ວັດ​ແຫ່ງ​ໜຶ່ງ​ຂອງ​ອິນ​ເດຍ​ເກີດ​ເຫດການ​ຢຽບ​ກັນ​ຢ່າງ​ໜ້ອຍ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 90 ຄົນ

(GMT+08:00) 2013-10-14 14:56:28     cri
ຕາມ​ສື່​ມວນ​ຊົນ​ອິນ​ເດຍລາຍ​ງານ​ວ່າ, ຢູ່​ວັດ​ແຫ່ງ​ໜຶ່ງ​ຂອງ​ລັດ​​ມັດ​ຢາ ປຣາ​ເດັສ ຂອງ​ອິນ​ເດຍ​ໄດ້​ເກີດ​ເຫດການ​ຢຽບ​ກັນ​ໃນ​ຕອນ​ເຊົ້າ​ວັນ​ທີ 13 ຕຸລາ​ນີ້. ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ອິນ​ເດຍກ່າວ​ວ່າ, ​ເຫດການ​ເທື່ອ​ນີ້​ຢ່າງ​ໜ້ອຍ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 90 ຄົນ, ບາດ​ເຈັບ 100 ກວ່າ​ຄົນ, ​ໃນ​ນັ້ນ ມີ 10 ຄົນ​ບາດ​ເຈັບ​ສາ​ຫັດ. ຄາດ​ວ່າ,ຈຳນວນ​ຜູ້​ເສຍ​ຊີວິດ​ຍັງ​ອາດ​ຈະ​ເພີ່ມ​ຂຶ້ນ​ອີກ.

ຕາມ​ຂ່າວ​ແຈ້ງວ່າ, ​ເພື່ອ​ສະຫຼອງ​ບຸນ​ດູ​ກາ ປູ​ຈາອິນ​ເດຍ, ມີ​ສາສະນິກະ​ຊົນ​ອິນ​ເດຍປະມານ 5​ແສນ​ຄົນ​ໄດ້​ເດີນທາງ​ໄປ​​ເຂົ້າ​ຮ່ວມ​ພິທີ​ທາງ​ສາສະໜາຢູ່​ວັດ​ແຫ່ງ​ໜຶ່ງ​ທີ່​ເຂດ​ດາ​​ເທຍ ຂອງ​ລັດມັດ​ຢາ ປຣາ​ເດັສ. ​ໃນ​ໄລຍະ​ນັ້ນ, ມີ​ສາ​ສະ​ນິກະ​ຊົນຈຳນວນ​ໜຶ່ງ​ມີເຈດ​ຕະນາ​ຢາກ​​ແຫຍ້​ຝູງ​ຊົນ​ທີ່​ຢືນ​ລຽນ​ແຖວຢູ່,​ໄດ້ຕັ້ງ​ໃຈ​ປ່ອຍ​ຂ່າ​ວລື​ວ່າ,​ຂົວ​ທີ່​ມີຝູງ​ຊົນ​ລຽນ​ແຖວ​ຢູ່​ຢ່າງ​ໜາ​ແໜ້ນ​ນັ້ນຈະ​ຫັກ​ລົງ,ຊຶ່ງ​ເຮັດ​ໃຫ້​ມວນ​ຊົນ​​ແຕກ​ຕື່ນ​ຕົກ​ໃຈ​ແລະ​​ເຮັດ​ໃຫ້​ເກີດ​ເຫດການ​ຢຽບ​ກັນຕາຍ.

ທ່ານ​ຊີ​ຟຣາຈີ ຊີງ ​ເຈົ້າ​ຄອງ​ລັດ ມັດ​ຢາ ປຣາ​ເດັສ ອິນ​ເດຍກ່າວ​ວ່າ,ຈະ​ໃຫ້​ເງິນ​ສົງ​ເຄາະ​​ແກ່​ຜູ້​ເສຍ​ຊີວິດ​ຄົນ​ລະ 1​ແສນ 5ໝື່ນຣູປີຫຼື​ປະ​ມານ 2460 ​ໂດ​ລາ.