ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ພົບ​ປະ​ກັບ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ

(GMT+08:00) 2013-10-15 11:08:44     cri

ທ່ານຫຼີ​ເຄີ້ສ໋ຽງ ນາຍົກລັດຖະມົນຕີຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ຫງວຽນຊິງ​ຮຸ່ງ ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ​​ໃນ​ຕອນ​ບ່າຍ​ວັນ​ທີ 14 ຕຸລາ​ນີ້​ຢູ່​ສະພາ​ແຫ່ງ​ຊາດ​ຫວຽດນາມ.

ທ່ານຫຼີ​ເຄີ້ສ໋ຽງ ນາຍົກລັດຖະມົນຕີຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ຫງວຽນຊິງ​ຮຸ່ງ ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ​​ໃນ​ຕອນ​ບ່າຍ​ວັນ​ທີ 14 ຕຸລາ​ນີ້​ຢູ່​ສະພາ​ແຫ່ງ​ຊາດ​ຫວຽດນາມ.

ທ່ານ​ຫຼີ​ເຄີ້ສ໋ຽງກ່າວ​ວ່າ, ຈີນ​ແລະ​ຫວຽດນາມ​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​​ເຊິ່ງກັນ​ແລະ​ກັນ​ແລະຄູ່​ຮ່ວມ​ມື​ທີ່​ສຳຄັນ.ຈີນ​ຍິນ​ດີ​ຮ່ວມ​ກັບ​ຫວຽດນາມ​ຮັກສາ​ການ​ແລກປ່ຽນ​ກັນ​ທາງ​ຍຸດ​ທະ​ສາດ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ,ຊຸກຍູ້​ການ​ຮ່ວມ​ມື​ຕົວ​ຈິງ​ຢ່າງຮອບດ້ານ, ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງ​ຢ່າງ​ເໝາະ​ສົມ, ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ພັກ​ສອງ​ລັດ​ໃຫ້​ພັດທະນາ​ກ້າວ​ໄປ​ໜ້າ​ຢ່າງ​ປອດ​ໃສ​ແລະ​ໝັ້ນຄົງ. ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ກັບ​ສະພາ​ແຫ່ງ​ຊາດ​ຫວຽດນາມ​ຮັກສາ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ກັນ​ຢ່າງ​ໃກ້ຊິດ​ຍາວ​ນານ. ຫວັງ​ວ່າ​ສະພາ​​ແຫ່ງ​ຊາດ​ຫວຽດນາມ​ຈະ​ສະໜັບສະໜູນ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ​ທີ່​ສຳຄັນ​ທີ່​ລັດຖະບານ​ສອງ​ປະ​ເທດໄດ້​ຕົກລົງ​ຮ່ວມ​ກັນ​ຄື​ຊຸກຍູ້​ການ​ຮ່ວມ​ມື​ທາງ​ທະ​ເລ,​ທາງ​ບົກ​ແລະ​ທາງ​ດ້ານ​ການ​ເງິນ​ໄປ​ພ້ອມ​ໆ​ກັນ, ຊຸກຍູ້​ການ​ພົວພັນ​ລະຫວ່າງ​ຈີນ​ຫວຽດນາມ​ໃຫ້​ໄດ້​ຮັບ​ການ​ພັດທະນາ​ຫຼາຍ​ກວ່າ​ເກົ່າ.

ທ່ານ​ຫງວຽນ​ຊິງ​ຮຸ່ງກ່າວ​ວ່າ, ການ​ຢ້ຽມຢາມ​ຂອງ​ທ່ານ​ນາຍົກ​ຫຼີ​ເຄີ້ສ໋ຽງ​ໃນ​ຄັ້ງ​ນີ້​ໄດ້​ເປີດ​ໜ້າ​ໃໝ່​ປະຫວັດ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ, ຄວາມ​ຮັບ​ຮູ້​ທີ່​​ເປັນ​ເອກະ​ສັນ​ກັນ​ຂອງ ນາ​ຍົກ ລັດ​ຖະ​ມົນ​ຕີ​ສອງ​ປະ​ເທດ​ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ທາງ​ທະ​ເລ, ທາງ​ບົກ​ແລະ​ທາງ ດ້ານ ການ​ເງິນ​ໄປ​ພ້ອມໆ​ກັນ​ນັ້ນ​ແມ່ນ​ສອດ​ຄ່ອງ​ກັບ​ຄວາມ​ປາ​ຖະ​ໜາ​ຮ່ວມ​ຂອງ​ປະ​ຊາ​ຊົນ ສອງ ຊາດ​ແລະ​ຜົນ​ປະ​ໂຫຍດ​ຮ່ວມ​ຂອງ​ສອງ​ປະ​ເທດ,​ຫວຽດ​ນາມ​ຍິນ​ດີ​ຮ່ວມ​ກັບ​ຝ່າຍ​ຈີນ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ສັນ​ກັນ​ໃຫ້​ດີ. ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຍິນ​ດີ ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ກັບ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ,​ແລະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ດີ​ເພື່ອ​ການ​ພັດ​ທະ​ນາ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ.