ຜູ້​ຊ່ຽວຊານ​ເຫັນ​ວ່າ ຈີນ​ສະ​ເໜີເຊັນ​ສົນທິສັນຍາ​ວ່າ​ດ້ວຍ​ໄມຕີ​ຈິດ​ມິດຕະພາ​ບຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ​​ແລະ​ການ​ຮ່ວມ​ມື​ກັນລະຫວ່າງ​ຈີນ-ອາ​ຊຽນ​ແມ່ນ​ເພື່ອ​ເຮັດ​ໃຫ້​ປະ​ເທດ​ໃກ້​ຄຽງ​ມີ​ຄວາມໄວ້​ວາງ​ໃຈຕໍ່​ຈີນ​ຫຼາຍ​ກວ່າ​ເກົ່າ

(GMT+08:00) 2013-10-14 16:53:00     cri
ໃນ​ເວລາ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຈີນ-ອາ​ຊຽນຄັ້ງ​ທີ 16 ທີ່​ຈັດ​ຂຶ້ນ​ຢູ່​ບັນດາ​ເສຣີ​ເບ​ກາ​ວັນ​ຂອງ​ບຼູ​ໄນ​ໃນ​ຫວ່າງ​ມໍ່ໆ​ນີ້, ທ່ານ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​ໄດ້​ສະ​ເໜີ​ໃຫ້​ຕັ້ງໜ້າ​ຄົ້ນຄວ້າ​ປຶກສາ​ຫາລື​ແລະ​ເຊັນ​ຂໍ້​ສະ​ເໜີ​ກ່ຽວ​ກັບ​ການ​ເຊັນ​ສົນທິສັນຍາ​ວ່າ​ດ້ວຍ​​ໄມຕີ​ຈິດ​ມິດຕະພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ​ແລະ​ການ​ຮ່ວມ​ມື​ກັນລະຫວ່າງ​ຈີນ-ອາຊຽນ. ຂໍ້​ສະ​ເໜີ​ດັ່ງກ່າວ​ແມ່ນ​ຂໍ້​ທຳ​ອິດໃນ​ຈຳ​ນວນ 7 ຂໍ້​ທີ່​ທ່ານ​ຫຼີ​ເຄີ້ສຽງ​ສະ​ເໜີ​ອອກ, ​ໄດ້​ດຶງ​ດູດ​ຄວາມ​ເອົາ​ໃຈ​ໃສ່ຫຼາຍ​ທີ່​ສຸດ​ຈາກ​ຝ່າຍ​ຕ່າງໆ​. ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ CRI ຜູ້​ຊ່ຽວຊານ​ຈີນກ່ຽວ​ກັບ​ບັນຫາ​ອາ​ຊຽນ​ກ່າວ​ວ່າ, ຈີນ​ໄດ້​ສະ​ເໜີ​ຂໍ້​ສະ​ເໜີ​ດັ່ງກ່າວ​​ມີ​ຈຸດປະສົງ​ເພື່ອ​ເຮັດ​ໃຫ້​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ມີ​ຄວາມໄວ້​ວາງ​ໃຈຕໍ່​ຈີນ​ຫຼາຍ​ກວ່າ​ເກົ່າ, ​ເພີ່​ມທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ລະຫວ່າງ​ຈີນ-ອາ​ຊຽນຕື່ມ​ອີກ.

ທ່ານ​ສູ້​ຊິ່ງ, ຫົວໜ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ບັນຫາ​ສາກົນ​ຈີນ​ເຫັນ​ວ່າ, ​ຝ່າຍ​ຈີນ​ສະ​ເໜີ​ຂໍ້​ສະ​ເໜີ​ດັ່ງກ່າວນັ້ນ​ໄດ້ຕອບສະໜອງ​ຕໍ່ຄວາມ​ເອົາ​ໃຈ​​ໃສ່ຂອງ​ອາ​ຊຽນ​ຢ່າງ​ຫຼວງ​ຫຼາຍ​ໃນ​ການ​ຂະຫຍາຍ​ການ​ພົວພັນ​ກັບຈີນ. ທ່ານ​ກ່າວວ່າ, ພວກ​ຂ້າພະ​ເຈົ້າສະ​ເໜີ​ໃຫ້​ເຊັນສົນທິ​ສັນຍາ​ວ່າ​ດ້ວຍໄມຕີ​ຈິດ​ມິດຕະພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີຕໍ່​ກັນ​ແລະ​ການ​ຮ່ວມ​ມື​ກັນ, ​​ໃນ​ນັ້ນ​​ ​ປະ​ເທດ​​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ​ແມ່ນ​ມີ​ຄວາມ​ສຳຄັນ​ຫຼາຍ. ນັ້ນກໍ່​ແມ່ນ​ການຮັດ​ແໜ້ນ​​ແລະ​ຂະຫຍາຍ​ການ​ພົວພັນ​ໄມຕີ​ຈິດ​ມິດຕະພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນລະຫວ່າງ​ສອງ​ຝ່າຍດ້ວຍກົດໝາຍ, ກຳຈັດ​ວິທີ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ດ້ວຍ​ກຳລັງ​​ທະຫານ. ພ້ອມ​ດຽວ​ກັນ​ນັ້ນ, ຖ້າ​ສາມາດເຊັນສົນທິ​ສັນຍາ​ສະບັບ​ນີ້​ກໍ່ສາມາດ​ສ້າງ​ພື້ນຖານ​ທາງ​ດ້ານ​ກົດໝາຍ​ທີ່ໝັ້ນ​ແກ່ນ​ໃຫ້​ແກ່​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ຈີນ-ອາ​ຊຽນ​ໃຫ້​ກ້າວ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.

ທ່ານ​ຈ່າງ​ສຸຍ​ກ່າງ ຮອງ​ຫົວໜ້າພະ​ແນ​ກຄົ້ນຄວ້າອາຊີ​​ໃຕ້​ແລະ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ສະ​ຖາ​ບັນ​ຄົ້ນຄວ້າ​ການ​ພົວພັນ​ສາກົນ​​ສະ​ໄໝປະຈຸ​ບັນຂອງ​ຈີນ​ເຫັນ​ວ່າ, ຈີນ​ສະ​ເໜີ​ໃຫ້​ມີ​ການຄົ້ນ​ຄວ້າ​ປຶກສາ​ຫາລື​ແລະ​ເຊັນສົນທິ​ສັນຍາ​ວ່າ​ດ້ວຍ​​ໄມຕີ​ຈິດ​ມິດຕະພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ​​ແລະ​ການ​ຮ່ວມ​ມື​ກັນແມ່ນ​ມາດ​ຕະການ​ທີ່​ມີ​ລັກສະນະ​ປະດິດ​ສ້າງ​ໃໝ່, ມີ​ຈຸດ​ພິ​ເສດ​ຂອງ​ຍຸກ​​ໃໝ່, ​ໄດ້​ສະ​ແດງ​ໃຫ້​ເຫັນ​ທັດສະນະ​ໄມຕີ​ຈິດ​ມິດຕະພາບ​ແລະ​ການ​ຮ່ວມ​ມື​ແບບ​ໃໝ່ຂອງ​ຈີນ, ຍັງ​ມີ​ບົດບາດ​ຊີ້​ນຳ​ໃນ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນລະຫວ່າງ​ຈີນ-ອາ​ຊຽນຢູ່​ເຂດ​ທະ​ເລ​ຈີນ​ໃຕ້​ໂດຍ​ສັນຕິ​.