ນັກ​ຮ້ອງ​​ເພງ​ທີ່​ໄດ້​ຮັບລາງວັນ​ທີ 1 ​​ໃນ​ການ​ແຂ່ງຂັນ​ຮ້ອງ​ເພງ​ມິດຕະພາບ​ລະຫວ່າງ​ຈີນ-ຫວຽດນາມ​ໄດ້​ຮ້ອງ​ເພງໃນງານ​ລ້ຽງ​ອາຫານ​ຄ່ຳທີ່​ຈັດ​ຂຶ້ນ​ເພື່ອ​ເປັນ​ກຽດ​ໃຫ້​ແກ່​ທ່ານ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​

(GMT+08:00) 2013-10-14 19:31:45     cri
ຕາມ​ຂ່າວCRI: ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ໂຮງ​ລະຄອນຮ້ອງ​ແລະ​ຟ້ອນ​ແຫ່ງ​ຊາດຫວຽດນາມ, ນາງ​ໂລ​ຈິ້ງ, ນັກ​ຮ້ອງ​ເພງ​ທີ່​ໄດ້​ຮັບ​ລາງວັນ​ທີ 1 ໃນ​ການ​ແຂ່ງຂັນ​ຮ້ອງ​ເພງ​ມິດຕະພາບ​ລະຫວ່າງ​ຈີນ-ຫວຽດນາມ,ອາຈານຂອງ​ຄະນະສິລະປະອາຊຽນຂອງສະ​ຖາບັນສິລະປະກວາງຊີຂອງຈີນໄດ້ເຂົ້າຮ່ວມການສະແດງສິລະປະ​ໃນງານລ້ຽງອາຫານຄ່ຳທີ່ຈັດຂຶ້ນຢູ່ນະຄອນຫຼວງຮ່າໂນ້ຍຂອງຫວຽດນາມເພື່ອ​ເປັນ​ກຽດ​ໃຫ້​ແກ່ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນທີ່ໄປຢ້ຽມຢາມຫວຽດນາມ.