ຮອງ​ບັນນາທິການ​ໃຫຍ່​ໜັງສືພິມ​ປະຊາຊົນ​ຫວຽດນາມ​ກ່າ​ວວ່າ ຫວຽດນາມ​ຄອງ​ຄອຍນາຍົກ​ຈີນ​ຢ້ຽມຢາມ​ຫວຽດນາມ​​ພ້ອມ​ກັນ​ນັ້ນສອງ​ຝ່າຍ​ຈະ​ເຊັນ​ສັນຍາ​ຮ່ວມ​ມື​ຫຼາຍ​ສະບັບ

(GMT+08:00) 2013-10-12 10:19:42     cri
ຕາມ​ຂ່າວCRI, ຫວ່າງ​ກ່ອນ​ນີ້, ຢູ່​ນະຄອນຫຼວງ​ປັກ​ກິ່ງ, ​ໃນ​ເວລາ​ທ່ານ​ທິນກຽງ ຮອງບັນນາທິການ​ໃຫຍ່​ໜັງສືພິມ​ປະຊາຊົນ​ຫວຽດນາມ​ໄດ້​ຕອບ​ສຳພາດ​ຕໍ່​ນັກ​ຂ່າວCRI, ທ່ານ​ກ່າວ​ວ່າ, ສື່​ມວນ​ຊົນ​ຫວຽດນາມ​ເອົາ​ໃຈ​ໃສ່​ທີ່​ສຸດ​ຕໍ່​ທ່ານ​ຫຼີ​ເຄີ້ຊຽງ ນາຍົກລັດຖະມົນຕີຈີນຈະ​ໄປ​ຢ້ຽມຢາມ​ຫວຽດນາ​ມຢ່າງ​ເປັນ​ທາງ​ການ, ຫວັງ​ໃຫ້​ຜູ້ນຳ​ສອງ​ປະ​ເທດ​ສາມາດ​ເຊັນ​ສັນຍາ​ຮ່ວມ​ມື​ຫຼາຍ​ສະບັບ, ​ເພື່ອ​ເພີ່ມ​ທະວີ​ການ​ແລກປ່ຽນ​ໃນ​ຂົງ​ເຂດ​ຕ່າງໆ.

ທ່ານ​ທິນກຽງ​ຍັງ​ກ່າວ​ວ່າ, ຄະນະ​ນຳ​ຊຸດ​ໃໝ່ຂອງ​ຈີນ ​ເຊັ່ນ ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ​ແລະ​ທ່ານ​ຫຼີ​ເຄີ້ຊຽງ ນາຍົກລັດຖະມົນຕີຈີນ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ​ໃຫ້​ແກ່​ສື່​ມວນ​ຊົນ​ຫວຽດນາມ, ​ພວກ​ເພິ່ນ​ຍັງໜຸ່ມ​ແໜ້ນ​ແລະ​ໄດ້​ຈົບ​ການ​ສຶກສາ​ຂັ້ນ​ສູງ, ມີ​ບົດຮຽນ​ວຽກ​ງານ​ທີ່​ອຸດົມສົມບູນ. ​ເຊື່​ອວ່າ, ພາຍ​ໃຕ້​ການ​ນຳພາ​ຂອງ​ພວກ​ເພິ່ນ, ຈີນ​ຈະ​ສາມາດ​ຍາດ​ແຍ່ງ​ໄດ້ຜົນ​ສຳ​ເລັດ​ທີ່​ໃຫຍ່​ຫຼວງ​ກວ່າ​ເກົ່າ.