ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ຢ້ຽມ​ຢາມ​ໂຄງ​ການ​OTOP​ຂອງ​ໄທ

(GMT+08:00) 2013-10-14 14:30:20     cri

ຕອນ​ເຊົ້າ​ວັນ​ທີ 13 ຕຸລາ​ນີ້, ທ່ານ​ລີ​ເຄີ​ສຽງ ນາຍົກລັດຖະມົນຕີຈີນ​ໄດ້​ຢ້ຽມຢາມ​ໂຄງການ "ໜຶ່ງ​ຕາ​ແສງ​ໜຶ່ງ​ຜະລິດຕ​ະພັນ"ຫຼືOTOPຢູ່​ຈັງຫວັດ​ຊຽງ​​ໃໝ່ ພາຍ​ໃຕ້​ການ​ເປັນ​ເພື່ອນ​ຮ່ວມ​ທາງ​ຂອງ​ທ່ານ​ນາງ​ຍິ່ງ​ລັກ ຊິ​ນນະ​ວັດ ນາຍົກລັດຖະມົນຕີ​ໄທ.

ທ່ານນາຍົກລີເຄີສຽງໄດ້ສົນທະນາຢ່າງເປັນກັນເອງກັບຊາວຊຽງໃໝ່

ທ່ານ​ລີ​ເຄີ​ສຽງ​ໄດ້​ຖາມ​ສະພາບ​ລະອຽດ​ກ່ຽວ​ກັບ​ເອກະລັກ​ສະ​ເພາະ​ຕົວ​ຂອງ​ປະ​ເພດ​ຜະລິດຕະພັນ, ຮູບ​ການ​ຜະລິດ​ແລະ​ການ​ປຸງ​ແຕ່ງ,ການ​ບຸ​ກ​ເບີກ​ຕະຫຼາດ​ແລະ​ອື່ນໆ, ທ່ານ​ໄດ້​ສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍ​ຕໍ່​ຫົວຄິດ​ປະດິດ​ສ້າງ​ໃນ​ການ​ອອກ​ແບບ​ຜະລິດຕະພັນ​ແລະ​​ຈຸດ​ພິ​ເສດ​ດ້ານ​ເຕັກນິກ​ການ​ຜະລິດ.

ທ່ານ​ນາງ​ຍິ່ງ​ລັກ ຊິນນະ​ວັດ​ແຈ້ງ​ໃຫ້​ຊາບ​ວ່າ, ​ໄທ​ມີ​ອົງການ​ສະ​ເພາະ​ໃນ​ການສຳ​ຫຼວດຕະຫຼາດ, ຊອກ​ຮູ້​ຄວາມ​ຕ້ອງການ​ຂອງ​ຕະຫຼາດ,​ເພື່ອຊ່ວຍ​ຊາວ​ກະສິກອນ​​ເປີດ​ກວ້າງ​ຊ່ອງ​ທາງ​ການຈຳໜ່າຍ. ທ່ານ​ລີ​ເຄີ​ສຽງ​ກ່າວ​ວ່າ, ຈີນ​ກໍ່​ກຳລັງ​ເຜີຍ​ແຜ່​ໂຄງການ​ທີ່​ຄ້າຍຄື​ກັນ​ນີ້​ເຊັ່ນ​ກັນ, ​ໂດຍ​ຖື​ເອົາການທ່ອງທ່ຽວ​ແລະການ​ພັດທະນາ​ຜະລິດ​ຕະພັນ​ເຄື່ອງ​ຫັດ​ຖະ​ກຳ​ທີ່​ເຮັດ​ດ້ວຍ​ມື​ປະສົມ​ປະ​ສານ​ເຂົ້າ​ກັນ, ຈີນ​ແລະ​ໄທ​ລ້ວນ​ແຕ່​ມີ​ຜະລິດຕ​ະພັນ​ທີ່​ມີ​ເອກະລັກ​ສະ​ເພາະ​ຕົວ​ຂອງ​ຕົນ, ຊຶ່ງ​ມີ​ຄວາມ​ຈຸນ​ເຈືອ​ກັນ​ຢ່າງ​ຫຼວງ​ຫຼາຍ, ສອງ​ປະ​ເທດ​ຄວນ​ເພີ່ມ​ທະວີ​ການ​ຮ່ຳຮຽນ​ແລະ​ຖອດ​ຖອນ​ບົດຮຽນ​ທີ່​ດີ​ເຊິ່ງກັນ​ແລະ​ກັນ,ສ້າງ​ເວທີ​ຫຼາຍ​ກວ່າ​ເກົ່າ​ເພື່ອ​ແລກປ່ຽນ​ຜະລິດ​ຕະພັນ​ທີ່​ມີ​ເອກະລັກ​ສະ​ເພາະ​ຕົວ​ແລະ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ, ບຸກ​ເບີກ​ຊ່ອງ​ທາງ​ທີ່​ກວ້າງຂວາງ​ກວ່າ​ເກົ່າ​ໃຫ້​ແກ່​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ.