ທ່ານ​ຫຼີ​ເຄີ້ສຽງ​ກ່າວ​ວ່າ ກຳ​ທິດ​ພັດທະນາ​ໂດຍ​ສັນຕິ​ແລະ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ຊຸກຍູ້​ການຮ່ວມ​ມື​ຂອງ​ອາຊີ​ຕາ​ເວັນ​ອອກ​​ໃຫ້ຂະຫຍາຍ​ໄປ​ໜ້າ​ຢ່າງ​ປອດ​ໃສ

(GMT+08:00) 2013-10-11 11:39:03     cri
ຕາມ​ຂ່າວສານ​ຊີ​ນຮວາ: ຕອນ​​ເຊົ້າວັນ​ທີ 10 ຕຸລາ​ນີ້ ທ່ານ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​​ອາ​ຊຽນ- ຈີນ ຍີ່ປຸ່ນ​ແລະ​ສ.​ເກົາຫຼີ ຫຼື 10+3 ຄັ້ງ​ທີ 16 ຢູ່​ນະຄອນຫຼວງ​ບັນດາ​ເສຣີ​ເບ​ກາ​ວັນ​ຂອງ​ບຼູ​ໄນ. ຜູ້ນຳ​ຂອງ10 ປະ​ເທດ​ອາ​ຊຽນ, ຍີ່ປຸ່ນ​ແລະ​ ສ.​ເກົາຫຼີ​ກໍ່ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມຄັ້ງ​ນີ້.

ທ່ານ​ຫຼີ​ເຄີ້ສຽງ​ໄດ້​ກ່າວ​ຄຳ​ປາ​ໄສ​​ໃນ​ກອງ​ປະຊຸມໂດຍ​ກ່າວ​ວ່າ, ການ​ຮ່ວມ​ມື​ລະຫວ່າງ​ອາ​ຊຽນ-ຈີນ ຍີ່ປຸ່ນ ສ.​ເກົາຫຼີ​ໄດ້​ປະກອບສ່ວນ​ອັນ​ຕັ້ງໜ້າ​​ເຂົ້າ​ໃນ​ການ​ຊຸກຍູ້​ເສດຖະກິດ​​ພາກ​ພື້ນ​ມີ​ຄວາມ​ໝັ້ນ​ທ່ຽງແລະ​ເຂົ້າ​ໃນ​ການ​ເຕີບ​ໃຫຍ່​ຂອງເສດຖະກິດ​ໂລກ. ພຶດຕິ​ກຳ​ໄດ້​ຢັ້ງຢືນ​ວ່າ, ການ​ຮ່ວມ​ມື​ຂອງ 10+3​​ໄດ້​ຮັບ​ຜົນສຳ​ເລັດ​, ​ໄດ້​ກາຍ​ເປັນ​ຊ່ອງ​ທາງ​ແລະ​ທີ່​ໝັ້ນທີ່​ສຳຄັນ​ຂອງ​ການ​ຮ່ວມ​ມື​ຢູ່ອາຊີ​ຕາ​ເວັນ​ອອກ. ປະ​ເທດ​ຕ່າງໆ​ຄວນ​ສືບ​ຕໍ່ກຳ​ແໜ້ນທິດ​ ​ພັດທະນາ​ໂດຍ​ສັນຕິ ​ແລະ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ຖື​ການ​ພັດທະນາ​ເສດຖະກິດ​ແລະ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ​ໄວ້​ຢູ່​ຖານະ​ບຸລິ​ດມະ​ສິດ, ​​ເຮັດ​ໃຫ້ການ​ຮ່ວມ​ມື​ຂອງ​ອາຊີ​ຕາ​ເວັນ​ອອກ​ເດີນ​ຕາມ​ເສັ້ນທາງພັດທະນາ​ທີ່​ປອດ​ໃສ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ.

ກ່ຽວ​ກັບ​ການລົງ​ເລິກ​ການ​ຮ່ວມ​ມື​ຂອງ​ 10+3, ທ່ານ​ຫຼີ​ເຄີ້ສຽງ​ຊີ້​ອອກ​ວ່າ, ​ເດັດດ່ຽວ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ແຫ່ງ​ນີ້, ​ຮັບ​ມື​ແລະ​ແກ້​ໄຂ​ບັນຫາຈຸດ​ສຸມ​ທີ່​ອ່ອນ​ໄຫວ​ຂອງ​ພາກ​ພື້ນ​ຢ່າງ​ເໝາະ​ສົມ ​ກຳ​ແລະ​ນຳ​ໃຊ້​​ໂອກາດ​ປະ​ຫວັດ​ສາດ​ໃນ​ການ​ພັດ​ທະນາ​ອາຊີ​ຕາ​ເວັນ​ອອກ, ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ອາຊີ​ຕາ​ເວັນ​ອອກ; ​ເລັ່ງລັດ​ຊຸກຍູ້​​ເສດຖະກິດ​ອາຊີ​ຕາ​ເວັນ​ອອກ​ເຊື່ອມ​ໂຍງ​ເຂົ້າ​ເປັນອັນ​ໜຶ່ງ​ອັນ​ດຽວ​ກັນ, ພະຍາຍາມ​ສຳ​ເລັດ​ການ​ເຈລະຈາ​ກ່ຽວ​ກັບ "ການ​ພົວພັນ​ຄູ່​ເສດຖະກິດ​ຮອບດ້ານ​ຂອງ​ພາກ​ພື້ນຫຼື RCEP"ກ່ອນປີ 2015; ​ເພີ່ມ​ທະວີ​ການ​ສ້າງລະບົບ​ເຄືອ​ຂ່າຍຄວາມ​ປອດ​ໄພ​ດ້ານ​ການ​ເງິນ​ຂອງ​ພາກ​ພື້ນ, ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ແບບ​ຫຼາຍ​ຝ່າຍ​ຂອງ​ຂໍ້​ລິ​ເລີ່​ມຊຽງ​ໄໝ່, ສ້າງລະບົບ​ເງິນຕາ​ອາຊີ​ທີ່​ໝັ້ນ​ທ່ຽງ, ລະບົບ​ສິນ​ເຊື່ອ​ອາຊີ​ແລະ​ລະບົບ​ກາ​ນຮ່ວມ​ມື​ດ້ານ​ການ​ລົງທຶນ​ແລະ​ລະດົມ​ທຶນ​ອາຊີ, ຊຸກຍູ້​ສະຖຽນ​ລະ​ພາບ​ດ້ານ​ການ​ເງິນ​ແລະ​ການ​ພັດທະນາ​ເສດຖະກິດ​ຂອງ​ພາກ​ພື້ນ; ລົງ​ເລິກການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຄວາມ​ປອດ​ໄພ​ດ້ານ​ສະບຽງ​ອາຫານ, ວັດທະນະທຳ​ສັງຄົມ​ແລະອື່ນໆ. ຝ່າຍຈີນ​ຍິນ​ດີ​ຮ່ວມ​ກັບ​ບັນດາ​ປະ​ເທດ​ຊຸກຍູ້​ການ​ສ້າງສະມາຄົມ​ຜູ້​ຊົງ​ຄຸນ​ວຸດ​ທິປະ​ເພດ​ຕ່າງ​ໆ​ຂອງ​ອາຊີ​ຕາ​ເວັນ​ອອກ, ຊຸກຍູ້​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ຄວາມ​ຮັກ​ແພງ​ກັນ​ລະຫວ່າງ​ປະ​ເທດ​ຕ່າງໆ.