊຽນຍັງ​ຂາດ​ຄວາມ​ສາມາດ​ໃນ​ດ້ານ​ການ​ຄຸ້ມ​ຄອງ​ການ​ທະນາຄານ​ແລະ​ການ​ເງິນ, ສ່ວນ​ຂໍ້​ສະ​ເໜີ​ຂອງ​ທ່ານ​ຫຼີ​ເຄີ້ຊຽງ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ທະນາຄານ​ຂອງ​ພາກ​ພື້ນ​ແຫ່ງ​ນີ້​ຈະມີ​ຜົນ​ດີ​ຕໍ່​ການ​ຍົກ​ຄວາມ​ສາມາດ​ຄຸ້ມ​ຄອງ​ການ​ທະນາຄານ​ຂອງ​ບາງ​ປະ​ເທດ​ອາ​ຊຽນ​ໃຫ້​ສູງ​ຂຶ້ນ, ​ແລະ​ຈະ​ມີ​ຜົນ​ດີ​ຕໍ່​ສະຖຽນ​ລະ​ພາບ​ດ້ານ​ການ​ທະນາຄານ​ຂອງ​ພາກ​ພື້ນ.