ເຫດການ​ກ່ຽວ​ກັບ​ກຳ​ມະ​ກອນ​ຈີນ​ຈຳ​ນວນ 135 ຄົນ​ຖືກ​ກົມ​ກວດ​ກາ​ຄົນ​ເຂົ້າ​ເມືອງ​ຟີ​ລິບ​ປິນ​ກັກ​ຕົວ​ນັ້ນ​ໄດ້​ຮັບ​ການ​ແກ້​ໄຂ​ແລ້ວ

(GMT+08:00) 2013-10-14 15:05:23     cri
ຕາມ​ສະຖານທູດ​ຈີນ​ປະຈຳ​ຟີ​ລິບ​ປິນ​ແຈ້ງ​ໃຫ້​ຊາບ​ໃນ​ວັນທີ 13 ຕຸລາ​ນີ້​ວ່າ, ກຳມະກອນ​ຈີນ​ຈຳນວນ 135 ຄົນ​ທີ່​ຖືກ​​ເຈົ້າ​ໜ້າ​ທີ່ຟີ​ລິບ​ປິນ ​ກັກ​ຕົວ​ນັ້ນ, ມີ 40 ຄົນ​ທີ່​ຖື​ໜັງສື​ອະນຸຍາດ​ເຮັດ​ວຽກ​ນັ້ນ​ໄດ້​ຮັບ​ການ​ອະນຸມັດ​ໃຫ້​ກັບ​ຄືນ​ສູ່​ບ່ອນ​ເຮັດ​ວ​ຽກ​ແລ້ວ, 50ຄົນ​ໄດ້​ກັບ​ຄືນ​ປະ​ເທດ​ຈີນ, ຍັງ​ມີ 45 ຄົນ​ຈະ​ກັບ​ຄືນ​ປະ​ເທດ​ໃນອີກບໍ່​ເທົ່າ​ໃດ​ມື້​ຂ້າງ​ໜ້ານີ້.

ພາຍຫຼັງ​​ເກີດເຫດການ​ທີ່​ກຳມະກອນ​ຈີນ​ຖືກ​ກົມກວດກາ​ຄົນ​ເຂົ້າ​ເມືອງ​ຟີ​ລິບ​ປິນກັກຕົວ​​ແລ້ວ, ຕອນ​ຄ່ຳ​ວັນ​ດຽວ​ກັນ, ​ເຈົ້າ​ໜ້າ​ທີ່​ສະຖານທູດ​ຈີນ​ປະຈຳ​ຟີ​ລິບ​ປິນຫຼາຍ​ທ່ານ​ໄດ້​​ເດີນທາງ​ໄປ​ແຂ​ວງບາ​ຕານ​ກາສ​ເປັນ​ການ​ດ່ວນ​ເພື່ອ​ຊອກ​ຮູ້​ແລະຢືນຢັນ​ສະພາບ​ທີ່​ກ່ຽວຂ້ອງ, ​ແລະ​ໄປ​ຢາມ​ກຳມະກອນ​ຈີນ​ທີ່​ຖືກ​ກັກ​ຕົວ. ​ໃນ​ເວລາ​ພົບ​ປະ​ກັບ​ເຈົ້າ​ໜ້າ​ທີ່​ກົມ​ກວດກາ​ຄົນ​ເຂົ້າ​ເມືອງ​ຟີລິບ​ປິນ, ​ເຈົ້າ​ໜ້າ​ທີ່​ສະຖານທູດຈີນ​ໄດ້​ຮຽກ​ຮ້ອງ​ໃຫ້​ເຈົ້າ​ໜ້າ​ທີ່​ຟີ​ລິບ​ປິນຈົ່ງ​ປະຕິບັດ​ກົດໝາຍ​ດ້ວຍ​ຄວາມ​ເປັນ​ທຳ,​ໃຫ້ການ​ປະຕິບັດ​ຕໍ່​ຜູ້​ຖືກ​ກັກ​ຕົວ​ຢ່າງ​ມີມະນຸດສະທຳ,​ແລະ​ຮັບປະກັນ​ຄວາມ​ປອດ​ໄພ​ແລະ​ສິດ​ທີ່​ຊອບ​ດ້ວຍ​ກົດໝາຍ​ຂອງ​ເຂົາ​ເຈົ້າ. ຜ່ານ​ຈາກ​ການ​ຕໍ່​ວ່າ​ທັກ​ທ້ວງ​ແລະ​ປະສານ​ງານ​ຈາກ​ຝ່າຍ​ຕ່າງໆ, ກຳມະກອນຈີນ 40 ຄົນ​ໄດ້​ກັບ​ຄືນ​ສູ່​ສະຖານ​ທີ່​ກໍ່ສ້າງ​ໂຄງການ​ເ​ຂື່​ອນ​ໄຟຟ້າ​ຂອງ​ແຂວງ​ບາ​ຕານ​ກາສ​ແລ້ວ, ​ທີ່​ຍັງ​ເຫຼືອ​ຈຳນວນ 95 ຄົນ​ນັ້ນ, ມີ 50​ຄົນ​ໄດ້​ແບ່ງ​ເປັນ​ສອງ​ງວດ​ກັບ​ຄືນ​ປະ​ເທດ​ດ້ວຍ​ຍົນ​ໂດຍສານ​ພົນລະ​ເຮືອນ​ໃນ​ຕອນ​ຄ່ຳ​ວັນ​ທີ 12 ​ແລະ​ຕອນ​ເຊົ້າ​ວັນ​ທີ 13 ຕຸລາ​ນີ້. ສະຖານທູດ​ຈີນ​ປະຈຳ​ຟີ​ລິບ​ປນຈະ​ຊ່ວຍ​ວິ​ສາ​ຫະກິດ​ທີ່​ກ່ຽວ​ຂ້ອງ​ເຮັດ​ວຽກ​ການຈັດ​ສັນ​ກຳມະກອນ 45 ຄົນ​ທີ່​ຍັງ​ເຫຼືອ​ນັ້ນ​ກັບ​ຄືນ​ປະ​ເທດ​ໃນ​ອີກ​ບໍ່​ເທົ່າ​ໃດ​ມື​ຂ້າງ​ໜ້າ​ນີ້.