ປະຊາ​ຄົມ​ໂລກ​ຕີ​ລາຄາ​ສູງ​ຕໍ່​ຈຸດ​ຢືນ​ຂອງ​ນາຍົກ​ຈີນ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຈີນ​ໃຕ້

(GMT+08:00) 2013-10-12 10:22:21     cri
ຕາມ​ຂ່າວສານ​ຊິນ​ຮວາ, ​ໃນ​ໄລຍະ​ເຂົ້າ​ຮ່ວມ​​ກອງ​ປະຊຸມ​ສຸດ​ຍອດ​ຕ່າງໆ​ຂອງອາຊີ​ຕາ​ເວັນ​ອອກ, ທ່ານ​ຫຼີ​ເຄີ້ຊຽງ ນາຍົກລັດຖະມົນຕີຈີນ​ໄດ້​ສະ​ເໜີ​ຈຸດ​ຢືນຂອງ​ຕົນ​ໃນ​ການ​ແກ້​ໄຂ​ບັນຫາ​ທະ​ເລ​ຈີນ​ໃຕ້​ຢ່າງ​ເໝາະ​ສົມ​ແລະ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ, ຈຸດ​ຢືນ​ດັ່ງກ່າວ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ປະຊາ​ຄົມ​ໂລກ.

ທ່ານ​ນາ​ຈິບ ຕຸ​ນ ຣາຊັກ ນາຍົກລັດຖະມົນຕີມະ​ເລ​ເຊຍ​ກ່າວ​ວ່າ, ມະ​ເລ​ເຊຍ​ສະໜັບສະໜູນ​ຈຸດ​ຢືນ​ຂອງ​ຈີນ​ກ່ຽວ​ກັບ​ປະ​ເທດທີ່​ກ່ຽວຂ້ອງ​ຕັ້ງໜ້າ​ຊຸກຍູ້​ການ​ພັດທະນາ​ຮ່ວມ​ກັນ​ກ່ອນການ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ໂດຍ​ສັນຕິ, ປະ​ເທດ​ທີ່​ມີ​ຄວາມ​ຮຽກຮ້ອງ​ອື່ນໆ​ກໍ​ຄວນ​ອອກ​ແຮງ​ຜ່ານ​ຈາກ​ການ​ເຈລະຈາ​ກັນ​ເພື່ອ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ​ໂດຍ​ສັນຕິ.

ສົມ​ເດັດຮາ​ຈີ ຮາ​ຊັນ​ນານ ​ໂບນ​​ເກ​ຍ ຊູນຕານ​ບຼູ​ໄນ​ຊົງ​ຕັດ​ວ່າ, ການ​ປຶກສາ​ຫາລື​ລະຫວ່າງ​ອາ​ຊຽນກັບ​ຈີນ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຈີນ​ໃຕ້ພວມກ້າວໄປໜ້າຢ່າງໜັກແໜ້ນ ແລະຮັກສາ​ທ່ວງທ່າ​ຂະຫຍາຍຕົວ​ເປັນ​ຢ່າງ​ດີ, ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ສອງ​ຝ່າຍ​ພວມ​ພະຍາຍາມ​ຮ່ວມ​ກັນ ​ເພື່ອ​ອອກ​ແຮງປົກ​ປັກ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ.

ໜັງສືພິມ​ເດີ​ບຼູ​ໄນທາມ​ໄດ້ພິມ​ບົດ​ວິຈານ​​ໂດຍຂຽນວ່າ, ຄຳ​ປາ​ໄສ​ຂອງທ່ານ​ຫຼີ​ເຄີ້ຊຽງ​ມີ​ຄວາມ​ສະ​ເໜ່​ແບບ​ຈີນ. ບົດ​ວິຈານ​ຂຽນ​ວ່າ, ຄຳ​ປາ​ໄສ​ທີ່​ເຕັມ​ໄປ​ດ້ວຍ​ບັນຍາກາດທີ່​ສະບາຍ​ໃຈ​ຂອງ​ທ່ານ​ຫຼີ​ເຄິ້ຊຽງ ​ໄດ້​ນຳ​ເອົາ​ຄວາມ​ອົບ​ອຸ່ນ​ແລະ​​ມີ​ຄວາມຮັກ​ແພງ​ຈິງ​ໃຈ​ມາ​ໃຫ້​ປະ​ເທດ​ອາ​ຊຽນ. ຈີນ​ເຮັດ​ໃຫ້​ບັນດາ​ປະ​ເທດ​ອາ​ຊຽນ​ເຊື່ອ​ໝັ້ນ​ວ່າ, ການ​ເດີນ​ເຮືອ​ຢູ່​ທະ​ເລ​ຈີນ​ໃຕ້​ແມ່ນມີ​​ເສລີພາບ ​ແລະ​ມີ​ຄວາມ​ຮັບປະກັນ​ດ້ານ​ຄວາມ​ປອດ​ໄພ.
ຂ່າວສານ​ກຽວ​ໂດ​ຂອງ​ຍີ່ປຸ່ນ​ລາຍ​ງານ​ວ່າ, ທ່ານ​ຫຼີ​ເຄີ້ຊຽງ​ໄດ້​ນຳ​ເອົາ​ສຸພາສິດ​ຈີນ​ທີ່​ວ່າ "ໝົກປາ​ແດກ​ແລກ​ຊ້າງ", ​​ໄດ້​ກ່າວ​ຢ້ຳ​ວ່າ, ບັນຫາ​ທະ​ເລ​ຈີນ​​ໃຕ້​ຄວນ​ໃຫ້​ປະ​ເທດ​ທີ່​ກ່ຽວຂ້ອງ​ຜ່ານຈາກ​ການ​ປຶກສາ​ຫາລື​ແລະ​ເຈລະຈາ​ກັນ ​ເພື່ອ​ແກ້​ໄຂ​ບັນຫາ​ໂດຍ​ສັນຕິ.

ຂ່າວສານ​ຫວຽດນາມ​ໄດ້​ນຳ​ເອົາ​ຄຳ​ປາ​ໄສ​ຂອງ​ທ່ານ​ຫງວຽນ​ເຕິ​ນຢຸງ ນາຍົກລັດ​ຖະມົນຕີ​ຫວຽດນາມ​ມາ​ລາຍ​ງານ​ວ່າ, ຫວຽດນາມ​ແລະ​ປະ​ເທດ​ສະມາຊິກ​ອາ​ຊຽນຕີ​ລາຄາ​ສູງຕໍ່​ນະ​ໂຍບາຍ​ຂອງ​ຈີນ​ທີ່​ສ້າງ​ການ​ພົວພັນ​ມິດຕະພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ​ກັບ​ອາ​ຊຽນຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ​ເຊື່ອ​ວ່າ, ກາ​ນພົວພັນ​ຄຸ່ຍຸດ​ທະ​ສາດ​ລະຫວ່າງ​ອາ​ຊຽນກັບ​ຈີນ​ຈະ​ຂະຫຍາຍ​ໄປ​ສູ່​ທິດ​ທາງ​ທີ່​ເລິກ​ເຊິ່ງກວ່າ​ເກົ່າ​ແລະກວ້າງຂວາງ​ກວ່າ​ເກົ່າ, ​ແລະປະກອບສ່ວນຫຼາຍ​ກວ່າ​ເກົ່າ​ເຂົ້າ​ໃນ​ສັນຕິ​ພາບ, ສະຖຽນ​ລະ​ພາບ​ແລະ​ການ​ພັດທະນາ​ຮ່ວມ​ກັນ​ຂອງ​ພາກ​ພື້ນ.