ຜູ້​ວ່າການທະນາຄານ​ໂລກກ່າວ​ວ່າ ຈີນ​ເດັດດ່ຽວ​ຊຸກຍູ້​ການ​ປະຕິ​ຮູບເປັນ​ແບບຢ່າງ​ແກ່​ອົງ​ກອນ​ເສດຖະກິດ​ທີ່​ຈະ​ເລີ​ນ​ໃໝ່

(GMT+08:00) 2013-10-11 14:44:56     cri
ວັນ​ທີ 10 ຕຸລາ​ນີ້, ທ່ານ​ກິມຢົງ​ຄີມ, ຜູ້​ວ່າການ​ທະນາຄານ​ໂລກ​ກ່າວ​ຢູ່​ວໍ​ຊິງ​ຕັນ​ວ່າ, ​ພາຍ​​ໃຕ້​ສະພາບ​ການ​ທີ່​ການ​ເຕີບ​ໂຕ​ຂອງເສດຖະກິດ​ຫຼຸດ​ໜ້ອຍ​ລົງ ຈີນ​ຍັງ​ສຸມ​ກຳລັງ​ເຂົ້າ​ໃນ​ການ​ປະຕິ​ຮູບ ນີ້ເປັນ​ແບບຢ່າງ​ທີ່​ດີ​ໃຫ້​ແກ່​ຕະຫຼາດ​ທີ່​ຈະ​ເລີ​ນ​ໃໝ່​ແລະ​ປະ​ເທດ​ທີ່​ພວມ​ພັດທະນາ.

​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ກ່ອນ​ຈັດ​ກອງ​ປະຊຸມ​ປະຈຳ​ປີ​ຂອງ​ອົງການ​ກອງ​ທຶນ​ເງິນຕາ​ສາກົນ​ແລະ​ທະນາຄານ​ໂລກ​ໃນ​ມື້​ດຽວ​ກັນ ທ່ານ​ກິມຢົງ​ຄີມ​ກ່າວ​ວ່າ, ການ​ສ້າງຕັ້ງ​ເຂດ​ການ​ຄ້າ​ເສລີ​ຊຽງ​ໄຮ ​ແລະ​ຈີນ​ຍຶດໝັ້ນ​ປັບປຸງ​ຮູບ​ການ​ພັດທະນາ​ໂດຍ​ຈາກ​ການ​ອາ​ໄສ​ການ​ລົງທຶນ​ແລະ​ການ​ສົ່ງ​ອອກ​ຫັນ​ເປັນ​ການ​ອາ​ໄສ​ການ​ບໍລິ​ໂພ​ກ​ແລະ​​ການ​ບໍລິການ​ຫຼາຍ​ກວ່າ, ນີ້​ແມ່ນນະ​ໂຍບາຍ​ທີ່​ຖືກ​ຕ້ອງ​ທີ່​ສຸດ, ຈີນ​ພວມກ້າວ​ໄປ​ໜ້າ​ຕາມ​ທິດ​ທີ່​ຖືກຕ້ອງ.

ທ່ານ​ກິມຢົງ​ຄີມ​ຊີ້​ອອກ​ວ່າ, ທະນາຄານ​ໂລກ​ເອົາ​ໃຈ​ໃສ່​ຫຼາຍ​ຕໍ່ການປັບປຸງ​ນະ​ໂຍບາຍ​ເງິນຕາ​ຂອງ​ປະ​​ເທດ​ທີ່​ໄດ້​ພັດທະນາ​ແລ້ວ​ອາດ​ຈະ​ສ້າງ​ຄວາມ​ກົດ​ດັນ​ແລະຜົນ​ກະທົບຕໍ່ອົງ​ກອນ​ເສດຖະກິດ​ທີ່​ຈະ​ເລີ​ນ​ໃໝ່. ທ່ານ​ເຫັນ​ວ່າ, ອົງ​ກອນ​ເສດຖະກິດ​ທີ່​ຈະ​ເລີ​ນ​ໃໝ່​ຄວນ​ຊຸກຍູ້​ການ​ປະຕິ​ຮູບ​ທີ່​ຈຳ​ເປັນ​ຢ່າງ​ທັນ​ການ. ພ້ອມ​ກັນ​ນັ້ນ ທ່ານ​ຍັງ​ກ່າວ​ເຕື່ອນວ່າ ຄວາມ​ສ່ຽງ​ດ້ານ​ການລະ​ເມີດ​ສັນ​ຍາ​ໜີ້​ສິນ​ຂອງ​ອາ​ເມ​ລິ​ກາຈະ​ພາ​ໃຫ້​ເກີດ​ມີ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ທີ່​ໜັກໜ່ວງ​ທີ່​ສຸດ.