ໃນ​ເວລາ​ເຂົ້າ​ຮ່ວມ​ງານ​ສະ​ແດງ​ວາງລົດ​ໄຟ​ຄວາມ​ໄວ​ສູງກັບ​ທ່ານ​ນາງ​ຢິງລັກ ນາ​ຍົກ​ລັດຖະມົນຕີ​ໄທ, ທ່ານ​ຫຼີ​ເຄີ້ຊຽງ​ກ່າວ​ເນັ້ນ​ວ່າ, ຊຸກຍູ້​ຄວາມເຊື່ອມຈອດ​ກັນ, ສ້າງ​ຄວາ​ມສຸກ​ໃຫ້ປະຊາຊົ​ນ​ສອງຊາດແລະ​ພາກ​ພື້ນ

(GMT+08:00) 2013-10-13 14:52:40     cri

ຕາມ​ຂ່າວສານ​ຊິນ​ຮວາ: ຕອນ​ເຊົ້າ​ວັນ​ທີ12 ຕຸລາ​ນີ້, ທ່ານ​ຫຼີ​ເຄີ້ຊຽງ ນາຍົກລັດຖະມົນຕີຈີນກັບ​ທ່ານ​ນາງ​ຍິງລັກ ຊິນນະ​ວັດ ນາ​ຍົກ​ລັດຖະມົນຕີ​ໄທ​ໄດ້​ເຂົ້າ​ຮ່ວມ​ພິພີ​ໄຂ​ງານ​ວາງສະ​ແດງ​ທາ​ງລົດ​ໄຟຄວາມ​ໄວ​ສູງ​ຂອງ​ຈີນ​ຢູ່​ສູນ​ງານ​ວາງສະ​ແດງ​ສິຣິກິດ ກິ​ຕິ​ຢາ​ຄອນ​ຂອງ​ບາງກອກ.

ກ່ອນ​ອື່ນ, ນາຍົກລັດຖະມົນຕີສອງປະ​ເທດ​ໄດ້ຕັດ​ແຖບ​ຜ້າ​ໃຫ້​ງານ​ວາ​ງະ​ສດ​ແດງ​ທາງ​ລົດ​ໄຟຄວາມ​ໄວ​ສູງ​ຈີນ. ຕາມ​ແນະນຳ​ວ່າ, ​ຖ້າໃຊ້​​ເຕັກນິກ​ທາງ​ລົດ​ໄຟຄວາມ​ໄວ​ສູງຂອງ​ຈີນ​ແລ້ວ, ​ໄລຍະ​ທາງ​678 ກິ​ໂລ​ແມັດຈາກ​ບາງ​ກອກ​ຫາ​ຊຽງ​​ໃໝ່, ​ເວລາ​ເດີນທາງຈະ​ຈາກ11 ກວ່າ​ຊົ່ວ​ໂມງ​ຫຼຸດລົງ​ເປັນ 3 ຊົ່ວ​ໂມງ.

ທ່ານ​ຫຼີ​ເຄີ້ຊຽງ​ກ່າວ​ເນັ້ນ​ວ່າ, ຈີນ​ໄທ​ເພີ່​ມທະວີ​ການ​ຮ່ວມ​ມື​ທາງ​ລົດ​ໄຟ, ບໍ່​ພຽງ​ແຕ່​ຈະ​ຊຸກ​ຍູ້​ການ​ສ້າງສາ​ພື້ນຖານ​ໂຄງ​ລ່າງ​​ແລະ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ໄທ​​ເທົ່າ​ນັ້ນ, ຍັງ​ມີ​ຜົນ​ດີ​ຕໍ່​ສອງ​ປະ​ເທດ​ບັນລຸ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ​ແລະສ້າງ​ຄວາມສຸກໃຫ້​ປະຊາຊົນ​ສອງຊາດ, ​ແລະ​ປະກອບສ່ວນ​ເຂົ້າ​ໃນ​ການ​ສ້າງສາຄວາມ​ເຊື່ອມ​ຈອກ​ກັນຂອງ​ພາກ​ພື້ນ.

ທ່ານນາງຍິງລັກ​ໄດ້​ແນະ​ນຳແຜນການ​ສ້າງສາ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຂອງ​ໄທ​ແລະ​ຖານະ​ຂອງ​ໄທໃນ​ການ​ເຊື່ອມ​ຈອກ​ກັນ​ພາກ​ພື້ນ​ຕໍ່​ທ່ານ​ຫຼີ​ເຄີ້ຊຽງ. ທ່ານ​ນາງ​ໄດ້​ຍ້ອງຍໍ​ຜົນສຳ​ເລັດ​ຂອງ​ຈີນ​ໃນການ​ສ້າງທາງ​ລົດ​ໄຟ​ຄວາມ​ໄວ​ສູງ​, ​ແລະ​ຊົມ​ເຊີຍ​ວິສາ​ຫະກິດ​ຈີນ​ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ສ້າງສາ​ໂຄງການ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງຂອງ​​ໄທ.