ສານ​ສູງ​ສຸດ​ປາ​ກີ​ສະຖານ​ອອກ​ຄຳ​ສັ່ງ​ປ່ອຍ​ຕົວ​ທ່ານ​ມູຊາ​ລາບ

(GMT+08:00) 2013-10-11 16:22:13     cri
ວັນ​ທີ 10 ຕຸລາ​ນີ້, ສານ​ສູງ​ສຸດ​ປາ​ກີ​ສະຖານ​ໄດ້​ອອກ​ຄຳ​ສັ່ງ​ປ່ອຍ​ຕົວ​ທ່ານ​ເປີ​ເວັສ ມູຊາ​ລັຟ ອະດີດ​ປະທານາທິບໍດີ​ປາ​ກີ​ສະຖານ. ​ໃນ​ວັນ​ດຽວ​ກັນ, ທະນາຍຄວາມ​ຂອງ​ທ່ານ​ມູຊາ​ລັຟ​ໄດ້​ເສຍ​ຄ່າ​ປ່ອຍ​ພາງ​ຈຳນວນ 2ລ້ານຣູປີ​ຫຼືປະມານ 2ໝື່ນ​ໂດ​ລາ​ຕາມ​ຄວາມ​ຮຽກຮ້ອງ​ຂອງ​ສານ.

ວັນ​ທີ 9 ຕຸລາ​ນີ້, ສານ​ສູງ​ສຸດ​ປາ​ກີ​ສະຖານ​ໄດ້​ອະນຸມັດ​ໃຫ້​ປ່ອຍ​ພາງ​ທ່ານ​ມູຊາ​ລັຟ. ຜູ້​ພິພາກສາ​ກ່າວ​ວ່າ, ຍ້ອນບໍ່​ມີ​ຫຼັກ​ຖານ​ອັນ​ຄົບ​ຖ້ວນ​ທີ່​ສາມາດ​ຢັ້ງຢືນ​ວ່າ​ທ່ານ​ມູຊາ​ລາບໄດ້​ມີ​ສ່ວນ​ຮ່ວມ​ໃນ​ການ​ລອບ​ຄາດ​ຕະກຳ​ຫົວໜ້າ​ຊົນ​ເຜົ່າ.